SCG ມອບທຶນການສຶກສາໃຫ້ນັກຮຽນ ນວ 110  ທຶນ

    SCG ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກີລາ ແລະ ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC) ຈັດງານມອບທຶນການສຶກສາ ໃນໂຄງການ “SCG Sharing the Dream” ໃນ ສປປ ລາວ ເປັນປີທີ 11 ເຊິ່ງໃນປີນີ້ ມີການມອບທຶນໃຫ້ນັກຮຽນຊັ້ນມັດທະຍົມຕອນປາຍໃນນະຄອນຫຼວງວຽງຈັນ (ນວ) ແລະ ແຂວງຄຳມ່ວນ ແຂວງລະ 110 ທຶນ ແລະ ໄດ້ມອບທຶນການສຶກສາໃຫ້ນັກສຶກສາລະດັບມະຫາວິທະຍາໄລ ອີກ 10 ທຶນ ລວມທັງໝົດ 230 ທຶນ ເພື່ອເປັນການສະໜັບສະໜູນຊາວໜຸ່ມທີ່ເປັນຄົນດີ ມີຄວາມກະຕັນຍູຮູ້ບຸນຄຸນ ເອົາໃຈໃສ່ຕໍ່ສິ່ງແວດລ້ອມ ແລະ ມຸ່ງໝັ້ນທີ່ຈະສ້າງສັງຄົມທີ່ດີ ໃຫ້ພວກເຂົາໄດ້​ມີ​ໂອ​ກາດ​ສຶກສາຮ່ຳ​ຮຽນ​ຕໍ່​ ​ແລະ ​ນຳ​ເອົາ​ຄວາມ​ຮູ້​ມາ​ພັດທະນາ​ປະ​ເທດຊາດ ເພື່ອ​ຂັບ​ເຄື່ອນ​ສັງ​ຄົມ​ໄປສູ່ອະນາຄົດທີ່ຍືນຍົງ ນອກຈາກນີ້ ຍັງເປັນການຫຼຸດຜ່ອນຄວາມບໍ່ສະເໝີພາບທາງດ້ານການສຶກສາ ຕາມເປົ້າໝາຍ ESG 4 Plus ຂອງ SCG.

    ພິທີມອບທຶນດັ່ງກ່າວ ຈັດຂຶ້ນວັນທີ 14 ທັນວາ 2022 ທີ່ສູນກີລາບູໂດ້ ລາວ-ຍີ່ປຸ່ນ ນະຄອນຫຼວງ ວຽງຈັນ ໂດຍມີທ່ານ ປອ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ​ ທີລະວັດ ພູນການຈະນະໂຣດ ຜູ້ອຳນວຍການປະຈຳປະເທດລາວ ບໍລິສັດ SCG ຊີມັງ-ຜະລິດຕະພັນກໍ່ສ້າງ ຈຳກັດ Country Director Laos, SCG Cement-Build Material Co., Ltd ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ປອ ສຸລິອຸດົງ ສຸນດາລາຍັງໄດ້ກ່າວຕື່ມວ່າ: “ຂໍໃຫ້ນ້ອງນັກຮຽນທັງໝົດທີ່ໄດ້ຮັບທຶນສືບຕໍ່ເປັນຄົນດີ ມີຄວາມດຸໝັ່ນ ພາກພຽນ ຕັ້ງໜ້າໃສ່ການຮໍ່າຮຽນ ແລະ ຊ່ວຍເຫຼືອວຽກງານຄອບຄົວ ສັງຄົມ ສືບຕໍ່ຮຽນໃຫ້ເກັ່ງ ເສັງຈົບຊັ້ນໃຫ້ໄດ້ຄະແນນດີ ສົມກັບຄວາມຕັ້ງໃຈທີ່ເພີ່ນໄດ້ຊຸກຍູ້ຊ່ວຍເຫຼືອ ນອກຈາກນີ້ ຍັງໄດ້ສະແດງຄວາມຂອບໃຈຕໍ່ກັບໂຄງການ ໂດຍສະເພາະ ກຸ່ມບໍລິສັດ SCG ປະເທດໄທ ທີ່ໃຫ້ການສະໜັບສະໜູນ ຊຸກຍູ້ຊ່ວຍເຫຼືອນ້ອງນັກຮຽນຂອງພວກເຮົາໃນຫຼາຍປີຜ່ານມາ ແລະ ຫວັງວ່າໂຄງການຈະສືບຕໍ່ໄປ ພ້ອມທັງຂະຫຍາຍກວ້າງ ຂວາງອອກໄປໃນຂອບເຂດທົ່ວປະເທດຕື່ມອີກ”.

