ກັກຕົວຄ້າຂາຍໃບກະທ້ອມ ພ້ອມຂອງກາງ ໃບ​ກະ​ທ້ອ​ມ-​ສ່ວນ​ປະ​ສົ​ມ​ປ​ຸງ​ແຕ່ງ​ນ້ຳ​ກະ​ທ້ອມ

ປກສ ເມືອງຫາດຊາຍຟອງ ນະ​ຄອນຫຼວງວຽງ​ຈັນ ກ​ັກ​ໂຕ​ເປົ້າ​ໝາຍ​ເຄື່ອນ​ໄຫວ ຄ້າຂາຍໃບກະທ້ອມ ແລະ ປຸ່ງແຕ່ງເຄື່ອງ ດື່ມນໍ້າໃບກະທ້ອມ ພ້ອມ​ຂອງ​ກາງ​ໃບ​ກະ​ທ້ອມກວ່າ 130 ກີ​ໂລກ​ຣາມ ແລະ ສ່ວນ​ປະສົມ​ໃນ​ການ​ປ​ຸງ​ແຕ່​ນ້ຳ​ກະ​ທ້ອມ.

ທ່ານ ພັທ ປທ ບຸນມີ ກັນຕີຍາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ໃຫ້ສໍາພາດ ໃນວັນທີ 2 ກຸມພາ 2023 ວ່າ: ໃນເດືອນມັງກອນ ປີ 2023 ປກສ ກຸ່ມ ສາລາຄໍາ ຮ່ວມກັບສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ດົງ ໂພສີ ກັກຕົວຜູ້ເຄື່ອນໄຫວຄ້າຂາຍໃບກະທ້ອມ ແລະ ປຸ່ງແຕ່ງເຄື່ອງດື່ມນໍ້າໃບກະທ້ອມ ເພື່ອຈໍາໝ່າຍ 2 ຄົນ ຊື່ ທ້າວ ດວງດີ ອາຍຸ 22 ປີ ກຳມະກອນ ບ້ານຈອມເພັດໃຕ້ ເມືອງສີສັດຕະນາກ ພັກເຊົາຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ແລະ ທ້າວ ສຸກ ສະຫວັດ ອາຍຸ 66 ປີ ກຳມະກອນ ບ້ານນາໄຫ ເມືອງຫາດຊາຍຟອງ ນວ ພ້ອມຂອງກາງ ໃບກະທ້ອມ 136 ກິໂລກຣາມ ແກ້ວ ຢາດີໄອ 52 ແກ້ວ ຢາດີໄອ 16 ແກ້ວ ກະຕຸກຢາງ 270 ກະຕຸກ ນໍ້າຕານໝາກຟ້າວ 16 ແກ້ວ ມາດໍາເນີນຄະດີ.

ຜ່ານການ ສືບສວນ ພວກກ່ຽວຮັບສາລະພາບວ່າ: ເລີ່ມເຄື່ອນໄຫວນຳໃບກະທ້ອມມາຂາຍເປັນໃບສົດ ແລະ ຕົ້ນປຸງແຕ່ງເປັນ ເຄື່ອງດື່ມຂາຍ ຫຼາຍຄັ້ງແຕ່ ເດືອນ ຕຸລາ ປີ 2022 ເປັນຕົ້ນມາ ສ່ວນໃບກະທ້ອມ ໄດ້ຕິດຕໍ່ຊື້ນໍາເຂົ້າຈາກປະເທດເພື່ອນບ້ານ ພາຍຫຼັງປຸງແຕ່ງສຳເລັດກໍນຳໄປຈຳໜ່າຍຂາຍ ໃຫ້ໄວໝຸ່ມ ທີ່ສັ່ງຊື້ຕາມຮ້ານອາຫານ ເຊິ່ງເປັນການລະເມີດຕໍ່ແຈ້ງການ ສະບັບ ເລກທີ 13/ປກສ ລົງວັນທີ 14 ກັນຍາ 2022 ການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນການປູກຜະລິດ ປຸງແຕ່ງ ຊົມໃຊ້ ຄ້າຂາຍ ຈຳໜ່າຍ ຂົນສົ່ງ ມີໄວ້ ໃນຄອບຄອງ ນໍາເຂົ້າ ສົ່ງອອກ ພືດທີ່ມີສານເສບຕິດ ຫຼື ຜະລິດຕະພັນ ທີ່ມີສ່ວນປະສົມສານ ເຄມີ ຕົ້ນ ຫຼື ສານເສບຕິດຜິດກົດໝາຍ.

ນໍ້າກະທ້ອມທີ່ຢຶດໄວ້ໃນເວລາກັກຕົວ ພາຍຫຼັງສອບສວນຂະຫຍາຍຜົນ ເປີດກ້ວາງຮູ້ຂໍ້ມູນລະອຽດຊັດເຈນ ເຈົ້າໜ້າທີ່ ຈະນຳ ເອົາໄປທຳລາຍຖີ້ມ ສ່ວນການດຳເນີນຄະດີ ປະຕິບັດຕາມກົດໝາຍ.

ພາບ-ຂ່າວ ປ້ອງ​ກັນ​ຄວາມ​ສະ​ຫງົບ ນະ​ຄອນຫຼວງວຽງ​ຈັນ

error: Content is protected !!