ບໍລິສັດ ອິນທະນິນທີ່ປຶກສາກົດໝາຍ ຈຳກັດຜູ້ດຽວ ເປີດເປັນທາງການ ແລະ ເລີ່ມໃຫ້ບໍລິການໃນວັນທີ 1 ກຸມພາ 2023 ເຊິ່ງຈະເປັນການປະກອບສ່ວນສຳຄັນໃນການປະຕິບັດລະບຽບກົດໝາຍ ສ້າງສັງຄົມໃຫ້ມີຄວາມສະຫງົບ ເພື່ອສ້າງລັດແຫ່ງກົດໝາຍ.


ທ່ານ ອິນທະນິນ ທໍລະນິນ ປະທານບໍລິສັດ ອິນ ທະນິນທີ່ປຶກສາກົດໝາຍ ຈຳກັດຜູ້ດຽວ ກ່າວວ່າ: ຈຸດປະສົງຂອງການສ້າງຕັ້ງບໍລິສັດ ແມ່ນອີງໃສ່ສະພາບຄວາມເປັນຈິງຂອງການຈັດຕັ້ງປະຕິບັດກົດໝາຍໃນປະເທດລາວເຮົາ ທີ່ຍັງກໍ່ໃຫ້ເກີດປະກົດການຕ່າງໆໃນສັງຄົມ ເນື່ອງຈາກປັດໄຈທີ່ກໍ່ໃຫ້ເກີດບັນຫາ ກໍຄື ປະກົດການຕ່າງໆນັ້ນ ແມ່ນມາຈາກຄວາມຮັບຮູ້ຄວາມເຂົ້າໃຈກ່ຽວກັບກົດໝາຍຂອງບາງຊັ້ນຄົນຍັງຈຳກັດ ດັ່ງນັ້ນຈຶ່ງມີຄວາມຈຳເປັນໃນການເພີ່ມຫົວໜ່ວຍທຸລະກິດໃຫ້ຄຳປຶກສາເພີ່ມຂຶ້ນເພື່ອເປັນການປະກອບສ່ວນໃນການແກ້ໄຂບັນຫາດັ່ງກ່າວ ແລະ ບໍ່ສະເພາະແຕ່ປະຊາຊົນລາວເຮົາເທົ່ານັ້ນຈະໄດ້ຮັບຄຳປຶກສາທາງດ້ານກົດໝາຍ ແຕ່ມັນຍັງສ້າງເງື່ອນໄຂໃຫ້ກັບຄົນຕ່າງປະເທທດທີ່ມາອາໃສ ດຳເນີນທຸລະກິດຢູ່ລາວ ທີ່ປະສົບກັບບັນຫາຕ່າງໆໄດ້ຮັບຄວາມຍຸຕິທຳ ແລະ ຍັງເປັນການສ້າງເງື່ອນໄຂໃນການດຶງດູດການລົງທຶນຈາກຕ່າງປະເທດຕື່ມອີກ.

ທ່ານ ສາຍທອງ ແກ້ວດວງດີ ອະດີດປະທານກຳມາທິການກົດໝາຍສະພາແຫ່ງຊາດ ກ່າວໃນພິທີຄັ້ງນີ້ວ່າ: ການເປີດ ບໍລິສັດ ອິນທະນິນທີ່ປຶກສາກົດໝາຍ ຈຳກັດຜູ້ດຽວ ແມ່ນມີ ຄວາມສຳຄັນປະກອບສ່ວນໃນການຈັດຕັ້ງປະຕິບັດນະໂຍບາຍຂອງລັດ ລະບຽບກົດໝາຍ ຂອງລັດ ເພື່ອໃຫ້ໃຫ້ພໍ່ແມ່ນປະ ຊາຊົນທຸກຊັ້ນຄົນ ເຂົ້າຕໍ່ລະບຽບກົດໝາຍ ຢ່າງຈະແຈ້ງ ເປັນການປະ ກອບສ່ວນອັນສຳຄັນໃນການສ້າງລັດແຫ່ງກົດໝາຍ.
ສຳລັບ ບໍລິສັດ ອິນທະນິນ ທີ່ປຶກສາກົດໝາຍ ຈຳກັດຜູ້ດຽວ ເປັນບໍລິສັດທີ່ໃຫ້ຄຳປຶກສາ ໃຫ້ຄວາມຄິດເຫັນ ຄຳແນະນຳ ແລະ ໃຫ້ການບໍລິການທາງດ້ານກົດໝາຍແກ່ປະຊາຊົນທົ່ວໄປ ລວມເຖິງ ນັກທຸລະກິດ ນັກລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ ເຄື່ອນໄຫວ ແລະ ດຳເນີນທຸລະກິດຢູ່ໃນ ສປປລາວ ນອກຈາກນີ້ ຍັງບໍລິການເປັນຜູ້ຕາງໜ້າໃນການວ່າຄວາມ ຕາມຂະບວນ ການຍຸຕິທຳ ບົນພື້ນຖານການເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງລາວ ແນໃສ່ສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ມີສະຕິ ເຄົາລົບ ແລະ ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.


ພິທີເປີດບໍລິສັດດັ່ງກ່າວຈັດຂຶ້ນໃນວັນທີ 27 ມັງກອນ 2023 ຈັດຂຶ້ນທີ່ບໍລິສັດດັ່ງກ່າວ ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສາຍທອງ ແກ້ວດວງດີ ອະດີດປະທານກຳມາທິການກົດໝາຍສະພາແຫ່ງຊາດ ທ່ານ ອິນທະນິນ ທໍລະນິນ ປະທານບໍລິສັດ ອິນ ທະນິນທີ່ປຶກສາກົດໝາຍ ຈຳກັດຜູ້ດຽວ ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.