ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນວົງເເຄບ

ໃນວັນທີ 4 ກຸມພາ 2023 ທີ່ ຈາກາຕາ ອິນໂດເນເຊຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລັດຖະມົນ ຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ວົງເເຄບ ໂດຍການເປັນປະທານອາຊຽນຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນ ມີຄວາມສຳຄັນ: ເປັນສູນກາງແຫ່ງ ການພັດທະນາ (ASEAN Matters: Epicentrum of Growth)”.

ກອງປະຊຸມ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ສະ ພາບການໃນ ມຽນມາ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືກັບພາຍນອກ ເຊິ່ງກອງປະຊຸມໄດ້ເຫັນດີຍຶດໝັ້ນໃນຫຼັກ ການຄວາມເປັນແກນກາງຂອງອາຊຽນໃນການພົວພັນກັບພາຍນອກ ໃນທ່າມກາງສະພາບການຂອງໂລກມີການປ່ຽນແປງ ພ້ອມດຽວກັນນີ້ ກອງປະຊຸມ ກໍໄດ້ປຶກສາຫາລືໃນການກະກຽມຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາ ຊຽນ ກັບບາງຄູ່ເຈລະຈາອາຊຽນ ເຊັ່ນ: ການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023 ແລະ ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ໃນປີ 2024 ແລະ ການຈັດກອງປະຊຸມສຸດຍອດ ອາຊຽນ-ສະພາການ ຮ່ວມມືອ່າວ (ASEAN-Gulf Cooperation Council) ໃນປີ 2023 ນີ້.

ໃນໂອກາດນີ້ ກອງປະຊຸມ ໄດ້ເເລກປ່ຽນຄວາມຄິດຄວາມເຫັນຕໍ່ບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນ ໃຈຮ່ວມກັນ.

error: Content is protected !!