ປີ 2022 ກະ​ຊວງ​ກະ​ສິ​ກຳ-ປ່າ​ໄມ້ ບັນ​ລຸຄາດໝາຍສູ້ຊົນຂອງສະພາແຫ່ງຊາດກຳ​ນົດ

ໃນ​ປີ 2022 ກະ​ຊວງ​ກະ​ສິ​ກຳ-ປ່າ​ໄມ້ ສາ​ມາດບັນ​ລຸການຂະຫຍາຍຕົວຂອງຂະແໜງກະສິກໍາ ປ່າໄມ້ ແລະ ພັດທະນາ ຊົນນະ ບົດ ສາມາດບັນລຸ 2,9% ລື່ນ​ຄາດ​ໝາຍສູ້ຊົນທີ່ກໍານົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ 0,2% ກວມ​ເອົາ​ກວ່າ 17% ຂອງ GDP.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວ ກອງປະຊຸມສະຫຼຸບວຽກງານກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ວ່າ: ໃນປີ 2022 ປະເທດເຮົາໄດ້ປະເຊີນ ກັບສິ່ງທ້າທາຍຫຼາຍດ້ານ ທາງພາກພື້ນ ແລະ ສາກົນ ແລະ ສະພາບພາຍໃນ ລວມທັງການປ່ຽນແປງດິນຟ້າອາກາດ ໄພພິ ບັດ ແລະ ການລະບາດ ຂອງພະຍາດຕ່າງໆ ອີກດ້ານໜຶ່ງການ ລົງທຶນພາກເອກະຊົນ ແລະ ການສົ່ງອອກ ແມ່ນລ້ວນແລ້ວ ແຕ່ມີຄວາມສ່ຽງ ແລະ ມີຄວາມບອບບາງ ໂດຍສະເພາະຜົນກະທົບຕໍ່ການເໜັງຕີງລາຄາສິນຄ້າ ແລະ ການບໍລິການ ເຊິ່ງສົ່ງ ຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2022.

ແຕ່ແນວໃດກໍຕາມ ພວກເຮົາໄດ້ມີຄວາມພະຍາຍາມ ສຸມໃສ່ຈັດຕັ້ງປະຕິບັດ ເພື່ອບັນລຸຄາດໝາຍສູ້ຊົນທີ່ກໍານົດໄວ້ ໃນມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 41/ສພຊ ລົງວັນທີ 17 ພະຈິກ 2021 ເປັນຕົ້ນແມ່ນສືບຕໍ່ເຮັດໃຫ້ການ ລວມຍອດຜະລິດຕະພັນກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວ ໃນລະດັບ 2,7% ຂຶ້ນໄປ ກວມເອົາ 16,7% ຂອງ GDP ໃນນັ້ນ ສູ້ຊົນເຮັດໃຫ້ແຕ່ລະຂະແໜງຍ່ອຍຂະຫຍາຍຕົວຄື: ປູກຝັງ 2,0% ລ້ຽງສັດ 3,5% ປ່າໄມ້ 3,5% ແລະ ປະມົງ 4,3% ສືບຕໍ່ສ້າງ ຄອບຄົວ ບ້ານ ແລະ ເມືອງ ໃຫ້ມີເງື່ອນໄຂພົ້ນທຸກ ໃຫ້ໄດ້ 30.654 ຄອບຄົວ 466 ບ້ານ 12 ເມືອງ ສ້າງຄອບຄົວ ແລະ ບ້ານ ພັດທະນາ ໃຫ້ໄດ້ 36.859 ຄອບຄົວ 663 ບ້ານ ສ້າງບ້ານໃຫຍ່ກາຍເປັນຕົວເມືອງ ໃນຊົນນະບົດ ໃຫ້ໄດ້ 3 ບ້ານ ສ້າງເມືອງ ເຂັ້ມແຂງຮອບດ້ານ 4 ເມືອງ ຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນ ຢູ່ 25 ຈຸດສຸມ.

ສະເພາະປີ 2022 ສະພາບເສດຖະກິດມີການປ່ຽນແປງ ໄພເງິນເຟີ້ ເຮັດໃຫ້ລາຄາປັດໄຈການຜະລິດສູງຂຶ້ນ ແຕ່ສະພາບ ການລະບາດຂອງພະຍາດໂຄວິດ-19 ໄດ້ເບົາບາງລົງ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສືບຕໍ່ສຸມໃສ່ຢ່າງຕັ້ງໜ້າ ໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ເພື່ອຜະລິດພາຍໃນທົດແທນການນໍາເຂົ້າ ແລະ ຜະລິດເປັນສິນຄ້າເພື່ອສົ່ງອອກ ເຊິ່ງເຮັດໃຫ້ ການຂະຫຍາຍຕົວຂອງຂະແໜງກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ສາມາດບັນລຸ 2,9% (ລື່ນແຜນການທີ່ສະພາ ແຫ່ງຊາດຮັບຮອງ 0,2%) ກວມເອົາ 17,5% ຂອງ GDP.

ສຳ​ລັບ​ກອງ​ປະ​ຊຸມ​ຄັ້ງ​ດັ່ງ​ກ່າວ ຈັດຂຶ້ນໃນວັນທີ 7-8 ກຸມພາ 2023 ຢູ່ສູນຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ມີບັນດາຮອງປະທານກໍາມາທິການ ຈາກສະພາແຫ່ງຊາດ ຮອງລັດຖະມົນຕີ ຮອງຫົວໜ້າອົງການ ແລະ ທຽບເທົ່າ ຮອງເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

error: Content is protected !!