ຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງສາຍຫຼັກເມືອງຫາດຊາຍຟອງ ນະຄອນຫຼວງວຽງ ຈັນ ສືບຕໍ່ລົງກວດກາ ຕິດຕາມ ຮື້ຖອນ ປ້າຍໂຄສະນາ-ຮ້ານຄ້າ ທີ່ກວມເອົາເຂດສະຫງວນ ແນໃສ່ເພື່ອຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ.

ການລົງກວດກາ ຕິດຕາມ ແລະ ຮື້ຖອນຂອງຄະນະສະເພາະກິດເມືອງດັ່ງກ່າວມີຂຶ້ນໃນວັນທີ 6 ກຸມພາ 2023 ໂດຍໄດ້ລົງຈັດ ຕັ້ງກວດກາປະຕິບັດໃຫ້ຄຳແນະນຳຕັກເຕືອນຕໍ່ບັນດາຜູ້ປະກອບການທຸລະກິດທີ່ໄດ້ມີການປຸກ ສ້າງອາຄານ ຮ້ານຄ້າ ແລະ ຕິດຕັ້ງປ້າຍໂຄສະນາ ທີ່ຢູ່ໃກ້ກັບແຄມທາງດ້ານໜ້າຕະຫຼາດຫຼັກ 8 ບ້ານຫາດຊາຍຂາວ ເມືອງຫາດຊາຟອງ ໂດຍເປັນຂອງ ບຸກຄົນທີ່ບໍ່ໄດ້ຮັບການອະນຸຍາດຈາກພາກສ່ວນໜ່ວຍງານທີ່ກ່ຽວຂ້ອງລັດ ເພື່ອໃຫ້ຜູ້ກ່ຽວໄດ້ທຳການຮື້ ຖອນອອກໂດຍໄວ.
ສຳລັບການລົງຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການຄັ້ງນີ້ແມ່ນອີງໃສ່ຄຳສັ່ງ ແລະ ຂໍ້ຕົກລົງຂອງເຈົ້າຄອງນະ ຄອນ ຫຼວງວຽງຈັນ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ແນໃສ່ເພື່ອ ໃຫ້ປະຕິບັດກົດ ໝາຍວ່າດ້ວຍຜັງເມືອງ ກົດໝາຍວ່າດ້ວຍທາງຫຼວງແຫ່ງຊາດ ກົດໝາຍວ່າດ້ວຍການຄ້າ ກົດໝາຍວ່າ ດ້ວຍວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນການຍົກສູງບົດບາດຂອງນະຄອນຫຼວງວຽງຈັນ ໃຫ້ສົມເປັນເມືອງຫຼວງຂອງ ປະເທດ ແລະ ຂໍ້ຕົກງລົງ ຂອງເຈົ້າເມືອງຫາດຊາຍຟອງ ວ່າດ້ວຍກາແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຕາມຄຳຊີ້ນຳ ຂອງຂັ້ນເທິງ ແລະ ໄດ້ສືບຕໍ່ ປະຕິບັດວຽກງານການຈັດສັນຄືນໃໝ່ໂດຍຫຼັກກໍແມ່ນສີ່ງທີ່ຜິດຕໍ່ລະບຽບການ ນິຕິກຳ ກົດ ໝາຍ ແລະ ແຜນຜັງຂອງເມືອງ ທີ່ໄດ້ວາງອອກ ດັ່ງນັ້ນຈຶ່ງຖືໄດ້ວ່າ ອາຄານຮ້ານຄ້າ ແລະ ປ້າຍໂຄສະນາດັ່ງກ່າວທີ່ຖືກ ຕິດຕັ້ງນັ້ນແມ່ນຜິດຕໍ່ລະບຽບ ແລະ ຈຶ່ງໄດ້ແຈ້ງບອກເຖິງຜູ້ປະກອບການທີ່ເປັນເຈົ້າຂອງໃຫ້ມີການຮ່ວມມື ແລະ ຮື້ຖອນ ອອກໂດຍທັນທີ ຕາມທີ່ຄະນະກຳມະ ການໄດ້ລະບຸໄວ້.

ສຳລັບອາຄານຮ້ານຄ້າ ແລະ ປ້າຍໂຄສະນາທີ່ໄດ້ຕິດຕັ້ງນັ້ນແມ່ນຢູ່ ໃນສະຖານທີ່ ທີ່ເປັນເຂດສະຫງວນຂອງເສັ້ນທາງ ຫຼື ຕັ້ງຢູ່ ໃນບ່າທາງ ເຊີ່ງຜິດຕໍ່ລະບຽບການ ແລະ ຜິດຕໍ່ກົດໝາຍ ວ່າດ້ວຍທາງຫຼວງແຫ່ງຊາດ ໂດຍຕົວຈິງແລ້ວການກຳນົດ ຂອບເຂດ ສະຫງວນຂອງທາງຫຼວງແລ້ວແມ່ນໄດ້ກຳນົດເອົາ 5 ແມັດແທກຈາກແຄມທາງອອກໄປ ທັງນີ້ກໍເພື່ອພ້ອມກັນ ປະຕິບັດຕາມ ລະບຽບການ ຂອງແຕ່ລະຂະແໜງການ ໃຫ້ສອດຄ່ອງກັບກົດໝາຍ ແລະ ນະໂຍບາຍສ້າງເມືອງໜ້າຢູ່ ມີຄວາມເປັນເອກະ ພາບ ຮັບປະກັນຄວາມສະຫງົບ ມີຄວາມ ສະດວກ ແລະ ປອດໄພ.