ແຂວງຄໍາມ່ວນ ໄດ້ຮັບພາຫະນະຮັບໃຊ້ວຽກງານ

    ພິທີມອບ-ຮັບ ພາຫະນະ 6 ຄັນ ຂອງບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ໃຫ້ແຂວງຄຳມ່ວນ ຈັດຂຶ້ນວັນທີ 16 ພະຈິກ 2022 ຢູ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ ເຊິ່ງກ່າວຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ມອບໂດຍທ່ານ ຫວາງ ເຕີສວນ ຜູ້ອໍານວຍການບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມີບັນດາພະແນກການ ຮອງເຈົ້າເມືອງທ່າແຂກ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ການຊ່ວຍເຫຼືອພາຫະນະຄັ້ງນີ້ ມີລົດຕູ້ 2 ຄັນ ລົດກະບະ 4 ຄັນ ລວມມູນຄ່າ 360.000 ໂດລາສະຫະລັດ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຊ່ວຍເຫຼືອແກ້ໄຂບັນຫາພາຫະນະບໍ່ພຽງພໍໃນການເຄື່ອນໄຫວວຽກງານຂອງແຂວງຄຳມ່ວນ ທັງເພື່ອເປົ້າໝາຍຂອງບໍລິສັດໃນຕໍ່ໜ້າ ໃຫ້ກາຍເປັນຕົວແບບໃນການປະກອບສ່ວນຊ່ວຍສັງຄົມ.

     ໂອກາດນີ້ ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການປະກອບສ່ວນຂອງບໍລິສັດດັ່ງກ່າວ ເຊິ່ງການການຊ່ວຍເຫຼືອຄັ້ງນີ້ ຈະເປັນທ່າແຮງສຳຄັນ ເພື່ອຊ່ວຍໃຫ້ການປະຕິບັດໜ້າທີ່ອົງການຈັດຕັ້ງພັກ-ລັດ ໄດ້ມີຄວາມສະດວກ-ສະບາຍ ທັງເຮັດໃຫ້ການປະຕິບັດວຽກງານມີປະສິດທິຜົນຍິ່ງຂຶ້ນ ແລະ ຫວັງວ່າໃນຕໍ່ໜ້າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກບໍລິສັດດັ່ງກ່າວຕື່ມອີກ 

error: Content is protected !!