
ເນື່ອງໃນໂອກາດ ວັນສ້າງຕັ້ງສະຫະພັນກຳມະບານ 1 ກຸມພາ ຄົບຮອບ 67 ປີ ( 1 ກຸມພາ 1956 – 1 ກຸມພາ 2023) ສູນກາງສະຫະພັນກໍາມະບານລາວ ສະເໜີໃຫ້ສະຫະ ພັນກຳມະບານທຸກພາກສ່ວນ ຈົ່ງພ້ອມກັນຈັດຕັ້ງປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະ ບານລາວ ຕິດພັນກັບການຈັດກິດຈະກຳປິ່ນອ້ອມ ເພື່ອຮັກສາໄດ້ເນື້ອໃນຈິດໃຈຂອງວັນດັ່ງກ່າວ.

ທ່ານ ນາງ ອາລີຍາວັນ ອັກຄະວົງ ຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ກວ່າວ່າ: ດັ່ງທີ່ພວກເຮົາໄດ້ຮັບຮູ້ນຳກັນແລ້ວວ່າ ເມື່ອເຖິງວັນທີ 1 ກຸມພາ ຂອງທຸກໆປີ ສູນກາງສະຫະພັນກຳມະ ບານ ລາວ ກໍຄື ສະຫະພັນກຳມະບານແຕ່ລະຂັ້ນ ໄດ້ມີການຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວ ດ້ວຍບັນຍາກາດທີ່ມີຄວາມໝາຍ ຄວາມສຳຄັນ ສຳລັບຖັນແແຖວ ຄະນະນຳກຳມະບານ ພະນັກງານລັດຖະກອນ ສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ເພື່ອລະນຶກເຖິງມູນເຊື້ອ ຜົນງານການເຄື່ອນໄຫວໃນແຕ່ລະໄລຍະ ຂອງອົງການຈັດຕັ້ງກຳມະ ບານ ກໍຄື ສະຫະພັນກຳມະບານລາວ.

ເພື່ອຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ກ້ວາງຂວາງ ສະເໜີໃຫ້ສະຫະ ພັນກຳມະບານທຸກ ພາກສ່ວນ ຈົ່ງພ້ອມກັນຈັດຕັ້ງປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະ ບານລາວຄົບຮອບ 67 ປີ ເປັນການໂຄສະນາສຶກສາອົບຮົມໃຫ້ແກ່ສະມາຊິກກໍາມະບານ ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ຮັບຮູ້ ແລະ ເຂົ້າໃຈເຫັນໄດ້ຄວາມໝາຍ ຄວາມສໍາຄັນ ເຫັນໄດ້ການກໍາເນີດ ເຕີບໃຫຍ່ ຂອງຂະບວນກໍາມະກອນລາວ ຈັດກິດຈະກຳຕ່າງໆເປັນຕົ້ນ ຂະບວນ ການອານາໄມອອກແຮງງານລວມ ແຂ່ງຂັນກີລາ ມິດຕະພາບ ສ່ວນ ສກລ ໄດ້ຈັດການແຂ່ງຂັນກີລາຕີດອກປີກໄກ່ ຊີງຂັນປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ໃນວັນທີ 24 ມັງກອນ 2023 ຜ່ານມາ ແລະ ໄດ້ສົມທົບກັບອົງການກາແດງລາວ ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ ໃນວັນທີ 26 ມັງກອນ 2023 ເພື່ອຊ່ວຍເຫຼືອສັງຄົມ.


ນອກຈາກນັ້ນ ຄະນະນຳຂອງ ສກລ ຈະລົງຢ້ຽມຢາມຊຸກຍູ້ຕິດຕາມການເຄື່ອນໄຫວວຽກງານການຜະລິດ ຂອງສະມາຊິກກຳ ມະບານ ກຳມະກອນ ຜູ້ອອກແຮງງານຢູ່ໂຮງຈັກໂຮງງານ ບັນດາຫົວໜ່ວຍແຮງງານຕ່າງໆນຳອີກ.