ສປປ ລາວ ປະເທດທໍາອິດໃນ ອາຊຽນ ຖືກຮັບຮອງ ມາດຕະຖານການສຶກສາດ້ານຜະດຸງຄັນ ຈາກ ICM

ສ​ປ​ປ ລາວ ເປັນ​ປະ​ເທດ​ທຳ​ອິດ​ໃນ ອາ​ຊຽນ ທີ່​ຖືກ​ຮັບ​ຮອງ​ມາດ​ຕ​ະ​ຫານ​ການ​ສຶກ​ສາ​ດ້ານ​ປະ​ດຸງ​ຄັນ ຈາກສະຫະພັນຜະ ດຸງຄັນສາກົນ ຫຼື International Confederation of Midwives (ICM) ພາ​ຍຫຼັງ​ສະ​ຖາ​ບັນ 3 ແຫ່ງ ບັນ​ລຸ​ເກນ​ມາດ​ຕະ​ຖານ​ຂອງ ICM ເຖິງ 35 ມາດ​ຕະ​ຖານ​ ໃນ​ຈຳ​ນວນ​ທັງ​ໝົດ 37 ມາດ​ຕະ​ຖານ ໂດ​ຍປະ​ກາດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນທີ 7 ມັງກອນ 2023 ທີ່ຜ່ານມາ.        

ສະຫະພັນຜະດຸງຄັນສາກົນ ໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ເພື່ອປະເມີນສະຖາບັນທັງ 3 ແຫ່ງຄື: ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ ຫຼວງພະບາງ ແລະ ຊຽງຂວາງ ໃນຊ່ວງທ້າຍປີ 2022 ເຊິ່ງຜົນການປະເມີນທີ່ອອກມາແມ່ນສາມາດບັນລຸ ເກນມາດຕະຖານຂອງ ICM ໄດ້ເຖິງ 35 ໃນຈໍານວນທັງໝົດ 37 ມາດຕະຖານ ໂດຍສອງມາດຕະຖານທີ່ຍັງເຫຼືອສາມາດບັນ ລຸໄດ້ບາງສ່ວນ ດັ່ງນັ້ນ ການຖືກຮັບຮອງມາດຕະຖານສາກົນດັ່ງກ່າວນີ້ ຈຶ່ງເປັນຜົນສໍາເລັດອັນຍິ່ງໃຫຍ່ຂອງວິທະຍາໄລທັງສາມ ແຫ່ງ ກໍຄື ສປປ ລາວ.

ໂຄງການຮັບຮອງມາດຕະຖານການສຶກສາຜະດຸງຄັນຂອງ ICM (MEAP) ແມ່ນການຮັບຮອງທີ່ອີງໃສ່ຫຼັກການປະຕິບັດທີ່ດີທີ່ ສຸດຂອງສາກົນ ເປົ້າ​ໝາຍ​ຂອງໂຄງການດັ່ງກ່າວ​ ແມ່ນເພື່ອ​ປະ​ເມີນຫຼັກສູດ​ການ​ສຶກ​ສາ​ຜະ​ດຸງ​ຄັນ​ກ່ອນ​ການໃຫ້​ບໍ​ລິ​ການ ໂດຍ ອີງໃສ່​ມາດ​ຕະ​ຖານ​ສາກົນຂອງ ICM ນອກນີ້ MEAP ຍັງ​ເປັນ​ຕົວ​ຊີ້​ວັດສໍາຄັນໃຫ້ແກ່​ວຽກງານການ​ສຶກ​ສາ​ຜະ​ດຸງ​ຄັນ​ ໃນການ ກ້າວໄປສູ່ລະດັບ​ສາ​ກົນ ແລະ ສ​ປ​ປ ລາວ ຍັງເປັນ​ປະ​ເທດ​ທຳ​ອິດ​ໃນ​ອາ​ຊຽນທີ່​ຖືກ​ຮັບຮອງ.

ທ່ານ ປອ ດຣ ບຸນແຟງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຊົມເຊີຍຍິນດີຕໍ່ກັບວິທະຍາ ໄລທັງ 3 ແຫ່ງທີ່ໄດ້ສູ້ຊົນພັດທະນາຕົນຈົນສາມາດຜ່ານເກນການຮັບຮອງໃນລະດັບສາກົນ ໂດຍ​ທ່ານ​ໄດ້ກ່າວວ່າ: ວິທະຍາໄລ ທັງສາມແຫ່ງ ໄດ້ຜ່ານການຮັບຮອງມາດຕະຖານລະດັບຊາດໃນປີທີ່ຜ່ານມາ ແລະ ໃນຕົ້ນປີນີ້ເອງກໍສາ ມາດບັນລຸມາດຕະ ຖານສາກົນ MEAP ໄດ້ທັນທີ ສຳລັບ ສປປ ລາວ MEAP ຈະຊ່ວຍຮັບປະກັນໃຫ້ຫຼັກສູດການສຶກສາຜະດຸງຄັນມີຄວາມແທດ ເໝາະສາມາດໝູນໃຊ້ຫຼັກປະຕິບັດທີ່ດີທີ່ສຸດເຂົ້າກັບສະພາບຕົວຈິງ ພ້ອມທັງປິດຊ່ອງວ່າງຕ່າງໆ ເພື່ອໃຫ້ສາມາດສຸມໃສ່ ພັດທະນາ ແລະ ຍົກສູງຄຸນະພາບການສຶກສາຜະດຸງຄັນໃຫ້ມີປະສິດທິພາບ ແລະ ຍືນຍົງ.

ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ອົງການ UNFPA ໄດ້ຮ່ວມມືກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກີລາ ຢ່າງໃກ້ຊິດໃນການສະໜັບສະໜູນວຽກງານຜະດຸງຄັນຂອງ ສປປ ລາວ ການຊຸກຍູ້ໃຫ້ສູນການສຶກສາຜະດຸງ ຄັນທີ່ມີ ທ່າອ່ຽງໃຫ້ຖືກຮັບຮອງຈາກສາກົນ ກໍແມ່ນສ່ວນໜຶ່ງຂອງການສະໜັບສະໜູນທີ່ສໍາຄັນຈາກ ອົງການ UNFPA.

ທ່ານ ຮສ ປອ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວໃຫ້ຄໍາເຫັນວ່າ: ສະຖາບັນການ ສຶກສາຜະດຸງຄັນທັງສາມແຫ່ງໄດ້ມີຄວາມມານະພະຍາຍາມເປັນຢ່າງຍິ່ງໃນການຍົກລະດັບສະຖາບັນໃຫ້ຜ່ານການປະ ເມີນຜົນຢ່າງຮອບດ້ານຄື: ດ້ານການບໍລິຫານ ໂຄງສ້າງນັກສຶກສາ ໂຄງສ້າງນິສິດເກົ່າ ບຸກຄະລາກອນປະຈໍາຄະນະ ການປະ ເມີນກວດກາ ແລະ ສອບເສັງ ອຸປະກອນ ສິ່ງອໍານວຍຄວາມສະດວກໃນການສິດສອນ ແລະ ສະຖານທີ່ອົບຮົມດ້ານຄຣີນິກ ການຮັບຮອງມາດຕະຖານການສິດສອນຜະດຸງຄັນໃນ ສປປ ລາວ ທີ່ມີຄວາມໝາຍນີ້ ນອກຈາກເປັນຂີດໝາຍສໍາຄັນຕໍ່ກັບ ຄຸນະພາບການສຶກສາແລ້ວ ຍັງຖືເປັນການຮັບປະກັນຄຸນະພາບຂອງນັກສຶກສາຜະດຸງຄັນທີ່ໄດ້ສໍາເລັດການສຶກສານໍາອີກ.

ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າຂອງອົງການ UNFPA ປະຈໍາ ສປປ ລາວ ກ່າວວ່າ: ບັນດາຜະດຸງຄັນຂອງພວກເຮົາມີ ຄວາມພາກພູມໃຈຫຼາຍ ເພາະການຮັບຮອງດັ່ງກ່າວແມ່ນໝາກຜົນສໍາຄັນຈາກການເຮັດວຽກຢ່າງໜັກ ໂດຍສະເພາະໃນໄລ ຍະທີ່ຕ້ອງປະເຊີນກັບສິ່ງທ້າທາຍຈາກພະຍາດໂຄວິດ-19 ໃນສອງສາມປີທີ່ຜ່ານມາ ໄລຍະເວລາຂອງການຮັບຮອງແມ່ນຈະ ມີຜົນເປັນເວລາສາມປີ ແຕ່ຜະດຸງຄັນຂອງເຮົາກໍ່ໄດ້ລິເລີ່ມວາງແຜນ ເພື່ອຮັກສາສະຖານະພາບ MEAP ໄວ້ນັບຕັ້ງແຕ່ຕອນນີ້ ໄປ ອົງການ UNFPA ຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ສະໜັບສະໜູນຜົນສຳເລັດອັນສໍາຄັນນີ້ແກ່ການສຶກສາຜະດຸງຄັນໃນ ສປປ ລາວ.

ຂໍ້ມູນການຄົ້ນຄວ້າສຶກສາຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ ຜະດຸງຄັນ ທີ່ຜ່ານການຝຶກອົບຮົມເປັນຢ່າງດີ ມີອຸປະກອນທີ່ຈໍາເປັນ ແລະ ມີເຄືອຂ່າຍການບໍລິການທີ່ເຂົ້າເຖິງໄດ້ ຈະສາມາດຕອບສະໜອງຄວາມຕ້ອງການດ້ານສຸຂະພາບຂອງແມ່ໄດ້ເຖິງ 80%. ຜະດຸງຄັນ ມີບົດບາດສໍາຄັນເປັນຢ່າງຍິ່ງໃນການຫຼຸດຜ່ອນການເສຍຊີວິດຂອງແມ່ໃນ ສປປ ລາວ.

error: Content is protected !!