ກົມພາສີ ແລະ ພາກທຸລະກິດ ແລກປ່ຽນການອຳນວຍຄວາມສະດວກ

ກົມພາສີ ກະຊວງການເງິນ  ແລະ ພາກທຸລະກິດ ໄດ້ຈັດກອງປະຊຸມພົບປະແລກປ່ຽນຄຳຄິດຄໍາເຫັນເວົ້າລວມເວົ້າສະເພາະ ແມ່ນນະໂຍບາຍການເງິນອັນເປັນການກະຕຸກຊຸກຍູ້ດ້ານເສດຖະກິດໃຫ້ມີການຂະຫຍາຍຕົວ ການອຳນວຍຄວາມສະດວກ ທາງດ້ານພາສີ ການຄ້າ ຂັ້ນຕອນ ແລະ ກົນໄກຕ່າງໆ ໄດ້ຈັດຂຶ້ນວັນທີ 27 ມັງກອນ 2023 ທີ່ ນະຄອນຫຼວງວຽງຈັນ ເປັນປະ ທານຮ່ວມຂອງທ່ານ ຄຳມິດ ໄຊອາສາ ຮອງຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ນາງ ວາລີ ເວດສະພົງ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຄະນະກົມພາສີ ຄະນະພະແນກ ຄະນະດ່ານພາສີສາກົນ ແລະ ຜູ້ຕາງ ໜ້າຈາກພາກທຸລະກິດເຂົ້າຮ່ວມ.

ທ່ານ ຄຳມິດ ໄຊອາສາ ຮອງຫົວໜ້າກົມພາສີ ກະຊວງການເງິນ ໄດ້ກ່າວວ່າ:ກະຊວງການເງິນຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດກອງປະຊຸມພົບປະ ແລະ ປ່ຽນ ເພື່ອເປັນການແລກປ່ຽນຄຳຄິດຄໍາເຫັນເວົ້າລວມ ເວົ້າ ສະເພາະແມ່ນນະໂຍບາຍການເງິນອັນເປັນການກະຕຸກຊຸກຍູ້ດ້ານເສດຖະກິດໃຫ້ມີການຂະຫຍາຍຕົວເປັນຕົ້ນ: ແມ່ນການ ຫຼຸດອາກອນຊົມໃຊ້ນໍ້າມັນລົງ ເພື່ອຊ່ວຍເຫຼືອຜູ້ບໍລິໂພກ ແລະ ຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານໂດຍສະເພາະແມ່ນ ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄຳສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ.

ກົມພາສີໄດ້ໃຫ້ຄວາມສຳຄັນແກ່ການເພີ່ມທະວີຮ່ວມມືກັບພາກທຸລະກິດເພື່ອຍົກສູງການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ ຂັ້ນຕອນ ແລະ ກົນໄກຕ່າງໆໄດ້ຖືກຕັດຮອນລົງ ເພື່ອໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດມີ ການປັບປຸງດີຂຶ້ນ ທາງຂະແໜງພາສີໄດ້ພະຍາຍຍາມນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບ ໃຫ້ມີຄວາມສະດວກວ່ອງໄວ ເຮັດໃຫ້ການບໍລິການພາກລັດຂອງພວກເຮົາມີປະສິດທິຜົນ ແລະ ຫຼຸດຜ່ອນຂັ້ນຕອນທີ່ບໍ່ຈຳ ເປັນລົງ ເພື່ອຊ່ວຍເຫຼືອພາກທຸລະກິດທາງດ້ານເວລາ ແລະ ຕົ້ນທຶນ.

ໃນໄລຍະກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ກົມພາສີ ກໍໄດ້ຈັດກອງປະຊຸມພົບປະກັບພາກທຸລະກິດຜ່ານມາແລ້ວ ທາງຂະແໜງພາສີກໍໄດ້ນຳເອົາບັນດາຄຳຄິດເຫັນໄປປັບປຸງແກ້ໄຂ ກົມພາສີໄດ້ອອກເປັນນິຕິກຳ ແລະ ລະບຽບການ ປັບປຸງ ກົນໄກຕ່າງໆເຊິ່ງພວກເຮົາເຫັນໄດ້ຈາກຕົວຊີ້ວັດທີ 8 (ຕົວຊີ້ວັດການຂ້າມແດນ) ແມ່ນມີທ່າອ່ຽງດີຂຶ້ນ ແລະ ຄຽງຄູ່ກັນນີ້ ພາຍ ຫຼັງທີ່ໄດ້ມີມາດຕະການຜ່ອນຜັນຂອງການແຜ່ລະບາດພະຍາດໂຄວິດ- 19 ເຫັນໄດ້ວ່າບັນຍາກາດການທ່ອງທ່ຽວ ການລົງ ທຶນຂອງພາກທຸລະກິດກໍມີທ່າອ່ຽງດີຂຶ້ນ.

ສະນັ້ນ ການພົບປະໃນມື້ນີ້ ຈຶ່ງເປັນໂອກາດອັນດີທີ່ໄດ້ມີການປຶກສາຫາລື-ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ການ ໃຫ້ບໍລິການຈາກຂະແໜງພາສີ ສຳລັບກົມພາສີ ກໍຈະໄດ້ນຳສະເໜີບາງ  ໜ້າວຽກທີ່ຈະເຜີຍແຜ່ ແນະນຳໃຫ້ແກ່ພາກທຸລະ ກິດກ່ຽວກັບການຫັນວຽກງານພາສີເປັນທັນສະໄໝ ແລະການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ ສ່ວນ ພາກທຸລະກິດກໍຢາກຮັບຟັງຄຳຄິດຄຳເຫັນໃນການປະຕິບັດກົດໝາຍ ລະບຽບການ ແລະ ການໃຫ້ບໍລິການຂອງເຈົ້າໜ້າທີ່ ພາສີ.

ໃນກອງປະຊຸມດັ່ງກ່າວຍັງໄດ້ມີການເຜີຍແຜ່ລະບຽບການທາງພາສີທີ່ສຳຄັນ ພ້ອມນັ້ນ ຍັງໄດ້ເປີດໂອກາດໃຫ້ພາກທຸລະກິດ ແລະ ເຈົ້າໜ້າທີ່ພາສີແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ຍົກໃຫ້ເຫັນດ້ານຂໍ້ສະດວກ ຂໍ້ຫຍຸ້ງຍາກໃນໄລຍະຜ່ານມາເພື່ອເປັນຂໍ້ມູນນຳໄປປັບປຸງແກ້ໄຂຕໍ່ໜ້າ.

error: Content is protected !!