ໃນວັນທີ 21 ທັນວາ 2022 ທ່ານ ສຈ.ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ຫວຽນວັນດົງ ປະທານບໍລິສັດຫຸ້ນສ່ວນ ຝຸ່ນບິ່ງດ້ຽນ ທ່ານ ສຈ ຫງຽບດິ່ງເຫີຍ ທີ່ປຶກສາດ້ານກະສິກຳຂອງ ບໍລິສັດຫຸ້ນສ່ວນ ຝຸ່ນບິ່ງດ້ຽນ ພ້ອມດ້ວຍຄະນະຈາກ ສສ ຫວຽດນາມ ມີຫົວໜ້າຫ້ອງການ ບັນດາທ່ານຫົວໜ້າກົມ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.

ການມາຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການຜະລິດຝຸ່ນ-ປຸ່ຍທີ່ມີປະສິດຕິພາບ ແລະ ລາຄາຖືກ ເພື່ອສົ່ງອອກໄປໃຫ້ ສສ ຫວຽດນາມ ໂດຍຈະນຳເອົາດິນຂອງ ສປປ ລາວ ໄປວິໄຈຢູ່ ສສ ຫວຽດນາມ ທັງນີ້ກໍເພື່ອເຮັດໃຫ້ປະຊາຊົນລາວ-ຫວຽດນາມ ທີ່ອາໄສຢູ່ຕາມຊາຍແດນຂອງທັງສອງປະເທດໄດ້ມີຝຸ່ນ-ປຸ່ຍ ທີ່ມີປະສິດທິພາບ ແລະ ລາຄາຖືກ ໃຊ້ໃນການກະເສດ ເພື່ອສາມາດລ້ຽງຕົນເອງ ແລະ ຄອບຄົວໄດ້.

ທ່ານ ຫວຽນວັນດົງ ຍັງໄດ້ກ່າວຕື່ມອີກວ່າ: ດີໃຈທີ່ໄດ້ຮ່ວມງານກັບ ກຸ່ມບໍລິສັດ ພົງສະຫວັນ ແລະ ສູນກາງແນວລາວສ້າງຊາດ ທີ່ຈະພັດທະນາໄປພ້ອມກັນ ຈາກນັ້ນ ທ່ານ ສຈ.ປອ ອ໋ອດ ພົງສະຫວັນ ໄດ້ເວົ້າກ່ຽວກັບວຽກງານກອງທຶນສາມັກຄີພັດທະນາຂອງ ສນຊ ວ່າ: ປັດຈຸບັນມີ 50 ກອງທຶນທີ່ຢູ່ແຕ່ລະແຂວງໃນທົ່ວປະເທດ ທີ່ພ້ອມໃຫ້ການຊ່ວຍເຫຼືອ ແລະ ສະນັບສະໜຸນໃຫ້ໂຄງການນີ້ໃຫ້ປະສົບຜົນສຳເລັດ.
