ຊຸກຍູ້ສົ່ງເສີມເຂດພັດທະນາບໍ່ເຕ່ນໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ

    ໃນວາລະງານສະເຫຼີມສະຫຼອງການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຄົບຮອບ 1 ປີ ແລະ ງານດຶງດູດການລົງທຶນຂອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ວັນທີ 20 ທັນວາ 2022 ທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາໄດ້ມີຄໍາເຫັນວ່າ: ງານຄັ້ງນີ້ມີຄວາມໝາຍສໍາຄັນ ເພາະເປັນການຊຸກຍູ້ການຈັດຕັ້ງປະຕິບັດຍຸດທະສາດການເຊື່ອມໂຍງ “ຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງ ສປປ ລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປ ຈີນ ໃຫ້ເປັນຮູບປະທໍາຢ່າງຈະແຈ້ງ ແລະ ມີໝາກມີຜົນຕົວຈິງ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືລາວ-ຈີນ ຕາມທິດ 4 ດີ ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ ຈີນ-ລາວ ໃຫ້ໜັກແໜ້ນເລິກເຊິ່ງຕື່ມອີກ.

    ປະເທດລາວ ແລະ ຈີນ ມີສາຍພູສາຍນໍ້າຕິດຈອດກັນ ດື່ມນໍ້າສາຍດຽວກັນ ມີສາຍພົວພັນທີ່ດີງາມຮ່ວມກັນມາແຕ່ດົນນານ 61 ປີກ່ອນນີ້ ສອງປະເທດລາວ-ຈີນໄດ້ສ້າງສາຍພົວພັນທາງການທູດຮ່ວມກັນ ນັບແຕ່ມື້ນັ້ນເປັນຕົ້ນມາ ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍໄດ້ຮັບການເສີມຂະຫຍາຍນັບມື້ກວ້າງຂວາງ ແລະ ເລິກເຊິ່ງ ຈາກການຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ແລະ ການຮ່ວມມືຕາມທິດ 4 ດີ ໄດ້ຍົກລະດັບກາຍເປັນຄູ່ຮ່ວມຊະຕາກໍາລາວ-ຈີນ ທັງສອງຝ່າຍໄດ້ລົງ ນາມໃນເດືອນເມສາ 2019 ໂດຍອີງໃສ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ ໄດ້ເຮັດໃຫ້ການພົວພັນຮ່ວມມືຍິ່ງແໜ້ນແຟ້ນ ໄດ້ຮັບໝາກຜົນອັນໃຫຍ່ຫຼວງຫຼາຍດ້ານ ເປັນຕົ້ນ ການຮ່ວມມືທາງດ້ານການເມືອງ ເສດຖະກິດ ແລະ ດ້ານການຄ້າຂອງສອງຝ່າຍ ໄດ້ຜັນຂະຫຍາຍ ແລະ ກວ້າງຂວາງຂື້ນເລື້ອຍໆ ພິເສດໂຄງການເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນໂຄງການສັນຍະລັກແຫ່ງຄວາມສາມັກຄີ ມິດຕະພາບຂອງສອງປະເທດລາວ-ຈີນ ເປັນໂຄງການທີ່ນໍາເອົາຜົນປະ ໂຫຍດຕົວຈິງໄປສູ່ປະຊາຊົນສອງຊາດ ທັງເປັນໂຄງການສໍາຄັນ ຊຸກຍູ້ການພັດທະນາຂອງ ສປປ ລາວ ໃຫ້ເຊື່ອມຈອດກັບພາກພື້ນ ແລະ ຂອງໂລກຫຼາຍຂຶ້ນກວ່າເກົ່າ.

    ມາຮອດປັດຈຸບັນ ສອງປະເທດລາວ-ຈີນ ໄດ້ກາຍເປັນຄູ່ຮ່ວມມືທີ່ສໍາຄັນໃນຂະບວນການພັດທະນາທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະ ໃນວັນທີ 25 ພະຈິກຜ່ານມາ ໄດ້ມີພິທີເປີດການນໍາໃຊ້ປະຕູດ່ານ ແລະ ນໍາໃຊ້ເສັ້ນທາງສະເພາະຂົນສົ່ງສິນຄ້າຢູ່ດ່ານສາກົນບໍ່ເຕ່ນຢ່າງເປັນທາງການ ໂດຍແມ່ນອົງການປົກຄອງແຂວງຢູນນານ ສປ ຈີນ ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງ ພ້ອມນັ້ນ ໄດ້ຮ່ວມກັນຊຸກຍູ້ສົ່ງເສີມເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ-ບໍ່ຫານ ສປ ຈີນ ເຊິ່ງເປັນສິ່ງຢັ້ງຢືນເຖິງການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບລາວ-ຈີນ ຢ່າງຈະແຈ້ງ ແລະ ກາຍເປັນເຂດນໍາໜ້າການຮ່ວມມືຂອງອາຊຽນຕື່ມອີກ.

     ເພື່ອເຮັດໃຫ້ການກໍ່ສ້າງເຂດເສດຖະກິດບໍ່ເຕ່ນໄດ້ຮັບການພັດທະນາຢ່າງວ່ອງໄວ   ໃຫ້ເປັນຕົວເມືອງທັນສະໄໝແຫ່ງໃໝ່ຂອງລາວໃນອະນາຄົດ ແລະ ເປັນສູນກາງເສດຖະກິດຂອງພາກເໜືອ ຂໍເຊີນຊວນນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທັດສະນະສຶກສາ ມາລົງທຶນ ແລະ ມາພັດທະນາເຂດນີ້ໃຫ້ນັບມື້ນັບຫຼາຍຂື້ນ ແລະ ເຊື່ອໝັ້ນວ່າເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ-ບໍ່ຫານ ສປ ຈີນ ໂດຍສະເພາະ ເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ ຈະເປັນການປະກອບສ່ວນສໍາຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງລາວ-ຈີນ ເວົ້າລວມ ເວົ້າສະເພາະ ລະຫວ່າງແຂວງຫຼວງນໍ້າທາກັບແຂວງ ຢູນນານ ແລະ ຈະເປັນການສ້າງຄວາມຮັ່ງມີຜາສຸກ ໃຫ້ແກ່ປະຊາຊົນຂອງສອງປະເທດດີຂຶ້ນກວ່າເກົ່າ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!