ເພີ່ມທະວີຄວາມເອົາໃຈໃສ່ວຽກງານກໍ່ສ້າງພະນັກງານທີ່ມີຄວາມຮູ້-ຄວາມສາມາດ

     ກອງປະຊຸມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ (ຂັ້ນສູນກາງຄຸ້ມຄອງ) ຂອງກະຊວງ ແຜນການ ແລະ ການລົງທຶນ (ຜທ) ຈັດຂຶ້ນວັນທີ 23 ພະຈິກ 2022 ທີ່ກະຊວງ ຜທ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ ມີບັນດາຮອງລັດຖະມົນຕີ ຫົວໜ້າກົມ ຫ້ອງການ ສູນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

    ທ່ານ ຄຳເຈນ ວົງໂພສີ ກ່າວວ່າ: ເພື່ອເປັນການຈັດຕັ້ງປະຕິບັດການກໍານົດພະນັກງານນໍາພາ-ຄຸ້ມຄອງ ຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ສະບັບເລກທີ 032/ກມສພ ສະບັບເລກທີ 292/ຄຈສພ ສະບັບເລກທີ 158/ຄຈສພ ກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງໃນແຕ່ລະຂັ້ນ ແຕ່ລະພາກສ່ວນ ເພື່ອຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ ໃຫ້ເປັນອັນລະອຽດ ແລະ ບັນລຸໄດ້ບັນດາຄາດໝາຍເປັນກ້າວໆ ເວົ້າສະເພາະ ໃນໄລຍະຜ່ານມາ ໃນຂະແໜງແຜນການ ແລະ ການລົງທຶນ ຕໍ່ກັບວຽກງານກໍ່ສ້າງພັກ-ພະນັກງານນໍາພາ-ຄຸ້ມຄອງພວກເຮົາ ຍັງມີຄວາມຫຍຸ້ງຍາກຫຼາຍພໍສົມຄວນ ເຮັດໃຫ້ວຽກງານກໍານົດພະນັກງານນໍາພາ-ຄຸ້ມຄອງ ພົບພໍ້ບັນຫາຫຼາຍຢ່າງ ແລະ ກໍມີຫາງສຽງຈົ່ມວ່າຈາກພະນັກງານດ້ວຍກັນເອງ ຍ້ອນການກໍໍ່ສ້າງພະນັກງານສືບທອດປ່ຽນແທນ ບໍ່ໄປຕາມລະບົບ ຈາກບົດຮຽນດັ່ງກ່າວ ແລະ ອີງໃສ່ມະຕິຂອງກົມການເມືອງສູນກາງພັກວາງອອກນັ້ນ ໃນໄລຍະໃໝ່ ຄະນະພັກ  ຄະນະນໍາແຕ່ລະຂັ້ນຂອງຂະແໜງແຜນການ ແລະ ການລົງທຶນພວກເຮົາ ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພະນັກງານທີ່ມີຄວາມຮູ້-ຄວາມສາມາດ ມີຄຸນສົມບັດສິນທໍາປະຕິວັດ ເຮັດແນວນັ້ນ ພວກເຮົາຈຶ່ງຈະໄດ້ພະນັກງານນໍາພາຄຸ້ມຄອງຜູ້ທີ່ເໝາະສົມ ພ້ອມທັງສາມາດພັດທະນາ ແລະ ຍົກສູງຄຸນນະພາບຂອງວຽກງານແຜນການ ແລະ ການລົງທຶນໃຫ້ໃກ້ຄຽງ ແລະ ສາມາດແຂ່ງຂັນກັບບັນດາປະເທດເພື່ອນມິດຍຸດທະສາດ ພາກພື້ນ ແລະ ສາກົນໄດ້.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!