    ທ່ານ​ ທີລະວັດ ພູນການຈະນະໂຣດ ໄດ້ກ່າວວ່າ: “SCG Sharing the Dream” ແມ່ນໜຶ່ງໃນໂຄງການຂອງ SCG ເພື່ອພັດທະນາທ່າແຮງຂອງຊາວໜຸ່ມໃນບັນດາປະເທດອາຊຽນ, ເຊິ່ງ​ SCG ຖືວ່າເປັນວິທີໃນການດຳເນີນທຸລະກິດທີ່ພວກເຂົາໄດ້ປະຕິບັດມາຕະຫຼອດ 110 ປີ ນັບຕັ້ງແຕ່ກໍ່ຕັ້ງບໍລິສັດ ຈຸດປະສົງ​ແມ່ນ​ເພື່ອ​ຊຸກຍູ້​​ນັກ​ຮຽນ ນັກສຶກສາ ​ໃຫ້ມີ​ທຶນຮອນໃຊ້ຈ່າຍ​ສະໜັບສະໜູນ​ການ​ສຶກສາ​ຂອງ​ຕົນ​ເອງຕາມຄວາມຝັນທີ່ໄດ້ຕັ້ງໃຈໄວ້ ພ້ອມ​ກັບ​ການ​ຊຸກຍູ້​ໃຫ້​ພວກເຂົາ​ຄິດ​ດີ ​ເຮັດ​ດີ ມີ​ຄວາມ​ກະຕັນຍູ​ຮູ້ບຸນຄຸນຕໍ່​ຄອບຄົວ ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ຫຼຸດຜ່ອນຄວາມບໍ່ສະເໝີພາບໃນໂອກາດດ້ານການສຶກສາຕາມແນວທາງ ESG 4Plus ຂອງ SCG ກໍຄື: 1 ເປົ້າໝາຍ Net Zero 2 GO Green 3 Lean ຄວາມບໍ່ສະເໝີພາບ ແລະ 4 ເນັ້ນໃສ່ການຮ່ວມມືບົນພື້ນຖານຄວາມຍຸຕິທໍາ ແລະ ຄວາມໂປ່ງໃສ ເຊິ່ງເປັນໝາກຫົວໃຈໃນການດຳເນີນທຸລະກິດຂອງ SCG ເພື່ອ​ມອບໂລກ​ທີ່​​ໜ້າຢູ່ອາໄສ ແລະ ຍືນຍົງສໍາລັບຄົນi5jນຕໍ່ໄປ ​ເຊິ່ງ​ຈະ​ກາຍ​ເປັນ​ກຳລັງ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ປະ​ເທດ.”

    ໃນແຕ່ລະປີ ໂຄງການ “SCG Sharing the Dream” ໄດ້ໃຫ້ທຶນການສຶກສາແກ່ນັກຮຽນຢ່າງໜ້ອຍ 5.000 ຄົນ ໃນທົ່ວອາຊຽນ ເປັນຕົ້ນແມ່ນປະເທດຟີລິບປິນ ອິນໂດເນເຊຍ ກຳປູເຈຍ ຫວຽດນາມ ແລະ ສປປ ລາວ ເພື່ອຮ່ວມເປັນສ່ວນໜຶ່ງຂອງການພັດທະນາປະເທດທີ່ SCG ໄດ້ເຂົ້າໄປດຳເນີນທຸລະກິດ ໂດຍໂຄງການນີ້ ໄດ້ຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ ຕັ້ງແຕ່ປີ 2011 ດ້ວຍຄວາມຕັ້ງໃຈ ແລະ ເອົາໃຈໃສ່ ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ຊາວໜຸ່ມທີ່ເປັນຄົນດີ, ມີຄວາມກະຕັນຍູຕໍ່ຄອບຄົວ ແລະ ຊຸມຊົນ ແຕ່ຂາດທຶນຮອນໃນການຮໍ່າຮຽນ ໃຫ້​ມີ​ໂອ​ກາດ​ໃນ​ການ​ສຶກ​ສາ​ຈົນ​ຈົບ ນອກຈາກການສະໜັບສະໜູນທາງດ້ານການເງິນ ແລະ ອຸປະກອນການຮຽນແລ້ວ ເອັດສຊີຈີ ຍັງ​ມີ​ການ​ເຄື່ອນ​ໄຫວ​ເພື່ອ​ພັດທະນາ​ທ່າ​ແຮງ  ​ແລະ  ​ເສີມ​ຂະຫຍາຍ​ຄຸນສົມບັດ​ສິນ​ລະທຳ​ໃຫ້​ແກ່ຊາວ​ໜຸ່ມຕະຫຼອດໂຄງການອີກດ້ວຍ.

error: Content is protected !!