ບໍລິຄຳໄຊ ສຸມໃສ່ 8 ວຽກຈຸດສຸມ ບູ​ລິ​ມະ​ສິດ​ໝາຍ​ໝັ້ນ 4 ດ້ານ ຫຼຸດຜ່ອນສະພາບຄວາມທຸກຍາກຂອງເດັກ

ແຂວງບໍລິຄຳໄຊ ສຸມໃສ່ 8 ວຽກຈຸດສຸມເປັນຫຼັກ ແລະ ບູລິມະສິດທີ່ໄດ້ໃຫ້ຄວາມໝາຍໝັ້ນສະເພາະມີ 4 ດ້ານ ເພື່ອຫຼຸດຜ່ອນ ສະພາບຄວາມທຸກຍາກຂອງເດັກ ຂະ​ນະ​ທີ່​ຈະສືບ​ຕໍ່ຫຼຸດອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນ້ໍາໜັກຕ່ໍາກວ່າມາດຕະຖານ ການຂາດສານອາຫານຊໍ້າເຮື້ອ ສູງບໍ່ໄດ້ມາດຖານ ແລະ ການສັກຍາກັນພະຍາດບໍ່ໃຫ້ຫຼຸດ ໃຫ້​ຢູ່​ໃນ​ອັດ​ຕາ​ສ່ວນ​ທີ່​ກຳ​ນົດ​ໄວ້.  

ທ່ານ ນາງ ຄໍາໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງ ແຂວງບໍລິຄໍາໄຊ ຜູ້ຊີ້ນໍາຂະແໜງພັດທະນາວິຊາຊີບ ແລະ ຂະແໜງ ສົ່ງເສີມກ້າວໜ້າ ແລະ ປົກປ້ອງ-ໃຫ້ຄໍາປຶກສາ ໄດ້ໃຫ້ສຳພາດສື່ມ່ວນຊົນໃນ ວັນທີ 25 ມັງກອນ 2023 ຜ່ານມານີ້ວ່າ: ຕໍ່ກັບ ຄວາມຄືບ  ໜ້າໃນການຈັດຕັ້ງປະຕິບັດຄວາມໝາຍໝັ້ນ ເພື່ອຫຼຸດຜ່ອນສະພາບຄວາມທຸກຍາກຂອງເດັກ ເຊິ່ງແຂວງພວກ ເຮົາໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2020 ໃນນີ້ ມີ 8 ວຽກຈຸດສຸມຫຼັກຄື: ວຽກໂພຊະນາການ ນໍ້າສະອາດ ສຸຂາພິບານ ສຸຂະ ພາບ ການປົກປ້ອງເດັກ ການສຶກສາ ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາໃສ ໃນນີ້ ມີບູລິມະສິດທີ່ໄດ້ໃຫ້ຄວາມໝາຍໝັ້ນສະເພາະ ມີ 4 ດ້ານຄື: ດ້ານໂພສະນາການ ນໍ້າ ສຸຂະອານາໄມ ແລະ ການສຶກສາ ເຊິ່ງການຫຼຸດຜ່ອນອັດຕາຂອງເດັກຕໍ່າກວ່າ 5 ປີ ທີ່ ຂາດສານອາຫານ ລວງສູງຫຼຸດມາດຕະຖານ (ເຕ້ຍ) ໃນປີຜ່ານມາສາມາດປະຕິບັດໄດ້ 7% ເຊິ່ງຕາມແຜນບໍ່ໃຫ້ເກີນ 14% ເດັກຂາດສານອາຫານແບບກະທັນຫັນ (ຈ່ອຍ) ປະຕິບັດໄດ້ 13% ຕາມແຜນບໍ່ໃຫ້ເກີນ 20% ຈໍານວນເດັກນ້ອຍທີ່ມີອາຍຸຕໍ່າ ກວ່າ 1 ປີ ໃຫ້ໄດ້ຮັບການສັກວັກຊີນປ້ອງກັນພະຍາດຕ່າງໆຢ່າງຄົບຖ້ວນ ປະຕິບັດໄດ້ 94% ຕາມແຜນແມ່ນ 90% ບັນລຸຄາດ ໝາຍ.

