ປາຖະກະຖາ 6 ທົດສະວັດແຫ່ງການພົວພັນ ລາວ-ມົງໂກລີ ປະຫວັດສາດ ແລະ ຍຸກສະໄໝໃໝ່

    ໃນວັນທີ 13 ທັນວາ 2022 ສະຖາບັນການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດມົງໂກລີ ປະຈໍາລາວ ໄດ້ຈັດພິທີປາຖະກະຖາຂຶ້ນ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ມົງໂກລີ ຄົບຮອບ 60 ປີ (12 ກັນຍາ 1962-12 ກັນຍາ 2022) ພາຍໃຕ້ຫົວຂໍ້: “6 ທົດສະວັດແຫ່ງການພົວພັນ ລາວ-ມົງໂກລີ ປະຫວັດສາດ ແລະ ຍຸກສະໄໝໃໝ່” ໂດຍເປັນປະທານກ່າວໄຂຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ບັນຍາຍໂດຍທ່ານ ບຽມບາຊູເຣັນ ຈຳສຣັງ (J. BYAMBASUREN) ເອກອັກຄະລັດຖະທູດແຫ່ງມົງໂກລີ ປະຈໍາລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງ.

    ຈຸດປະສົງຂອງພິທີປາຖະກະຖາໃນຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນໃນຂະບວນການສະເຫຼີມສະຫຼອງປີແຫ່ງການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ມົງໂກລີ ຄົບຮອບ 60 ປີ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ພ້ອມນັ້ນ ກໍເປັນການແລກປ່ຽນທັດສະນະຮ່ວມກັນດ້ານນະໂຍບາຍການຕ່າງປະເທດ ທີ່ທັງສອງຝ່າຍ ລາວ ແລະ ມົງໂກລີ ຮ່ວມກັນຈັດຕັ້ງປະຕິບັດຕະຫຼອດ 60 ປີທີ່ຜ່ານມາ ແລະ ມີຄວາມຊົງຈໍາທີ່ດີດ້ານການທູດຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ ນອກນີ້ ຍັງເປັນການຮັບຟັງນະໂຍບາຍການຕ່າງປະເທດຂອງມົງໂກລີຕໍ່ພາກພື້ນອາຊຽນ ກໍຄື ສປປ ລາວ.

    ພິທີປາຖະກະຖາໃນຄັ້ງນີ້ ເປັນໜຶ່ງໃນ 12 ກິດຈະກໍາຮ່ວມກັນລະຫວ່າງ ລາວ-ມົງໂກລີ ເພື່ອຮັດແໜ້ນການຮ່ວມມືຂອງສອງຊາດ ສະນັ້ນ ໃນພິທີກ່າວໄຂກອງປະຊຸມ ທັງສອງຝ່າຍໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງສອງຊາດທີ່ເປັນທັງປະຫວັດສາດ ແລະ ການຮ່ວມມືກັນພັດທະນາໃນຍຸກສະໄໝໃໝ່ ຕະຫຼອດ 6 ທົດສະວັດຜ່ານມາ ແລະ ຈະສືບຕໍ່ຮັດແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ ອັນໄດ້ສະແດງອອກຈາກການເດີນທາງຢ້ຽມຢາມສັນຖະວະໄມຕີ ແລະ ພົບປະທາງລັດຖະການຂອງການນໍາຂັ້ນສູງສອງຝ່າຍລາວ-ມົງໂກລີ ຢ່າງເປັນປົກກະຕິ ເພື່ອປຶກສາຫາລື ແລະ ແລກປ່ຽນບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ພ້ອມດຽວກັນນີ້ ທ່ານ J. BYAMBASUREN ຍັງໄດ້ ເລົ່າຄືນປະຫວັດສາດທີ່ດີງາມຂອງສອງຊາດ ແລະ ເຜີຍແຜ່ແນວທາງນະໂຍບາຍການຮ່ວມມືໃນດ້ານຕ່າງໆທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອເປັນແຮງຊຸກຍູ້ ແລະ ສະໜັບສະໜູນກັນໃນເວທີພາກພື້ນ ແລະ ສາກົນຢ່າງຕໍ່ເນື່ອງ ດ້ານການສຶກສາ ລັດຖະບານມົງໂກລີກໍໄດ້ເອົາໃຈໃສ່ຊຸກຍູ້ການພັດທະນາຊັບພະຍາກອນມະນຸດ ໂດຍໄດ້ໃຫ້ທຶນແກ່ນັກຮຽນລາວເປັນປະຈໍາທຸກປີໃນຫຼາຍສາຂາວິຊາ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຕໍ່ໄປໃນອະນາຄົດ.

error: Content is protected !!