ແຕ່ງຕັ້ງ ເລຂາຄະນະພັກ ລັດຖະມົນຕີ ກະຊວງພະລັງງານ-ບໍ່ແຮ່

ພິທີມອບ-ຮັບ ຕຳແໜ່ງເລຂາຄະນະພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຈັດຂຶ້ນວັນທີ 3 ກຸມພາ 2023 ຢູ່ຫໍປະ ຊຸມແຫ່ງຊາດ ມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາ ຍົກລັດຖະມົນ ຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າ ການສູນກາງພັກ ຄະນະຈັດ ຕັ້ງສູນກາງພັກ ຄະ ນະກວດກາສູນກາງພັກ ຫ້ອງວ່າສໍານັກງານນາຍົກລັດຖະ ມົນຕີ ບັນດາ ຮອງລັດຖະມົນຕີ ຮອງເຈົ້າແຂວງ ຮອງເຈົ້າຄອງນະ ຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ຂ້ອງເຂົ້າຮ່ວມເປັນສັກຂີ່ພິຍານ.

ໃນພິທີ ສະຫາຍ ວີສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິຕິກຳທີ່ກ່ຽວຂ້ອງເປັນຕົ້ນ ຄຳສັ່ງ ຂອງກົມການເມືອງສູນກາງພັກ ລັດຖະດໍາລັດຂອງປະທານປະເທດ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າ ດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງການນຳຂັ້ນສູງຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ໃນນີ້ໄດ້ຕົກລົງຍົກຍ້າຍ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງ ສາລະວັນ ແລະ ຍົກຍ້າຍ ແຕ່ງຕັ້ງ ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສາລະວັນ ມາຮັບໜ້າທີ່ໃໝ່ເປັນເລຂາຄະນະພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ໃໝ່ ຫຼັງຈາກນັ້ນ ກໍ່ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.

error: Content is protected !!