ເພີ່ມທັກສະການຖ່າຍພາບນີ້ງ-ວິດີໂອ ໃຫ້ນັກຂ່າວ ກຽມຮັບໃຊ້ ຊຽງຂວາງ ເກມ

    ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດເຝິກອົບຮົມທັກສະ ການຖ່າຍພາບນິ້ງ ແລະ ວີດີໂອ ໃຫ້ນັກຂ່າວທີ່ຈະໄປເຄື່ອນໄຫວເກັບກຳຂ່າວໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ (ຊຽງຂວາງ ເກມ) ຂຶ້ນວັນທີ 21 ພະຈິກ 2022 ຢູ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໂດຍມີທ່ານ ສົົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ທ່ານ ສຸວັນ ວິໄລແສງ ຫົວໜ້າບັນ ນາທິການວິທະຍຸກະຈາຍສຽງແຫ່ງຊາດລາວ ທ່ານ ໃສຫຼ້າຄໍາ ຂະຫຍອງເອກ ຫົວໜ້າບັນນາທິການໜັງສືພິມເສດຖະກິດ-ການຄ້າ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນຈາກສື່ຕ່າງໆ ເຂົ້າຮ່ວມ.

    ຊຸດເຝິກອົບຮົມຄັ້ງນີ້ ໄດ້ລົງເລິກຮຽນຮູ້ ແລະ ແລກປ່ຽນບົດຮຽນກ່ຽວກັບທັກສະ ເຕັກນິກການຖ່າຍພາບ ນິ້ງ ເຕັກນິກການຖ່າຍວີດີໂອໃຫ້ໄດ້ຄຸນນະພາບ ແລະ ໜ້າສົນໃຈ ໂດຍສະເພາະ ອົງປະກອບສໍາຄັນກ່ຽວກັບການຖ່າຍພາບ ການຕັ້ງຄ່າຄວາມໄວ ຮູຮັບແສງ ຄວາມສໍາພັນຂອງຄ່າແສງ ໂໝດການຖ່າຍພາບຕ່າງໆ ກົດ-ຈຸດຕັດ ເສັ້ນນໍາສາຍຕາ ຂອບພາບ ອົງປະກອບພາບ ຄວາມອົດທົນໃນການຖ່າຍພາບ ເພື່ອໃຫ້ໄດ້ພາບງາມ ແລະ ໜ້າດຶງດູດ ລວມເຖິງການກຽມຄວາມພ້ອມກ່ອນອອກໄປຖ່າຍພາບ ແລະ ທັກສະ-ເຕັກນິກອື່ນໆທີ່ມີຄວາມຈໍາເປັນ ນອກນີ້ ຍັງໄດ້ລົງຖ່າຍພາບຕົວຈິງໃນງານວາງສະແດງລົດຢູ່ສູນການຄ້າລາວ-ໄອເຕັກ ຕື່ມອີກ.      

    ທ່ານ ສົົມສະຫວາດ ພົງສາ ກ່າວວ່າ: ເພື່ອແນໃສ່ເພີ່ມທັກສະໃນການຖ່າຍພາບນິ້ງ ແລະ ວີດີໂອ ໃຫ້ນັກຂ່າວຜູ້ຈະໄປເຄື່ອນໄຫວເກັບກຳຂ່າວງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງໃຫ້ສູງຂຶ້ນກວ່າເກົ່າ ພວກເຮົາຈຶ່ງໄດ້ຈັດຊຸດເຝິກອົບຮົມນີ້ຂຶ້ນ ໂດຍໄດ້ເຊີນເອົາບໍລິສັດແອັກຊັນໂປຣ ເຊິ່ງບໍລິສັດທີ່ມີປະ ສົບການຫຼາຍມາຖ່າຍທອດຄວາມຮູ້ໃຫ້ ໂດຍສະເພາະ ການນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍພວກເຮົາ ເປັນຕົ້ນການເຜີຍແຜ່ຂໍ້ມູນ ເພາະງານກີລາໃນໄລຍະຜ່ານມາ ພວກເຮົາຢາກໃຫ້ມີການຮວມຕົວກັນ ນໍາໃຊ້ນັກຖ່າຍພາບເຄື່ອນໄຫວ ພາບນິ້ງ ແລ້ວເອົາມາໂຮມຢູ່ສູນຂ່າວ ເນື່ອງຈາກແຕ່ລະສຳນັກຂ່າວບໍ່ມີນັກຂ່າວພຽງພໍທີ່ຈະໄປແຕ່ລະສະໜາມ ການເຮັດວຽກ ພວກເຮົາຈະມີການຮວມເອົານັກຖ່າຍພາບແຕ່ລະສຳນັກງານ ແຕ່ລະອົງການມາເຮັດວຽກຮ່ວມກັນ ໂດຍຈະມີການແບ່ງງານກັນ ໃຜໄປສະໜາມໃດ ໃຜໄປຈຸດໃດ ໃຜໄປເອົາຂ່າວໃດ ຈາກນັ້ນ ຈຶ່ງເອົາມາຮວມກັນຢູ່ສູນຂ່າວ ເພື່ອໃຫ້ພາກສ່ວນຕ່າງໆເລືອກເອົາຂ່າວ ແລະ ພາບທີ່ຕ້ອງການ ເພື່ອສົ່ງໃຫ້ສຳນັກງານຂອງຕົນ ຈຶ່ງສາມາດໄດ້ພາບ ແລະ ຂ່າວທີ່ມີຫຼາຍຮູບຫຼາຍແບບ ນອກນີ້ ຜູ້ທີ່ບໍ່ໄດ້ໄປຮ່ວມງານ ຍັງເລືອກເອົາພາບ ແລະ ຂ່າວທີ່ຕົນສົນໃຈນໍາສູນຂ່າວຂອງພວກເຮົາໄດ້ຢ່າງສະດວກສະບາຍ ຕື່ມອີກ.

error: Content is protected !!