ທາບທາມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ

ກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຈັດຂຶ້ນໃນວັນທີ 30-31 ມັງ ກອນ 2023 ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໂດຍມີທ່ານ ສອນທະນູ ທໍາມະວົງ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາຫົວໜ້າ-ຮອງຫົວໜ້າ ຫ້ອງການ ກົມ ສະຖາບັນ ສູນ ອົງການຈັດຕັ້ງມະຫາຊົນ ຂອງ ສວສສຊ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ສອນທະນູ ທໍາມະວົງ ກ່າວວ່າ: ວຽກງານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ນັບທັງຂັ້ນສູນ ກາງຄຸ້ມຄອງ ແລະ ຂັ້ນ ສວສສຊ ຄຸ້ມຄອງ ກໍ່ແມ່ນວຽກ ໜຶ່ງທີ່ພວກເຮົາຍັງສ້າງແຜນບໍ່ທັນສຳເລັດ ດັ່ງນັ້ນ ເພື່ອເຮັດໃຫ້ ສວສສຊ ສາມາດເປັນບ່ອນອີງໃນການສົ່ງພະນັກງານໄປບຳລຸງ-ກໍ່ສ້າງ ເພື່ອເປັນຜູ້ສືບທອດປ່ຽນແທນ ໃນການປະຕິບັດ ໜ້າທີ່ການເມືອງຂອງ ສວສສຊ ໃນອະນາຄົດຢ່າງຕໍ່ເນື່ອງ ພວກເຮົາຈຶ່ງຈຳເປັນຕ້ອງໄດ້ສ້າງແຜນກຳນົດພະນັກງານນຳ ພາ-ຄຸ້ມຄອງ ໃຫ້ສຳເລັດ.

ພ້ອມດຽວກັນ ໄປພ້ອມກັນກັບການທາບທາມແຜນກຳນົດພະນັກງານ ຂັ້ນສູນກາງຄຸ້ມຄອງ ພວກເຮົາ ກໍ່ຈະໄດ້ສືບຕໍ່ທາບ ທາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນ ສວສສຊ ຄຸ້ມຄອງ ຮອບທີ 2 ຮອບທີ 3 ແລະ ສືບຕໍ່ທາບທາມຕຳແໜ່ງ ປະເພດ 2 ເລີຍ ເຊິ່ງຜ່ານມາ ຄືໃນທ້າຍປີ 2022 ແມ່ນພວກເຮົາໄດ້ສຳເລັດການທາບທາມຂັ້ນ ສວສສຊ ຮອບທີ 1 ແລ້ວ ສະນັ້ນ ເພື່ອເຮັດໃຫ້ວຽກງານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງສຳເລັດ ແລະ ສາມາດເປັນບ່ອນອີງໃນການ ຈັດຕັ້ງປະຕິບັດຕົວຈິງ.

error: Content is protected !!