ເປີດຫຼັກສູດໃໝ່ Happy Math ໃນປີ 2023

    ສູນຄະນິດຄິດໄວ Smart Math ເປີດຫຼັກສູດໃໝ່ Happy Math  “ ເກັ່ງເລກຕະຫຼອດຊີວິດດ້ວຍຕົນເອງຢ່າງມີຄວາມສຸກ” Happy Math ເປັນຫຼັກສູດເໝາະສໍາລັບນັກຮຽນຕັ້ງແຕ່ຊັ້ນອະນຸບານຮອດມັດທະຍົມ ໂດຍຈະເລີ່ມເປີດສອນເດືອນມັງກອນ ປີ 2023 ຢູ່ທີ່ຮ່ອມ 21 ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ສູນໄອເຕັກມໍ ຊັ້ນ 4 ສະເພາະສູນໂຊກນ້ອຍ ມີລະບົບຄວາມປອດໄພສູງ ເນື່ອງຈາກມີກ້ອງວົງຈອນປິດ (CCTV) ຈໍານວນ 12 ກ້ອງ ຜ່ານລະບົບອອນລາຍ ທີ່ຜູ້ປົກຄອງສາມາດເບິ່ງຜ່ານໂທລະສັບມືຖື.

    ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອໍານວຍການໃຫຍ່ສູນຄະນິດຄິດໄວ Smart Math ໄດ້ຍົກໃຫ້ເຫັນຄວາມແຕກຕ່າງລະຫວ່າງຄະນິດຄິດໄວ Smart Math ແລະ Happy Math ວ່າ: ຄະນິດຄິດໄວ Smart Math ເປັນວິຊາຄະນິດສາດຂະແໜງການໜຶ່ງ ທີ່ຮຽນເພື່ອພັດທະນາຄຸນນະພາບທາງສະໜອງ ເປັນການປັບຄວາມສົມດູນຂອງສະໝອງເບື້ອງຊ້າຍ ແລະ ເບື້ອງຂວາ ເຊິ່ງຈະຊ່ວຍສົ່ງເສີມໃຫ້ຜູ້ຮຽນມີສະມາທິຕໍ່ເນື່ອງ  ມີຄວາມເຊື່ອໝັ້ນໃນຕົນເອງ ມີລະບົບການຄິດທີ່ມີເຫດ ແລະ ຜົນ ພ້ອມທັງຈະສົ່ງຜົນໃຫ້ການຮຽນໃນຊັ້ນຮຽນປົກກະຕິດີຂຶ້ນຕື່ມອີກ ເຊັ່ນ: ວິຊາຄະນິດສາດ ແລະ ວິທະຍາສາດ ເປັນຕົ້ນ ສໍາລັບ Happy Math ຈະເຝິກໃຫ້ນັກຮຽນມີທັກສະຂອງຄະນິດສາດຊັ້ນສູງ ມີຄວາມສາມາດໃນການແກ້ໂຈດເລກໄດ້ທຸກມິຕິຂອງຄະນິດສາດ ເຮັດໃຫ້ການຮຽນໃນໂຮງຮຽນເປັນເລື່ອງງ່າຍ ເຮັດໃຫ້ເດັກມີຄວາມໝັ້ນໃຈໃນຕົນເອງ ແລະ ຮຽນຮູ້ສິ່ງໃໝ່ໆໄດ້ງ່າຍ.

    ທ່ານ ມີໄຊ ລີວົງໄຊ ອໍານວຍການສູນຄະນິດຄິດໄວ Smart Math ສູນໄອເຕັກ ໄດ້ໃຫ້ສໍາພາດຕໍ່ທີມນັກຂ່າວວ່າ:  ຈຸດພິເສດຂອງລະບົບ  Happy  Math  ເປັນລະບົບການຮຽນສະເພາະຕົວ ທີ່ມີເນື້ອໃນການຮຽນທີ່ເໝາະສົມກັບຄວາມສາມາດຂອງນັກຮຽນແຕ່ລະຄົນ ເນື້ອໃນ ແລະ ວິທີການສອນຖືກຄົ້ນຄວ້າ ແລະ ພັດທະນາໃຫ້ມີປະສິດທິພາບສູງສຸດ ກັບສະພາບການຮຽນຂອງເດັກນ້ອຍ ໂດຍຜູ້ຊ່ຽວຊານທີ່ມີປະສົບການໃນການກໍ່ຕັ້ງລະບົບການຮຽນແບບສະເພາະຕົວມາຫຼາຍກວ່າ 15 ປີ ບົດຮຽນຖືກອອກແບບມາຢ່າງເປັນລະບົບ ງ່າຍຕໍ່ການຮຽນຮູ້ຢ່າງຕໍ່ເນື່ອງ ຕັ້ງແຕ່ລະດັບອະນຸບານ ຮອດລະດັບມັດທະຍົມ ສອນດ້ວຍການກະຕຸ້ນໃຫ້ນັກຮຽນມີຄວາມເຂົ້າໃຈເຝິກຝົນການຄິດ ແລະ ແກ້ບັນຫາໄດ້ດ້ວຍຕົນເອງ ເພື່ອປູກຈິດສໍານຶກການຄິດ ແລະ ການເພິ່ງພາຕົນເອງ ເນື້ອໃນຕາມຫຼັກສູດຄະນິດສາດທີ່ຮຽນຢູ່ໃນທົ່ວໂລກ ຄວບຄຸມທັງການຄິດຄໍານວນ ແລະ ການແກ້ໂຈດບັນຫາ ເປົ້າໝາຍການຮຽນຮູ້ ຢູ່ທີ່ການມີຄວາມສາມາດທາງຄະນິດສາດສູງກວ່າຊັ້ນຮຽນ ເພື່ອການຮຽນໃນໂຮງຮຽນ ຈົນຮອດລະດັບມັດທະຍົມສຶກສາຕອນປາຍໄດ້ຢ່າງຄ່ອງແຄ້ວ ແລະ ໝັ້ນໃຈ.

     ສໍາລັບນັກຮຽນທີ່ມາລົງທະບຽນຮຽນ 100 ຄົນທໍາອິດທີ່ຕິດຕໍ່ເຂົ້າມາ ທາງສູນຈະມີສ່ວນຫຼຸດເປັນພິເສດ ສາມາດຕິດຕໍ່ໂທ ຫຼື ວອດແອັບ 5545-7728, 5545-7729

# ຂ່າວ – ພາບ : ຂັນທະວີ

error: Content is protected !!