ແນວລາວສ້າງຊາດນະຄອນຫຼວງວຽງຈັນ ຫວນຄືນມູນເຊື້ອສຳຄັນຂອງຊາດ

    ວັນທີ 24 ພະຈິກ 2022 ທີ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ ແນວລາວສ້າງຊາດ ນວ ໄດ້ຈັດປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໂດຍເປັນປະທານຂອງທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ ມີປະທານແນວລາວສ້າງຊາດເມືອງ ຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ.

    ທ່ານ ຖະໜອມ ທຳທອງ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວັນຊາດທີ 2 ທັນວາ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທົ່ວພັກ-ທົ່ວລັດ ແລະ ປວງຊົນລາວທັງຊາດ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດ ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ ໂດຍພາຍໃຕ້ການນຳພາຂອງພັກ ໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ຢ່າງພິລະອາດຫານ ແລະ ລຳບາກຍາວນານ ຕ້ານການຮຸກຮານຂອງຈັກກະພັດ ຈົນສາມາດປົດປ່ອຍປະເທດຊາດທີ່ແສນຮັກຂອງຕົນໄດ້ຢ່າງມີໄຊ ລົບລ້າງລະບອບລາຊາທິປະໄຕທີ່ເນົ່າເໝັນ ແລະ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ເຊິ່ງແມ່ນລັດປະຊາທິປະໄຕ ປະຊາຊົນ ລັດທຳອິດໃນປະຫວັດສາດຫຼາຍຮ້ອຍປີຂອງຊາດລາວເຮົາ.

    ພ້ອມກັນນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອອັນພິລະອາດຫານ ແລະ ຜົນງານຂອງອາດີດປະທານ ໄກສອນ ພົມວິຫານ ແລະ ຜົນງານອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເຮັດໃຫ້ບັນດາພະນັກງານຫຼັກແຫຼ່ງມີຄວາມຮັບຮູ້ ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ແລະ ວິລະກຳຂອງບັນດາວິລະບູລຸດໃນອະດີດ ທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງໄວ້ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງພວກເຮົາ ເພື່ອຮ່ຳຮຽນເອົາຄຸນສົມບັດ ທັດສະນະປະຕິວັດ ແບບແຜນໃນການນຳພາ ແບບແຜນການດຳລົງຊີວິດ ແລະ ອຸດົມຄະຕິປະຕິວັດຂອງທ່ານປະທານໄກສອນ ພົມວິຫານ ພະນັກງານຫຼັກແຫຼ່ງຕ້ອງເສີມຂະຫຍາຍມູນເຊື້ອຮັກຊາດ ມູນເຊື້ອຕໍ່ສູ້ອັນອົງອາດກ້າຫານ ມູນເຊື້ອສາມັກຄີພາຍໃນຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!