ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມື

     ໃນວັນທີ 22 ທັນວາ 2022 ທີ່ກະຊວງການຕ່າງປະເທດ ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ທາເກອິ ຊຸນຊຶເກະ (Mr TAKEI Shunsuke) ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງປະເທດຍີ່ປຸ່ນ (State Minister for Foreign Affairs of Japan).

    ໃນກອງປະຊຸມດັ່ງກ່າວ ສອງຝ່າຍໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ເຊິ່ງເຫັນວ່າໄດ້ຮັບການຈັດຕັ້ງປະຕິບັດ ແລະ ຊຸກຍູ້ສົ່ງເສີມຢ່າງຕັ້ງໜ້າ ພາຍຫຼັງການພົບປະສຸດຍອດສອງຝ່າຍ ສປປ ລາວ-ຍີ່ປຸ່ນ ໃນເດືອນເມສາ 2022 ທີ່ແຂວງຄຸມາໂມໂຕະ ປະເທດຍີ່ປຸ່ນ ເປັນຕົ້ນແມ່ນດ້ານການເມືອງ ເສດຖະກິດ ການຄ້າ ແລະ ການລົງທຶນ ການພັດທະນາພື້ນຖານໂຄງລ່າງ ການພັດທະນາຊັບພະຍາກອນມະນຸດ ສາທາລະນະສຸກ ກະສິກໍາ-ປ່າໄມ້ ແຮງງານ ການເງິນ ແລະ ອື່ນໆ  ພ້ອມດຽວກັນ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຢ່າງເປັນປົກກະຕິ ຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ລາວ ແລະ ຍີ່ປຸ່ນ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືຂອງສອງປະເທດໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມກໍານົດການ ແລະ ລະດັບຄາດໝາຍ ຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນໃຫ້ເພີ່ມຂຶ້ນ ການຮ່ວມມືດ້ານການພັດທະນາພະລັງງານທົດແທນທີ່ເປັນພະລັງງານສະອາດ ການຮ່ວມມືດ້ານການທ່ອງທ່ຽວ ການຮ່ວມມືດ້ານເສດຖະກິດ ລວມທັງການຮ່ວມມືເພື່ອກະກຽມໃຫ້ແກ່ກິດຈະກໍາສະເຫຼີມສະຫຼອງການຮ່ວມມືລະຫວ່າງອາຊຽນ ແລະ ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ ການສະໜັບສະໜູນຂອງຝ່າຍຍີ່ປຸ່ນ ສໍາລັບການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ການກະກຽມໃຫ້ແກ່ບັນດາກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025 ເປັນຕົ້ນແມ່ນການປັບປຸງສະໜາມກີລາເຈົ້າອານຸວົງ ແລະ ການເຂົ້າຮ່ວມງານວາງສະແດງໂລກທີ່ແຂວງໂອຊາກາ ປະເທດຍີ່ປຸ່ນ ໃນປີ 2025 (Osaka EXPO 2025) ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສໍາລັບການຮ່ວມມືໃນຂອບຫຼາຍຝ່າຍ ເປັນຕົ້ນແມ່ນຂອບການຮ່ວມມື ອາຊຽນ-ຍີ່ປຸ່ນ ແມ່ນໍ້າຂອງ-ຍີ່ປຸ່ນ ຂອບການຮ່ວມມື ACMECS ແລະ ອື່ນໆ. 

    ໂອກາດນີ້ ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ທ່ານຮອງລັດຖະມົນຕີ ທາເກອິ ຊຸນຊຶເກະ ແລະ ຄະນະ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ທາເກອິ ຊຸນຊຶເກະ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນຮອງລັດຖະມົນຕີກະຊວງຕ່າງປະເທດຍີ່ປຸ່ນໃນເດືອນສິງຫາ 2022 ຜ່ານມາ ພ້ອມນັ້ນ ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ລວມທັງການຊ່ວຍເຫຼືອເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການຍົກລະດັບຂຶ້ນເທື່ອລະກ້າວ. ພ້ອມດຽວກັນນັ້ນ ທ່ານ ທາເກອິ ຊຸນຊຶເກະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຝ່າຍລາວ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນຄືນຄໍາໝາຍໝັ້ນຂອງລັດຖະບານຍີ່ປຸ່ນ ໃນການສືບຕໍ່ຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ 9 ຂອງ ສປປ ລາວ ໃຫ້ສໍາເລັດຕາມຄາດໝາຍ ນອກນັ້ນ ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

    ພາຍຫຼັງສໍາເລັດການພົບປະສອງຝ່າຍ ທ່ານ ໂພໄຊ ໄຂຄໍາພິທູນ ແລະ ທ່ານ ທາເກອິ ຊຸນຊຶເກະ ຍັງໄດ້ຮ່ວມກັນລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນການສະໜອງອຸປະກອນ ແລະ ກົນຈັກຕ່າງໆສໍາລັບການສ້ອມແປງຖະໜົນຫົນທາງໃຫ້ແກ່ ສປປ ລາວ ລວມມູນຄ່າ 800 ລ້ານເຢນ (ຫຼື ປະມານ 6,1 ລ້ານໂດລາສະຫະລັດ) ເຊິ່ງການຊ່ວຍເຫຼືອດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນເຖິງຄໍາໝາຍໝັ້ນຂອງລັດຖະບານຍີ່ປຸ່ນ ໃນການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຂອງ ສປປ ລາວ ລວມທັງການປະຕິບັດຍຸດທະສາດ ການຫັນປະເທດບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດໃນພາກພື້ນ ໂດຍສະເພາະ ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ໃຫ້ໄດ້ຮັບຜົນສໍາເລັດເທື່ອລະກ້າວ.

error: Content is protected !!