ໂຮງໝໍເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຮັບການຊ່ວຍເຫຼືອອຸປະກອນການແພດ ຈາກສະມາຄົມມິດຕະພາບ ລາວ-ສ.ເກົາຫລີ (LKFA) ທີ່ໄດເບການສະໜັບສະໜູນຈາກ ສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ (KLFA) ເພື່ອປອບສ່ວນເຂົ້າໃນການປິ່ນປົວ ແລະ ຮັກສາສຸຂະພາບຂອງພໍ່ແມ່ປະຊາຊົນພາຍໃນເມືອງ ລວມມູນຄ່າຊ່ວຍ ເຫຼືອທັງໝົດປະມານ 300 ລ້ານ ກ່ວາກີບ ຫຼື 17.843,76 ໂດລາສະຫະລັດ.

ອຸປະກອນການແພດ ແລະ ການຢາ ທີ່ນຳມາຊ່ວຍເຫຼືອໂຮງໝໍໃນຄັ້ງນີ້ ປະກອບດ້ວຍປະເພດຢາ-ອຸປະກອນການແພດ ທີ່ຈະນຳໃຊ້ເຂົ້າໃນການປິ່ນປົວພະຍາດ 27 ແກັດ ທີ່ສົ່ງໂດຍກົງມາຈາກ ສ.ເກົາຫຼີ ປະກອບມີເຂັມສັກຢາ+ຊະແລັງຈໍ ານວນ 17 ແກັດ ຢາລົດຄວາມດັນເລືອດສູງ 4 ແກັດ ສະເປດັບກິ່ນ 3 ແກັດ ແລະ ຜ້າອັດປາກ+ດັງ 3 ແກັດ.
ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະມາຄົມມິດຕະພາບ ລາວ-ສ.ເກົາຫຼີ ໄດ້ຕາງໜ້າໃຫ້ 2 ສະມາຄົມມິດຕະພາບ ລາວ-ສ. ເກົາຫຼີ ແລະ ສ.ເກົາຫຼີ-ລາວ ຂໍນໍາເອົາສິ່ງຂອງເຫຼົ່ານີ້ ທີ່ທາງສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ ໄດ້ລະດົມຂົນ ຂວາຍຈາກບຸກຄົນ ນິຕິບຸກຄົນ ແລະພາກສ່ວນບໍລິສັດ ຫ້າງຮ້ານຕ່າງໆໃນ ສ.ເກົາຫຼີ ແລ້ວໄດ້ຈັດສົ່ງມາຍັງສະມາຄົມຂອງພວກ ເຮົາ ເພື່ອນໍາມາມອບໃຫ້ແກ່ໂຮງໝໍມິດຕະພາບ 150 ຕຽງ ໂຮງໝໍມະໂຫສົດ ເປັນແຫ່ງ ທີ 2 ແລະ ຄັ້ງທີ 3 ມອບໃຫ້ແກ່ໂຮງ ໝໍຊຸມຊົນ ເມືອງບໍລິຄັນ ແລະ ເທື່ອທີ 4 ແມ່ນໂຮງໝໍຊຸມຊົນ ເມືອງສັງທອງ ແລະ ໃນບໍ່ດົນນີ້ຍັງມີແຜນຈະສືບຕໍ່ມອບໃຫ້ ແຫ່ງອື່ນໆໃນເວລາຕໍ່ໄປ ສໍາລັບຢາ ທີ່ນໍາມາມອບຊຸດນີ້ແມ່ນເໝາະແກ່ການນໍາໃຊ້ເຂົ້າໃນການປິ່ນປົວພະຍາດ ແລະ ນໍາໃຊ້ ເຂົ້າໃນການຮັກສາສຸຂະພາບ ແລະ ປິ່ນ ປົວພະຍາດຂອງພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ເຈັບ ເປັນໃຫ້ຫາຍດີ ແລະ ມີຄຸນປະ ໂຫຍດສູງສຸດ.
ພິທີມອບ-ຮັບເຄື່ອງດັ່ງກ່າວຈັດຂຶ້ນໃນວັນທີ ໃນວັນທີ 26 ມັງກອນ ທີ່ໂຮງໝໍເມືອງດັ່ງກ່າວ ໂດຍການກ່າວມອບຂອງ ທ່ານ ດາວວອນ ພະຈັນທະວົງ ແລະ ກ່າວຮັບໂດຍ ທ່ານ ດຣ ບຸນຮອງ ດວງມາລາ ຫົວໜ້າຫ້ອງການສາທາລະນະສຸກ ເມືອງສັງທອງ ໂດຍການເຂົ້າເປັນສັກຂີພິຍານຂອງ ທ່ານ ບຸນສວຍ ອຸ່ນດາລາ ຮອງເລຂາຄະນະບໍລິຫານງານພັກເມືອງສັງທອງ ປະທານສະພາປະຊາຊົນ (ສສຂ) ເມືອງສັງທອງ ພ້ອມດ້ວຍຄະນະນຳຂອງທັງ 2 ພາກ ສ່ວນ.
ໃນຜ່ານມາ ສະມາຄົມມິດຕະພາບ ສ ເກົາຫຼີ-ລາວ ກໍໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ໃນຫຼາຍຄັ້ງໃຫ້ແກ່ ສປປ ລາວ ເປັນຕົ້ນ ຢາປິ່ນປົວພະຍາດ ລວມທັງເຄື່ອງ ຮັບໃຊ້-ອຸປະກອນໃນການປ້ອງກັນພະຍາດ ໂຄວິດ-19 ເຄື່ອງນຸ່ງຫົ່ມ ເຄື່ອງໃຊ້ອື່ນໆ ລວມທັງການກໍ່ສ້າງ ແລະ ປັບປຸງໂຮງຮຽນອະນຸບານ-ໂຮງຮຽນປະຖົມ ເຊິ່ງສະມາຄົມມິດຕະພາບ ລາວ-ສ.ເກົາຫຼີ ກໍໄດ້ພ້ອມ ກັນສືບຕໍ່ນໍາໄປມອບຕໍ່ ໃຫ້ພາກສ່ວນທີ່່ກ່ຽວຂ້ອງ ໂດຍສະເພາະໂຮງຮຽນ ໂຮງໝໍທີ່ຢູ່ເຂດຫ່າງໄກ ສອກຫຼີກ ເປັນທີ່ຮຽບ ຮ້ອຍແລ້ວ.