ກ່ຽວກັບການເພີ່ມໂອກາດ ແລະ ເວທີການສຳລັບເດັກ ໃນການມີສ່ວນຮ່ວມເຂົ້າໃນການຕັດສິນໃຈ ທີ່ສົ່ງຜົນຕໍ່ຊີວິດການເປັນ ຢູ່ຂອງພວກເຂົານັ້ນ ຜ່ານມາທາງແຂວງກໍຄືພາກສ່ວນຕ່າງໆທາງສັງຄົມ ຂະແໜງການທີ່ມີພາລະບົດບາດທີ່ກ່ຽວພັນກັບ ເດັກກໍໄດ້ເປີດໂອກາດໃຫ້ເດັກໄດ້ເຂົ້າເຖິງກິດຈະກໍາເຊັ່ນ:ຈັດລາຍການເປີດໃຈໄວໜຸ່ມ ເຊິ່ງອອກອາກາດທາງວິທະຍຸຂອງ ແຂວງທຸກໆວັນອາທິດ ຈັດເວທີງານສະແດງ ແຂ່ງຟ້ອນການຮ້ອງເພງເຂົ້າຮ່ວມເຝິກອົບຮົມວຽກງານຈັດລາຍການວິທະຍຸ ໄດ້ຄັດເລືອກຕົວແທນເດັກເຂົ້າຮ່ວມງານເວທີເດັກລາວ ປີ 2022 ທີ່ແຂວງຄຳມ່ວນ ກອງປະຊຸມລະດັບສູງວຽກສິດທິເດັກຢູ່ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ເດັກຍັງໄດ້ສະແດງສ້າງສະປອດໂຄສະນາໃນຫົວຂໍ້ “ຢຸດຕິການແຕ່ງດອງກ່ອນໄວອັນຄວນ ” ຈັດການແຂ່ງຂັນຄຣິບລະຄອນສັ້ນກ່ຽວກັບການຕ້ານຢາເສບຕິດ ນອກນັ້ນ ບັນດາໂຮງ ຮຽນຕ່າງໆ ກໍໄດ້ເຄື່ອນໄຫວກິດຈະ ກໍາສິລະປະ-ວັນນະຄະດີ ຮັບໃຊ້ໃນງານຂອງແຂວງຕາມເງື່ອນໄຂຕົວຈິງ.

ສຳລັບແຜນການເຄື່ອໄຫວຂອງຄະນະກໍາມາການສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກແຂວງ ເພື່ອສືບຕໍ່ຄຳໝາຍ ໝັ້ນ ໂດຍສະເພາະການຟື້ນຟູຂອງວຽກງານສິດທິເດັກ ທີ່ສູນເສຍໄປໃນໄລຍະລະບາດໂຄວິດ-19 ໃນປີ 2023 ພວກເຮົາຈະ ຫຼຸດອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນ້ໍາໜັກຕ່ໍາກວ່າມາດຕະຖານບໍ່ໃຫ້ເກີນ 13,3% ການຂາດສານອາຫານຊໍ້າເຮື້ອ ສູງ ບໍ່ໄດ້ມາດຖານບໍ່ໃຫ້ເກີນ 22,2% ການສັກຍາກັນພະຍາດບໍ່ໃຫ້ຫຼຸດ 90% ສົ່ງເສີມການປູກການລ້ຽງ ແລະ ອາຫານທ່ຽງໃນ ໂຮງຮຽນ ສ້າງເງື່ອນໄຂໃຫ້ເດັກທຸກຄົນໄດ້ເຂົ້າຮ່ວມບັນດາກິດຈະກໍາຕ່າງໆ ທີ່ເປັນການພັດທະນາ ໂດຍສະເພາະໄດ້ຮຽນຈົບ ຊັ້ນປະຖົມ ແລະ ມັດທະຍົມສຶກສາ.

ຂ່າວ ຊີລິການດາ

error: Content is protected !!