ພູເບ້ຍມາຍນິງໄດ້ຮັບລາງວັນທຸລະກິດຊັ້ນນໍາດີເດັ່ນ

ຈາກ​ຜົນ​ງານ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດຂອງ ບໍລິສັດ ພູເບ້ຍມາຍນິງ ທີ່​ນັບ​ມື້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ປະ​ກອບ​ສ່ວນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົ​ມ ສ້າງ​ວຽກ​ເຮັດ​ງານ​ທຳ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ອື່ນໆ ຈາກ​ຜົນ​ງານ​ດັ່ງ​ກ່າວ​ເຮັດ​ໃຫ້ ພູເບ້ຍມາຍນິງ ໄດ້​ຮັບ​ລາງວັນທຸ​ລະກິດຊັ້ນນໍາດີເດັ່ນ ປ​ະ​ຈຳປີ 2022.

ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍມາຍນິງ ໄດ້ລາຍງານຫຍໍ້ຜົນຂອງການດໍາເນີນທຸລະກິດຕໍ່ພິທີມອບລາງວັນ ທຸ​ລະກິດຊັ້ນນໍາດີເດັ່ນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ວັນທີ 23 ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ ວ່າ: ບໍລິສັດພູເບ້ຍ ມາຍນິງ ແມ່ນບໍລິສັດ ແພນອອສ໌ ສໍານັກງານຕັ້ງຢູ່ອົສຕາລີ ຖືກໍາມະສິດ 90% ແລະ ຝ່າຍລັດຖະບານ ຖືກໍາມະ ສິດ 10% ເຊິ່ງ ບໍລິສັດ ແພນອອສ໌ ເປັນບໍລິສັດໃນເຄືອຂອງບໍລິສັດ ກວາງດົງ ຣາຍຊິງ ໂຮລດິງ ກຣຸບ ຈໍາກັດ ແມ່ນບໍລິ ສັດລັດວິ ສາຫະກິດຂອງແຂວງກວາງຕຸ້ງ ສປ ຈີນ ທີ່ດໍາເນີນງານພາຍໃຕ້ຄະນະກໍາມະການບໍລິຫານ ແລະ ຊີ້ນໍາດ້ານຊັບສິນທີ່ ລັດຖືກໍາມະສິດ ລັດຖະບານປະຊາຊົນຂອງແຂວງກວາງຕຸ້ງ ຢູ່ ສປ ຈີນ ຫຼາຍກວ່າໜຶ່ງທົດສະວັດ ໄດ້ປະກອບສ່ວນຕາມພັນ ທະຂອງ ຕົນແຕ່ລະປີເຂົ້າງົບປະມານແຫ່ງຊາດຫຼາຍກວ່າ 927 ລ້ານໂດລາສະຫາລັດ ຜ່ານພັນທະອາກອນຕ່າງໆ ເງິນປັນຜົນ ແລະ ການຊໍາລະດ້ານອື່ນໆ ການປະກອບສ່ວນດັ່ງກ່າວອາດຈະເປັນໄປບໍ່ໄດ້ ຖ້າປາສະຈາກສະພາບການດໍາເນີນທຸລະກິດ ແລະ ລະບຽບການຕ່າງໆອັນເຂັ້ມແຂງ ທີ່ລັດຖະບານລາວ ໄດ້ອໍານວຍຄວາມສະດວກໃຫ້ບໍລິສັດ ພູເບ້ຍ ມາຍນິງ ໃນຖານະທີ່ ເປັນນັກລົງທຶນຕ່າງປະເທດໂດຍກົງ.

ບໍລິສັດໄດ້ຊໍາລະຫຼາຍກວ່າ 2,3 ຕື້ໂດລາ ໃຫ້ບັນດາບໍລິສັດຜູ້ຮັບເໝົາຂອງລາວ ແລະ ບໍລິສັດ ຜູ້ຮັບເໝົາຕ່າງປະເທດປະຈໍາ ລາວ ຜ່ານການວ່າຈ້າງ ແລະ ການຈັດຫາແຫຼ່ງສິນຄ້າ ແລະ ການບໍລິການທີ່ບໍລິສັດ ເຫຼົ່ານີ້ໄດ້ສະໜອງໃຫ້ ການປະກອບ ສ່ວນໂດຍກົງດັ່ງກ່າວ ຊ່ວຍສ້າງລາຍໄດ້ໃຫ້ບັນດາຜູ້ສະໜອງທ້ອງຖິ່ນ ແລະ ທຸລະກິດ ຕ່າງໆຢູ່ພາຍໃນລາວ.

ສໍາລັບການຮັບລາງວັນທຸລະກິດຊັ້ນນໍາດີເດັ່ນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຄັ້ງນີ້ ໄດ້ເສີມຂະຫຍາຍ ຄວາມມຸ້ງໝັ້ນຂອງບໍລິສັດໃນການພັດທະນາທັກສະຄວາມສາມາດໃຫ້ແກ່ຊາວໜຸ່ມຍິງ-ຊາຍ ທີ່ເປັນຄົນລຸ້ນໃໝ່ ໂດຍ ສະເພາະຊຸມຊົນອ້ອມຂ້າງ ການດໍາເນີນງານຜ່ານໂຄງການເຝິກອົບຮົມຊ່າງສີມືແຮງງານ ໂດຍຮ່ວມມືກັບວິທະຍາໄລ ເຕັກນິກລາວ-ເຢຍລະມັນ ພາຍຫຼັງສໍາເລັດການເຝິກອົບຮົມຫຼັກສູດ 5 ປີ ຈະໄດ້ຮັບໃບປະກາດຊ່າງສີມືແຮງງານທຽບເທົ່າລະ ດັບ 3 ຂອງປະເທດອົສຕາລີ ສ່ວນໃນຂັ້ນທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດໂຄງການພັດທະນາຊຸມຊົນຫຼາຍກວ່າ 420 ໂຄງການ ຢູ່ບັນດາຊຸມຊົນທ້ອງຖິ່ນໃນແຂວງ ໄຊສົມບູນ ເຊິ່ງໄດ້ປະກອບສ່ວນແກ້ໄຂຄຸນນະພາບຊີວິດການເປັນຢູ່ ປັບປຸງດ້ານສຸຂະ ພາບ ການເຂົ້າເຖິງການສຶກສາ ໂຄງລ່າງພື້ນຖານ ການສ້າງລາຍຮັບ ແລະ ສ້າງໂອກາດໃນການເຮັດທຸລະກິດຢູ່ຂັ້ນທ້ອງຖິ່ນ ນອກນີ້ໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ບໍລິສັດໄດ້ປະກອບສ່ວນໃຫ້ລັດຖະບານຂັ້ນສູນກາງ ກະຊວງສາທາ ລະນະສຸກ ແລະ ເຂດທ້ອງຖິ່ນໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວຕື່ມອີກ.

error: Content is protected !!