ປະເມີນການຈັດຕັ້ງປະຕິບັດວຽກງານຂອງໂຄງການສົ່ງເສີມ ການຄ້າຊີວະນາໆພັນ

ກອງປະຊຸມຄະນະຄຸ້ມຄອງໂຄງການຂັ້ນສູນກາງ ຂອງໂຄງການສົ່ງເສີມການຄ້າຊີວະນາໆພັນ ຢູ່ ສປປ ລາວ ໄລຍະ 2 ປະຈຳປີ 2022 ຈັດຂຶ້ນວັນທີ 30 ມັງກອນ 2023 ທີ່ໂຮງແຮມຄຣາວພາຊາ ນະ ຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຟັງ ກະຊວງກະສິກຳ ແລະ ປ່າໄມ້ ປະທານໂຄງການ ມີຄະນະຊີ້ນຳໂຄງການຂັ້ນສູນກາງ ຄະ ນະຊີ້ນຳຈາກ 3 ແຂວງເປົ້າ      ໝາຍ (ຫຼວງພະບາງ ຫຼວງນ້ຳທາ ຜົ້ງສາລີ) ແລະ ຕາງໜ້າຈາກກະຊວງກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຈັນ ກົມບຸນຍະສິດ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຂອງໂຄງການສົ່ງເສີມການຄ້າຊີວະນາໆພັນ ໄລຍະ2 (ໂຄງການໄບໂອເທຣດ ໄລຍະ 2) ພາຍຫຼັງທີ່ໄດ້ເຊັນ MoU ຮ່ວມກັນຕົ້ນປີ 2022 ມາຮອດປັດຈຸບັນ ພວກເຮົາເຫັນວ່າມີຫຼາຍ ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດມີຜົນສຳເລັດ ແລະ ກອງປະຊຸມໃນຄັ້ງນີ້ ພວກເຮົາຈະໄດ້ຮັບຟັງການລາຍງານຜົນການຈັດ ຕັ້ງປະຕິບັດ 4 ໝາກຜົນໄດ້ຮັບ ຂອງໂຄງການບໍ່ວ່າຈະເປັນການສະໜັບສະໜູນດ້ານການຄ້າ ແລະ ການເປັນຕົວກາງທີ່ມີປະ ສິດທິຜົນ ໃນການເຊື່ອມຕໍ່ຜູ້ຊື້ກັບຜູ້ຄ້າຂາຍສິນຄ້າຊີວະນາໆພັນ ທັງໃນຕະຫຼາດສາກົນ ແລະ ພາກພື້ນ ຕາມແນວທາງ ການພັດທະນາທີ່ຍືນຍົງ.

ພ້ອມນັ້ນທັງເປັນການອະນຸລັກຄວາມອຸດົມສົມບູນດ້ານຊີວະນາໆພັນ ໃນຮູບແບບການປະສານ ສົມທົບຂອງຜູ້ສົ່ງອອກ-ຜູ້ ຜະລິດໃນທ້ອງຖິ່ນ ເຂົ້າກັບຕ່ອງໂສ້ມູນຄ່າໃນທົ່ວໂລກ ແລະ ເພີ່ມລາຍໄດ້ໃຫ້ ກັບຄົນໃນທ້ອງຖິ່ນ ຜົນປະໂຫຍດໜຶ່ງທີ່ເຫັນ ໄດ້ຈາກກິດຈະກຳຂອງໂຄງການ ແມ່ນການປະກອບສ່ວນ ເຂົ້າໃນການຊຸກຍູ້ການສົ່ງອອກ ແລະ ສ້າງລາຍຮັບໃຫ້ແກ່ຜູ້ຜະ ລິດ-ຜູ້ສົ່ງອອກ ພ້ອມທັງສ້າງເງື່ອນໄຂໃນການສະໜອງສິນຄ້າໃຫ້ແກ່ຕະຫຼາດພາຍໃນ ເຊິ່ງຊ່ວຍຫຼຸດຜ່ອນການນຳເຂົ້າສິນ ຄ້າຈາຕ່າງປະເທດ.

error: Content is protected !!