ໂຮງແຮມດາວດອກງິ້ວຄໍາເປີດໃຫ້ບໍລິການຢ່າງເປັນທາງການ

ພິທີເປີດໂຮງແຮມດາວດອກງິ້ວຄໍາ ຈັດຂຶ້ນວັນທີ 27 ມັງກອນ 2023 ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ທ່ານ ຈ້າວ ເຫວີຍ ປະທານສະ ພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ພ້ອມດ້ວຍບັນດາການນໍາ ອະດີດການນຳຂັ້ນສູງຈາກສູນກາງ ທ້ອງຖິ່ນ ແລະ ແຂກຖືກເຊີນເຂົ້ນຮ່ວມ.

ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ກ່າວວ່າ ໂຮງແຮມດາວດອກງິ້ວຄໍາເປັນໂຮງແຮມລະດັບ 5 ດາວ ເຊິ່ງແມ່ນ ໜຶ່ງໃນໂຄງການທີ່ນອນຢູ່ໃນ 13 ກິດຈະການທີ່ທາງລັດຖະບານ ສປປ ລາວ ສົ່ງເສີມໃນສັນຍາ ສະບັບປັບປຸງ ປີ 2014 ເຊິ່ງ ໄດ້ເລີ່ມຕົ້ນການກໍ່ສ້າງນັບແຕ່ ປີ 2019 ເປັນຕົ້ນມາ ມາຮອດປະຈຸບັນການກໍ່ສ້າງໄດ້ສໍາເລັດ 100% ໂຮງແຮມດັ່ງກ່າວມີທັງ ໝົດ 515 ຫ້ອງ ສາມາດຮອງຮັບແຂກໄດ້ເຖິງ 980 ຄົນໃນເວລາດຽວກັນ ເຊິ່ງເປັນໂຮງແຮມທີ່ໃຫ່ຍໂດດເດັ່ນ ເເລະ ສວຍງາມ ໄດ້ອອກເເບບປະສົມປະສານເປັນເອກະລັກຊົນເຜົ່າຂອງອາຊີຕາເວັນອອກສຽງໃຕ້ (ຮູບແບບດອກງິ້ວຄໍາ) ທຸກພາກສ່ວນຕ່າງໆ ທັງພາຍນອກ ເເລະ ພາຍໃນຂອງໂຮງເເຮມເເມ່ນອອກແບບໃຫ້ທັນສະໄໝມີລະບົບອໍານວຍຄວາມສະດວກຄົບຊຸດ ມີຮ້ານ ອາຫານ ຮ້ານບັນເທີງ ບ່ອນພັກຜ່ອນ ເເລະ ບ່ອນຊົມວິວທິວທັດທໍາມະຊາດທີ່ສວຍສົດງົດງາມ.

ໂຮງເເຮມດັ່ງ​ກ່າວຕັ້ງຢູ່ໃຈກາງເຂດ ພິເສດສາມຫຼ່ຽມຄໍາ ມີເນື້ອທີ່ ທັງໝົດ 110.000 ຕາແມັດ ມູນຄ່າການກໍ່ສ້າງທັງໝົດ 200 ລ້ານໂດລາສະຫະລັດ.

error: Content is protected !!