ມອບຫຼຽນໄຊແຮງງານໃຫ້ບຸກຄົນ ແລະ ກົມກອງທີ່ມີຜົນງານໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

    ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດກອງປະຊຸມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020) ແລະ ທິດທາງຮອດ ປີ 2025 ໃນວັນທີ 22 ທັນວາ ທີ່ຫໍປະຊຸມແຫ່ງຊາດ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກຕສ ບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ ລາຍງານບາງຕອນວ່າ ໃນໄລຍະ 5 ປີ ໄດ້ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ພ້ອມທັງຜັນຂະຫຍາຍ ຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລິກ ໂດຍໄດ້ສຸມໃສ່ປະຕິບັດຕາມບັນດາແຜນງານ ແລະ ໂຄງການບູລິມະສິດລະດັບຊາດຂອງລັດຖະບານ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງລັດຖະບານມາເປັນອັນສະເພາະຂອງຕົນ ໃນນັ້ນ ໄດ້ກຳນົດວິໄສທັດໃນການພັດທະນາຮອດປີ 2030 ຄືຫັນວຽກງານໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານໃຫ້ກາຍເປັນອຸດສາຫະກຳ ແລະ ທັນສະໄໝ ເປັນເຄື່ອງມືທີ່ສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມໃຫ້ເຂັ້ມແຂງຍືນຍົງ ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ຜັນຂະຫຍາຍມາເປັນແຜນການ 5 ປີ ຄັ້ງທີ II (2016-2020) ດ້ວຍຈຸດໝາຍລວມທີ່ວ່າ ພັດທະນາຂະແໜງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ກາຍເປັນອຸດສາຫະກຳທັນສະໄໝ ມີພື້ນຖານໂຄງລ່າງດ້ວຍລະບົບຄວາມໄວສູງ ປອດໄພ ທົ່ວເຖິງ ແລະ ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງມີຄຸນນະພາບສູງ ຊ່ວຍຍູ້ແຮງຂອງການພັດທະນາ ເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວໄວຂຶ້ນ  ແລະ  ມີຄວາມຍືນຍົງ  ເພື່ອບັນລຸຈຸດໝາຍລວມດັ່ງກ່າວ ຈຶ່ງໄດ້ກຳນົດອອກ 9 ວຽກຈຸດສຸມ 70 ແຜນງານ ແລະ 75 ໂຄງການ ເຊື່ອມສານເຂົ້າກັບເປົ້າໝາຍການພັດທະນາແບບຍືນຍົງ.

    ດ້ວຍຜົນສຳເລັດທັງໝົດທີ່ກ່າວມານັ້ນ ສາມາດສ້າງໄດ້ບຸກຄົນດີເດັ່ນ 1.376 ທ່ານ ແລະ ກົມກອງລວມໝູ່ດີເດັ່ນ 32 ກົມກອງ ໃນນີ້ ຫຼຽນໄຊແຮງງານ ຊັ້ນ I ໃຫ້ບຸກຄົນ 30 ທ່ານ 5 ກົມກອງ 2). ຫຼຽນໄຊແຮງງານ ຊັ້ນ II ໃຫ້ບຸກຄົນ 47 ທ່ານ 7 ກົມກອງ ຫຼຽນໄຊແຮງງານ ຊັ້ນ III ໃຫ້ບຸກຄົນ 93 ທ່ານ 19 ກົມກອງ ຫຼຽນກາແຮງງານໃຫ້ບຸກຄົນ 238 ທ່ານ 1 ກົມກອງ ຍ້ອງຍໍຂັ້ນລັດຖະບານໃຫ້ບຸກຄົນ 968 ທ່ານ ຜ່ານການປະເມີນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນໃນປີ 2021 ສາມາດສັງລວມຜູ້ທີ່ມີຜົນງານດີເດັ່ນໄດ້ຄື ໃບຍ້ອງຍໍຂັ້ນກະຊວງປະເພດ I ທີ່ມີຜົນການປະເມີນດີຫຼາຍ ໃຫ້ບຸກຄົນ 372 ທ່ານ ແລະ ໃບຍ້ອງຍໍປະເພດ II ໃຫ້ບຸກຄົນ ຈຳນວນ 193 ທ່ານ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!