ເຈົ້າ​ໜ້າ​ທີ່ ວິສາມັນຄົນ​ຮ້າຍ ໃຊ້​ປືນ​ກໍ່​ເຫດ​ອາ​ລະ​ວາດ

ເຈົ້າໜ້າທີ່ຕຳຫຼວດໄດ້ວິສາມັນຄົນຮ້າຍທີ່ກໍ່ເຫດລັກເຂົ້າເຮືອນພັກເຈົ້າໜ້າທີ່ຕຳຫຼວດປ້ອງກັນທະນາ ຄານແຫ່ງໜຶ່ງ ທີ່ເມືອງນານ ແຂວງຫຼວງພະບາງ ໂດຍຄົນຮ້າຍໄດ້ເອົາປືນຂອງເຈົ້າໜ້າທີ່ຈີ້ເອົາລົດປະຊາ ຊົນ ແລະ ຍິງໄປທົ່ວທີບ ຈົນ ມີຜູ້ໄດ້ຮັບບາດເຈັບ ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 19:00 ໂມງ ຂອງວັນທີ 6 ກຸມພາ 2023.

ເຈົ້າໜ້າທີ່ ປກສ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນຄືນເກີດເຫດໄດ້ມີຄົນຮ້າຍເພດຊາຍ ຈໍານວນ 1 ຄົນ ລັກເຂົ້າເຮືອນພັກຕຳ ຫຼວດທີ່ປ້ອງກັນທະນາຄານ ໃນເວລານັ້ນເຈົ້າໜ້າທີ່ ກໍາລັງກິນເຂົ້າຢູ່ໃນເຮືອນຄົວ ແລ້ວ ເຂົ້າໄປຫ້ອງນອນຂອງເຈົ້າໜ້າທີ່ຈັບ ເອົາຈັບປືນ AK ຈໍານວນ 1 ກະບອກ ມີລູກປືນ 30 ລູກ ແລ້ວກໍ່ອາລະວາດ ພໍເຫັນຄົນຮ້າຍເຈົ້າໜ້າທີ່ຮີບເຂົ້າເພື່ອຄວບຄຸມຕົວ ຜູ້ກໍ່ເຫດໄດ້ໃຊ້ປືນນາບຂູ່ ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ຊຸດປະຈໍາຢູ່ທະນາຄານດັ່ງກ່າວ ຈຶ່ງໄດ້ປະສານຫາກອງບັນຊາການ ປກສ ເມືອງ ເພື່ອສະກັດຜູ້ກໍ່ເຫດ.

ຕໍ່ມາຄົນຮ້າຍ ໄດ້ຂຶ້ນໄປຊັ້ນເທິງຂອງທະນາຄານ ພ້ອມທັງເລາະໄຂປະຕູແຕ່ລະຫ້ອງ ໃນເມື່ອໄຂບໍ່ໄດ້ກໍລົງມາຊັ້ນລຸ່ມ ແລະ ໃຊ້ ທ້າຍປືນທັບປະຕູແກ້ວເອົາລົດຈັກຂອງທະນາຄານຂັບຂີ່ອອກໄປທາງທິດໃຕ້ ພໍໄປຮອດ ຮ້ານຂາຍເຄັກ ຄົນຮ້າຍໄດ້ນໍາໃຊ້ປືນ ຈີ້ເອົາລົດກະບະຂອງປະຊາຊົນທີ່ມາຊື້ເຄັກ ຂັບຂີ່ໄປທາງຕະຫຼາດເມືອງນານ ແລ້ວມາຈອດຢູ່ໜ້າຮ້ານຂາຍໂທລະສັບ ເຂດ ບ້ານປ່າໄຜ່ ຄົນຮ້າຍໄດ້ໃຊ້ທ້າຍປືນທັບຕູ້ແກ້ວ ເອົາໂທລະສັບ 1 ໜ່ວຍ ແລ້ວຂັບລົດໜີໄປທາງ ແຂວງໄຊຍະບູລີ ຈາກນັ້ນ ເຈົ້າ ໜ້າທີ່ກໍໄດ້ໄລ່ຕິດຕາມຄົນຮ້າຍ ພໍໄປຮອດແຂວງໄຊຍະບູລີ ເຈົ້າໜ້າທີ່ຕໍາຫຼວດ ແລະ ທະຫານປະ ຈຳຢູ່ດ້ານໄດ້ຍິງ ສະກັດລົດ ໄວ້ ແຕ່ຄົນຮ້າຍບໍ່ຍອມຈອດ ຍັງຂັບຂີ່ລົດໄປທາງ ບ້ານນາແລ້ງຫຼວງ ຫາ ບ້ານນາຍາວເຈົ້າ  ໜ້າທີ່ໄລ່ຕິດຕາມພໍໄປຮອດທົ່ງນາ ເມື່ອເຫັນວ່າປອດໄພບໍ່ມີປະຊາຊົນເຈົ້າໜ້າທີ່ໄດ້ຍິງຕໍ່ສູ້ກັບຄົນຮ້າຍ ແລະ ໃນຂະນະນັ້ນ ຄົນຮ້າຍກໍໄດ້ນຳໃຊ້ອາວຸດ ຍິງຕອບ ໂຕ້ເຈົ້າໜ້າທີ່ ຈົນໄດ້ຮັບບາດເຈັບ 4 ສະຫາຍ ຄົນຮ້າຍກໍຖືກຍິງເສຍຊີວິດຄາລົດ.

ຕໍ່ກັບເຫດການດັ່ງກ່າວ ໄດ້ມີຜູ້ໄດ້ຮັບບາດເຈັບ ຈໍານວນ 6 ຄົນ ໃນນີ້ ມີເຈົ້າໜ້າທີ່ຕໍາຫຼວດ 4 ສະຫາຍ ແລະ ປະຊາຊົນ 2 ຄົນ ສໍາລັບຜູ້ກໍ່ເຫດແມ່ນເປັນຄົນລາວ ມີການຊໍານານໃນການຂັບລົດ ແລະ ໃຊ້ປືນພໍສົມຄວນ ຍັງບໍ່ຮູ້ຊື່ ແລະ ມາຈາກໃສ ເພາະບໍ່ ມີເອກະສານຕິດຕົວ ຕໍ່ກັບຜູ້ທີ່ໄດ້ຮັບບາດເຈັບ ແມ່ນໄດ້ນໍາສົ່ງ ປິ່ນປົວຢູ່ໂຮງໝໍ ມາຮອດປັດຈຸບັນ ແມ່ນມີຄວາມປອດໄພ ແລ້ວ.

ພາບ-ຂ່າວຈາກ ຄວາມສະຫງົບ Lao Security News

error: Content is protected !!