ສົ່ງເສີມ ແລະ ພັດທະນາບຸຄະລະກອນໄວໜຸ່ມເຂົ້າໃການພັດທະນາຄວາມປອດໄພໄຊເບີ

    ງານແຂ່ງຂັນພາຍໃຕ້ຫົວຂໍ້: Lao Cyber Security Hacking Challenge ຈັດຂຶ້ນວັນທີ 22 ທັນວາ 2022 ທີ່ຫໍປະຊຸມແຫ່ງຊາດ ມີທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າອະນຸກຳມະການແຂ່ງຂັນ ຫົວໜ້າກົມຄວາມປອດໄພໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍບັນດາຜູ້ແຂ່ງຂັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄຳຫຼ້າ ສູນນະລັດ ກ່າວວ່າ ການຈັດງານການແຂ່ງຂັນຄັ້ງນີ້ ເປັນການຈັດແບບເປັນທາງການຄັ້ງທໍາອິດເພື່ອສົ່ງເສີມ ແລະ ພັດທະນາບຸຄະລະກອນໄວໜຸ່ມ ນັກຮຽນນັກສຶກສາຜູ້ທີີສົນໃຈເຂົ້າຮ່ວມແຂ່ງຂັນ ບັນດາຜູ້ເຂົ້າຮ່ວມແຂ່ງຂັນທີ່ໄດ້ຜ່ານຮອບຄັດເລືອກເປີດກວ້າງທົ່ວປະເທດ 19 ທີມ ເຂົ້າມາແຂ່ງຂັນຮອບຊິງຊະນະເລີດແບບເຊິ່ງໜ້າໃນມື້ນີ້ ມີ 8 ທີມຄື

  1. Localhost
  2. Kantan
  3. Experience
  4. Triple T
  5. Zonice Naynay
  6. Traveler
  7. Free WiFi 4 U
  8. Naynay

    ໂດຍຈະຄັດເລືອກເອົາ 3 ທີມ (ຄື ທີ 1  2 ແລະ ທີ 3) ພ້ອມນັ້ນ ຍັງເປັນການສ້າງຄວາມຮ່ວມມືລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ກໍຄືກົມຄວາມປອດໄພໄຊເບີ ແລະ ບໍລິສັດໄຊເບີຣັດ ລວມທັງເປັນການສົ່ງເສີມການສ້າງ ແລະ ແລກປ່ຽນຄວາມຮູ້ໃຫ້ຜູ້ເຂົ້າຮ່ວມທັງໝົດໄດ້ເຂົ້າໃຈກ່ຽວກັບການປົກປ້ອງ ການຄົ້ນຫາຂໍ້ມູນ ແລະ ການຕອບໂຕ້ກັບໄພຄຸກຄາມທາງໄຊເບີ ແລະ ໃຫ້ເຫັນເຖີງຄວາມສໍາຄັນໃນວຽກງານການຮັກສາຄວາມປອດໄພໄຊເບີໃຫ້ຫຼາຍຂື້ນ.

    ຜານການແຂ່ງຂັນທີມ Zonice Naynay ສາມາດຍາດໄດ້ລາງວັນທີ 1 ລາງວັນທີ 2 ທີມ Localhost ແລະ ລາງວັນທີ 3 ແມ່ນທີມ Kantan.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!