ຍົກລະດັບຄວາມຮັບຮູ້ກ່ຽວກັບການເກັບກຳ ແລະ ສະໜອງຂໍ້ມູນຂ່າວສານ

    ເພື່ອຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈຂອງພະນັກງານທີ່ເປັນເສນາທິການໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ກ່ຽວກັບວຽກງານການເກັບກຳ ແລະ ສະໜອງຂໍ້ມູນຂ່າວສານ ວຽກງານຫ້ອງສະໝຸດ ວຽກງານແກະຄຳເຫັນຂອງສະມາຊິກສະພາແຫ່ງຊາດຢູ່ໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ ສາມາດນຳເອົາບົດຮຽນ ແລະ ຄວາມຮູ້ຈາກການຖ່າຍທອດຂອງວິທະຍາກອນ ແລະ ການແລກປ່ຽນສົນທະນາ ນຳໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງພາຍໃນແຂວງ ແລະ ວຽກງານທີ່ຕົນເອງຮັບຜິດຊອບຢູ່ໃນສະພາປະຊາຊົນຂັ້ນແຂວງໃຫ້ມີການພັດທະນາດີຂຶ້ນ ມີຄວາມເຂັ້ມແຂງທາງດ້ານບຸຄະລາກອນ ແລະ ການຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພະາຕາມພາລະບົດບາດມີຄວາມຮັບປະກັນປະສິດທິພາບ ປະສິດທິຜົນ ແລະ ທັນເວລາ.

    ໂດຍການສະໜັບສະໜູນດ້ານງົບປະມານຈາກທຶນຊ່ວຍເຫຼືອລ້າຈາກອົງການຈັດຕັ້ງສາກົນ ແລະ ງົບປະມານສົມທົບຈາກຄະນະເລຂາທິການທິການສະພາແຫ່ງຊາດ ສະນັ້ນ ລະຫວ່າງວັນທີ 23-24 ພະຈິກ 2022 ທີ່ຫ້ອງປະຊຸມສຳນັກງານປົກຄອງແຂວງຈຳປາສັກ ໄດ້ຈັດກອງປະຊຸມເຝິກອົບຮົມຍົກສູງຂີດຄວາມສາມາດໃຫ້ພະນັກງານເສນາທິການຂອງສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານສະຖາບັນຄົ້ນຄວ້ານິຕິກຳກ່ຽວກັບການເກັບກຳ ແລະ ສະໜອງຂໍ້ມູນ-ຂ່າວສານ ວຽກງານຫ້ອງສະໝຸດ ວຽກງານແກະຄຳເຫັນ ແລະ ການຄົ້ນຄວ້າເອກະສານຢູ່ໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ ເປັນປະທານຂອງທ່ານ ສາຍອູ ພູມສາລີ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ  ມີຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ  ຫົວໜ້າ ຮອງຫົວໜ້າສູນເຝິກອົບຮົມ ແລະ ຂໍ້ສູນຂ່າວສານ ພະແນກ ພະນັກງານວິຊການຈາກສະພາປະຊາຊົນຂັ້ນແຂວງ 9 ແຂວງຄື ນະຄອນຫຼວງວຽງຈັນ ວຽງຈັນ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ເຊກອງ ແລະ ອັດຕະປືເຂົ້າຮ່ວມ.

    ໃນກອງປະຊຸມ ໄດ້ສະເໜີບົດຮຽນການແກະຄຳເຫັນຜູ້ແທນກອງປະຊຸມ ແລະ ສ້າງເປັນປື້ມປະມວນຄວາມຮູ້ພື້ນຖານກ່ຽວກັບວຽກງານຫ້ອງສະໝຸດ (ການໃຫ້ບໍລິການ ການຕິດສັນປື້ມ ການເກັບເອກະສານ ແລະ ການຂົນຂວາຍຊັບພະຍາກອນປື້ມ) ການເກັບກຳ ແລະ ສະໜອງຂໍ້ມູນຂ່າວສານໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!