ຖອດຖອນບົດຮຽນການເກັບກຳຂໍ້ມູນປຶ້ມອຸປະກອນການຮຽນ-ການສອນ

    ສຳນັກພິມສຶກສາ ແລະ ກີລາ ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມຖອດຖອນບົດຮຽນ ການລົງເກັບກຳຂໍ້ມູນປຶ້ມ ອຸປະກອນການຮຽນ-ການສອນ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ພະນັກງານ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມເຂື່ອນໄຟຟ້ານໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງ ສສກ ມີທ່ານນາງ ບົວຄຳ ດາວສະຫວັນ ຜູ້ອໍານວຍການສຳນັກພິມສຶກສາ ແລະ ກີລາ ກະຊວງ ສສກ ຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກີລາແຂວງທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຖອດຖອນບົດຮຽນການລົງເກັບກຳຂໍ້ມູນປຶ້ມ ອຸປະກອນສື່ການຮຽນ-ການສອນ ມີຂໍ້ສະດວກ ຂໍ້ຫຍຸ້ງຍາກ ບັນຫາປຶ້ມເຫຼືອ-ບໍ່ພໍ ແລະ ຊອກວິທີທາງແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ບັນລຸຕາມເປົ້າໝາຍແຜນຍຸດທະສາດ ແລະ ແຜນພັດທະນາການສຶກສາ 5 ປີ ຄັ້ງທີ 9 ຂອງຂະແໜງການສຶກສາ ວິທະຍາສາດ ແລະ ກີລາ ພ້ອມທັງເປັນການສຸມໃສ່ໃຫ້ນັກຮຽນໄດ້ຮັບປຶ້ມແບບຮຽນ 1 ຊຸດຕໍ່ຄົນ ບັນລຸຕາມແຜນພັດທະນາການສຶກສາແຕ່ນີ້ຮອດປີ 2025 ໃນຂອບເຂດທົ່ວປະເທດ.

    ໂອກາດນີ້ ທ່ານ ນາງ ຂັນທະລີ ສີຣິພົງພັນ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ ເພື່ອເປັນການຖອດຖອນບົດຮຽນ ຊອກຫາວິທີປັບປຸງແກ້ໄຂການເຂົ້າເຖິງ ແລະ ແຈກຢາຍບັນດາປຶ້ມ ອຸປະກອນການຮຽນ-ການສອນໃຫ້ໄປຕາມຈຸດປະສົງ ແລະ ເປົ້າໝາຍຢ່າງມີປະສິດທິຜົນ ພ້ອມທັງຮຽກຮ້ອງໃຫ້ຄະນະນຳແຕ່ລະຂັ້ນ ຜູ້ແທນກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ຊອກຫາສາເຫດ ແລະ ວິທີແກ້ໄຂ ເພື່ອປັບປຸງໃຫ້ສອດຄ່ອງ ແລະ ສາມາດບັນລຸເປົ້າໝາຍຕາມແຜນຍຸດທະສາດ ແລະ ແຜນພັດທະນາການສຶກສາ 5 ປີ ຄັ້ງທີ IX ຂອງຂະແໜງການສຶກສາ ວິທະຍາສາດ ແລະ ກີລາ ເຊິ່ງການປັບປຸງແບບແຜນວິທີເຮັດວຽກ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາການຕ່າງໆ ແມ່ນວຽກງານໜຶ່ງທີ່ຄວນເອົາໃຈໃສ່ໃນການພັດທະນາອົງກອນຂອງຕົນ ເພື່ອບຸກທະລຸສ້າງພະນັກງານສືບທອດປ່ຽນແທນໃຫ້ມີຄວາມເຂັ້ມແຂງຢ່າງຕໍ່ເນື່ອງ ແລະ ຈັດຕັ້ງປະຕິບັດໜ້າທີ່ຂອງກົງຈັກໄດ້ຮັບການສ້າງຕັ້ງຂຶ້ນໃໝ່ ທີ່ຕິດພັນກັບບັນດາວຽກງານໃຫ້ມີຄວາມສອດຄ່ອງ ແລະ ໄດ້ຮັບຜົນດີ.

error: Content is protected !!