ມະຫະກຳກີລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງ ເກມ 2022) ໄດ້ເປີດຂຶ້ນຢ່າງເປັນທາງການ ນະຄອນຫຼວງພ້ອມເຕັມທີ່ ສົ່ງນັກກີລາເຂົ້າຮ່ວມທັງໝົດ 25 ລາຍການແຂ່ງຂັນ ປັດຈຸບັນຢູ່ໃນອັນດັບ 2 ຂອງຕາຕະລາຍສະຫຼຸບຫຼຽນຮອງຈາກເຈົ້າພາບ.



ຊຽງຂວາງ ເກມ 2022 ມີແຂ່ງຂັນ 25 ປະເພດກີລາ ຄື: ຍິງປືນ ລອຍນໍ້າ ບານບ້ວງ ເທຄວັນໂດ ໝາກແລ້ ຍິງທະນູ ໜ້າເກັກ ແລ່ນ-ລານ ມວຍສາກົນ ໝາກເສິກ ປັນຈັກສີລັດ ມວຍປໍ້າ ຄາຣາເຕໂດ ກະຕໍ້-ຊິນລອນ ບານເຕະ ໝາກຂ່າງ ເປຕັງ ກ໊ອຟ ດອກປີກໄກ່ ເທັນນິດ ລົດຖີບ ປິງປ໋ອງ ມວຍລາວ ຢູໂດ ແລະ ວູຊູ ມີທັບນັກກີລາຈາກ 17 ແຂວງ 1 ນະຄອນຫຼວງ ແລະ 4 ກະຊວງ (ກະຊວງປ້ອງກັນປະເທດ ກະຊວງປ້ອງກັນຄວາມສະຫງົບ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາ ລະນະສຸກ) ເຂົ້າຮ່ວມ ມີນັກກີ ລາທັງໝົດ 3.093 ຄົນ ຊີງຫຼຽນ 2.598 ຫຼຽນ ເຊິ່ງໄດ້ເລີ່ມການແຂ່ງຂັນບາງປະເພດກີລາແຕ່ວັນທີ 14 ພະຈິກ 2022 ຢູ່ນະຄອນຫຼວງວຽງຈັນ ຄື: ກີລາລອຍນ້ຳ ແລະ ກີລາຍິງປືນ ສ່ວນຢູ່ແຂວງຊຽງຂວາງ ໄດ້ເລີ່ມແຂ່ງຂັນແຕ່ວັນທີ 1 ທັນວາ 2022 ມາຮອດວັນທີ 13 ທັນວາ 2022 ມີ 11 ປະເພດກີລາ ທີ່ແຂ່ງສໍາເລັດ ຄື: ລອຍນໍ້າ ແລ່ນ-ລານ ເທຄັວນໂດ ມວຍປໍ້າ ຍິງທະນູ-ຍິງໜ້າເກັກ ຄາຣາເຕໂດ ໝາກເສິກ ບານບ້ວງ ປັນຈັກສີລັດ ມວຍສາກົນ ແລະ ໝາກແລ້.

ສຳລັບນະຄອນຫຼວງວຽງຈັນ ກໍມີຄວາມພ້ອມເຕັມທີ່ ໂດຍນະຄອນຫຼວງວຽງຈັນ ມີຄະນະນຳ 14 ທ່ານ ຄະນະຮັບຜິດ ຊອບນໍາພາທັບນັກກີລາ 82 ທ່ານ ປະທານສະຫະພັນກີລາ 25 ທ່ານ ຄະນະຮັບຜິດຊອບລະດົມທຶນ 80 ທ່ານ ຄູເຝິກ 25 ປະເພດກີລາ 97 ທ່ານ ນັກກີລາເພດຊາຍ 212 ທ່ານ ແລະ ນັກກີລາເພດຍິງ 155 ທ່ານ ລວມທັງໝົດ: 663 ທ່ານ ເຂົ້າຮ່ວມທັງໝົດ 663 ຄົນ ເພື່ອຊີງຄວາມເປັນເຈົ້າຫຼຽນຊຳ.





ພິທີເປີດງານກີລາແຫ່ງຊາດຄັ້ງທີ XI ຈັດຂຶ້ນໃນວັນທີ 13 ທັນວາ 2022 ໂດຍການເຂົ້າຮ່ວມຂອງ ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ທອງລຸນ ສີສຸລິດ ມີການນຳນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ສ່ວນນະຄອນຫຼວງວຽງຈັນນຳໂດຍ ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະພັກນະຄອນຫຼວງວຽງຈັນ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ສະຫາຍ ວົງພູ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີຄູເຝິກ ນັກກີລາ ແລະ ມວນຊົນ.