ລົດແກ້ວ ອິນທະກຸມມານ ນັກກີລາແລ່ນ(ຍິງ) ທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດໄດ້ 3 ຫຼຽນຄຳ ແລະ 1 ຫຼຽນ ທອງ ໃຫ້ມະຫາວິທະຍາໄລກຸງເທບ ທົນບູຣີ ໃນງານມະຫະກຳກີລາມະຫາວິທະຍາໄລ ທົ່ວປະເທດໄທ ຄັ້ງທີ 48 ຫຼື ດອກ ຈານ ບ້ານຊຽງ ເກມ 2023 ທີ່ແຂວງອຸດອນທານີ ພ້ອມຍາດລາງວັນທີ 2 ໃນການແຂ່ງຂັນແລ່ນ ໄລຍະທາງ 21 ກິໂລແມັດຍິງ ລາຍການ ຂອນແກ່ນ ອິນເຕີເນຊັນແນວ ມາຣາທອນ 2023 ອີກດ້ວຍ.

ສຳລັບການເຄື່ອນໄຫວຂອງ ລົດແກ້ວ ທະກຸມມານ ສາວນັກກີລາແລ່ນ ທີມຊາດລາວ ໃນການເລີ່ມຕົ້ນປີ 2023 ເຂົ້າຮ່ວມ ແຂ່ງຂັນ 2 ງານລວດ ຈັດຂຶ້ນທີ່ປະເທດເພື່ອນບ້ານ (ໄທ) ເຊິ່ງງານທຳອິດ ແມ່ນໄດ້ລົງຫຼິ້ນໃຫ້ຕົ້ນສັງກັດຂອງຕົນເອງ ກໍຄືມະ ຫາວິທະຍາໄລກຸງເທບ ທົນບູຣີ ໃນງານມະຫະກຳກີລາມະຫາວິທະຍາໄລ ທົ່ວປະເທດໄທ ຄັ້ງທີ 48 ຫຼື ດອກຈານ ບ້ານຊຽງ ເກມ 2023 ທີ່ແຂວງອຸດອນທານີ ເປັນເຈົ້າພາບ ລະຫວ່າງວັນທີ 21-30 ມັງກອນ 2023 ໂດຍ ລົດແກ້ວ ໃກ້ຈະຈົບການ ສຶກສາໃນປີນີ້ ໃນສາຂາວິຊາ ບໍລິຫານທຸລະກິດ ສາຂາການຈັດການ ລະດັບປະລິນຍາເອກ ແລະ ລາຍການ ແລ່ນ ຂອນແກ່ນ ອິນເຕີເນຊັນແນວ ມາຣາທອນ 2023 ຈັດຂຶ້ນເມື່ອວັນທີ 29 ມັງກອນ 2023 ຜ່ານການເຂົ້າຮ່ວມແຂ່ງຂັນ 2 ງານດັ່ງກ່າວ ຜົນປາກົດວ່າ: ນາງ ລົດແກ້ວ ອິນທະກຸມມານ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດ 3 ຫຼຽນຄຳ ຈາກລາຍການແລ່ນ 1.500 ແມັດ 5.000 ແມັດ ແລະ 10.000 ແມັດຍິງ ແລະ 1 ຫຼຽນທອງ ຈາກແລ່ນ 800 ແມັດຍິງ.

ນອກຈາກນີ້ ລົດແກ້ວ ຍັງສາມາດຍາດອັນດັບທີ 2 ແລ່ນໄລຍະທາງ 21 ກິໂລແມັດຍິງ ລາຍການ ຂອນແກ່ນ ອິນເຕີເນຊັນ ແນວ ມາຣາທອນ 2023 ຈັດຂຶ້ນ ເມື່ອວັນທີ 29 ມັງກອນ ຜ່ານມາ ເຊິ່ງມີນັກແລ່ນໃນທົ່ວໂລກ ຮ່ວມແຂ່ງຂັນລາຍການ ດັ່ງກ່າວເຖິງ 10 ພັນກວ່າຄົນ.
ລົດແກ້ວ ອິນທະກຸມມານ ໃຫ້ສຳພາດວ່າ: ປັດຈຸບັນ ນ້ອງກຳລັງຈະສະເໜີບົດຈົບການສຶກສາ ໃນສາຂາວິຊາ ບໍລິຫານ ທຸລະກິດ ສາຂາການຈັດການ ລະດັບປະລິນຍາເອກ ຄາດວ່າຈະຈົບການສຶກສາໃນທ້າຍປີນີ້ ຫຼື ຕົ້ນປີ 2024 ທີ່ມະຫາ ວິທະຍາໄລກຸງເທບ ທົນບູລີ ສຳລັບລາຍການຕໍ່ໜ້າ ຈະເຂົ້າຮ່ວມການແຂ່ງຂັນແລ່ນ ອຸດົມໄຊ ຮາບມາຣາທອນ ລາຍ ການການກຸສົນ ຮ່ວມໃຈຕ້ານໄພ ໜາວ ຈະຈັດຂຶ້ນໃນຕົ້ນເດືອນ ກຸມພາ 2023 ແລະ ກຽມຮ່ວມແຂ່ງຂັນລາຍການ ວຽງຈັນ ອິນເຕີເນຊັນແນວ ຮາບມາຣາທອນ 2023 ຈະຈັດຂຶ້ນໃນເດືອນ ມີນາ 2023 ທີ່ເດີ່ນພະທາດຫຼວງ ແລະ ງານສຳ ຄັນທີ່ ສຸດໃນຊີວິດຂອງ ລົດແກ້ວ ກໍຄື ງານມະຫະກຳກີລາ ຊີເກມ ຄັ້ງທີ 32 ຈະຈັດຂຶ້ນ ທີ່ປະເທດກຳປູເຈຍ ໃນເດືອນພຶດສະພານີ້.