ໄຂນຳໃຊ້ໂຄງການປັບປຸງຍົກລະດັບເສັ້ນທາງປູຢາງ 2 ຊັ້ນ ເທສະບານໂພນສະຫວັນ

    ພິທີໄຂນຳໃຊ້ໂຄງການປັບປຸງ ຍົກລະດັບເສັ້ນທາງປູຢາງ 2 ຊັ້ນ ເທສະບານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ຈັດຂຶ້ນວັນທີ 12 ທັນວາ 2022 ໂດຍມີທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ທ່ານ ພັນເອກ ບຸນຍົງ ພັນດານຸວົງ  ຕາງໜ້າບໍລິສັດ 20 ມັງກອນ ພັດທະນາ  ທ່ານ ຫວ່າງຫົງ ຕາງໜ້າບໍລິສັດ ຄຸນໝິງເຈີ່ນຊຽນ ບໍ່ແຮ່ຈໍາກັດ ທ່ານ ເສິນ ສວນຊິນ ຕາງໜ້າບໍລິສັດ ລາວ ຮົວເຢ ວິສະວະກຳກໍ່ ສ້າງບໍ່ແຮ່ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໂຄງການປັບປຸງ ຍົກລະດັບເສັ້ນທາງປູຢາງ 2 ຊັ້ນ ເທສະບານໂພນສະຫວັນ ມີຄວາມຍາວ 20 ກິໂລແມັດ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກບໍລິສັດ ຄຸນໝິງເຈີ່ນຊຽນບໍ່ແຮ່ ຈໍາກັດ ແລະ ບໍລິສັດ ລາວຮົວເຢ ວິສະວະກຳກໍ່ສ້າງບໍ່ແຮ່ ຈຳກັດ ເລີ່ມກໍ່ສ້າງວັນທີ 2 ພະຈິກ 2022 ມາຮອດວັນທີ 29 ພະຈິກ 2022 ມີຄວາມຄືບໜ້າ 63,68% ຍັງຄ້າງປະຕິບັດ 36,32% ແຕ່ຢູ່ໃນໄລຍະການແຂ່ງຂັນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ຈຶ່ງໄດ້ຢຸດການກໍ່ສ້າງຊົ່ວຄາວ ພາຍຫຼັງສໍາເລັດການແຂ່ງຂັນດັ່ງກ່າວ ບໍລິ ສັດຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດ ໂດຍມີບັນດາໜ້າວຽກ ຄື: ສີດຢາງຊັ້ນ 2 ປັບປຸງທາງຂຶ້ນໂຮງແຮມຊຽງຂວາງວິວ ສີດຢາງກັນຊຶມ ເຮັດຝາປິດຂຸມລະບາຍນໍ້າຄືນໃໝ່ ແຕ້ມເສັ້ນ ແລະ ທາສີຂອບທາງ ມູນຄ່າການກໍ່ສ້າງ 3 ລ້ານໂດລາສະຫະລັດ.

    ໂຄງການດັ່ງກ່າວ ເປັນໂຄງການທີ່ສໍາຄັນ ເພື່ອເປັນການຍົກລະດັບ ປັບປຸງເສັ້ນທາງສາຍຫຼັກຂອງເທສະບານໂພນສະຫວັນ ໃຫ້ມີຄວາມສະດວກ ແລະ ໄດ້ມາດຕະຖານ.

# ຂ່າວ – ພາບ : ສະບາໄພ

error: Content is protected !!