ສົນທະນາກ່ຽວກັບການບໍລິການວັກຊີນພະຍາດໂຄວິດ-19

    ກອງປະຊຸມສົນທະນາຈາກຜູ້ຊ່ຽວຊານກະຊວງສາທາລະນະສຸກ ແລະ ອົງການສາກົນທີ່ກ່ຽວຂ້ອງກ່ຽວກັບການບໍລິການວັກຊິນກັນພະຍາດໂຄວິດ-19 ໃນ ສປປ ລາວ ຈັດຂຶ້ນວັນທີ 22 ທັນວາ 2022 ທີ່ໂຮງແຮມຄຣາວ ພລາຊາ ມີທ່ານພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ທ່ານ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ ທ່ານ ຄໍາເປ ພົງສະຫວັດ ປະທານສະມາຄົມແພດເດັກລາວ ປະທານກຳມະທິການທີ່ປຶກສາດ້ານວັກຊີນແຫ່ງຊາດ ທັງເປັນຜູ້ຊ່ຽວຊານອາວຸໂສເດັກ ພ້ອມດ້ວຍຜູ້ຕາງໜ້າຈາກອົງການ ອຸຍນີເຊັບ ແລະ ອົງການອະນາໄມໂລດ ຕະຫຼອດຮອດສື່ມວນຊົນອ້ອມຂ້າງສູນກາງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອໃຫ້ສື່ມວນຊົນໄດ້ຮັບຟັງສະຖານະການຫຼ້າສຸດຂອງພະຍາດໂຄວິດ-19 ໃນປັດຈຸບັນ ການສັກວັກຊີນ ແລະ ວັກຊີນເຂັມກະຕຸ້ນຢູ່ ສປປ ລາວ ລວມທັງວັກຊີນສຳລັບເດັກນ້ອຍອາຍຸ 5-11 ປີ ວັກຊີນເພີ່ມກະຕຸ້ນສໍາລັບແມ່ຍິງຖືພາ ແມ່ຍິງກຳລັງລ້ຽງລູກດ້ວຍນົມແມ່ ແລະ ເຫດການປະຕິປັກ ຫຼື ເຫດການທີ່ບໍ່ເພິ່ງປະສົງ ພາຍຫຼັງທີ່ໄດ້ຮັບວັກຊີນໂຄວິດ-19 ສຳລັບຜູ້ໃຫຍ່ ແລະ ເດັກນ້ອຍ ຈາກນັ້ນ ກອງປະຊຸມໄດ້ເປີດໂອກາດໃຫ້ບັນດາສື່ມວນຊົນໄດ້ມີການສົນທະນາຢ່າງກົງໄປກົງມາ ມີການຊີ້ແຈງ ແລະ ມີການແລກປ່ຽນຂໍ້ມູນຂ່າວສານກັບບັນດາຊ່ຽວຊານຕ່າງໆ ໂດຍສະເພາະ ຄວາມສຳຄັນຂອງການສືບຕໍ່ປະຕິບັດຕາມມາດຕະການຄວບຄຸມ ແລະ ປ້ອງກັນພະຍາດພາຍຫຼັງທີ່ໄດ້ຮັບການສັກວັກຊີນໂຄວິດ-19.

    ສະເພາະການສັກວັກຊີນປ້ອງກັນພະຍາດໂຄວິດ-19 ມາຮອດປັດຈຸບັນ ສປປ ລາວ ສັກວັກຊິນເຂັມທີ 1 ໄດ້ປະມານ 84,5% ຄົບ 2 ເຂັມໄດ້ 75,4% ເຂັມກະຕຸ້ນ 1  ໄດ້ 33,7% ແລະ ເຂັມກະຕຸ້ນ 2 ໄດ້ 5,2%.

# ຂ່າວ – ພາບ : ຂັນທະວີ

error: Content is protected !!