ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ ແລະ ຕີມໍ-ເລສເຕ ຄົບຮອບ 20 ປີ

    ສະຖານທູດຕີມໍ-ເລສເຕ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ ແລະ ຕີມໍ-ເລສເຕ ຄົບຮອບ 20 ປີ ວັນທີ 15 ພະຈິກ 2022 ທີ່ໂຮງແຮມແລນມາກ ມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ທ່ານນາງ ມາເຣຍ ຣີນາຕາ ເດິ ການດາສ ຈີຊຸສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ສ ຕີມໍ-ເລສເຕ ມີບັນດາລັດຖະມົນຕີກະຊວງຕ່າງໆຈຳນວນໜຶ່ງເຂົ້າຮ່ວມ.

    ໃນພິທີ ທ່ານນາງ ມາເຣຍ ຣີນາຕາ ເດິ ການດາສ ຈີຊຸສ ໄດ້ກ່າວເຖິງສາຍພົວພັນອັນດີງາມລະຫວ່າງສອງປະເທດ ຕີມໍ-ເລສເຕ ແລະ ສປປ ລາວ ໃນຕະຫຼອດໄລຍະ 20 ປີຜ່ານມາ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງລັດຖະບານລາວ ແລະ ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ຕີມໍ-ເລສເຕ ຕະຫຼອດມາ ກໍຄືການສະໜັບສະໜູນຂອງບັນດາຄູ່ຮ່ວມມືພາຍນອກ ເຊິ່ງ ຕີມໍ-ເລສເຕ ຈະສືບຕໍ່ເຮັດວຽກຢ່າງຕັ້ງໜ້າ ເພື່ອຮັບປະກັນການເຂົ້າເປັນສະມາຊິກຂອງຕີມໍ-ເລັສເຕ ໃນອະນາຄົດ ພ້ອມດຽວກັນນີ້ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ໃນການປະສານງານ ແລະ ຕິດຕາມບັນດາບັນຫາດ້ານວິຊາການທີ່ພົ້ນເດັ່ນ ຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ເປັນຕົ້ນແມ່ນການຮ່ວມມືສອງຝ່າຍ ຫຼາຍຝ່າຍ ແລະ ພາກພື້ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ແລະ ການຮ່ວມມືທີ່ດີງາມລະຫວ່າງ ຕີມໍ-ເລສເຕ-ລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາກ້າວຂຶ້ນ.

    ໂອກາດດຽວກັນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານລາວ ແລະ ປະຊາຊົນລາວ ສະແດງຄວາມຍິນດີ ແລະ ອວຍພອນໄຊອັນປະເສີດມາຍັງລັດຖະບານ ແລະ ປະຊາຊົນແຫ່ງ ສ ຕີມໍ-ເລສເຕ ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 47 ປີ ພ້ອມທັງຊົມເຊີຍການພົວພັນຮ່ວມມືລະຫວ່າງ ລາວ ແລະ ຕີມໍ-ເລສເຕ ນັບເເຕ່ມີການລົງນາມໃນສັນຍາສ້າງຕັ້ງການພົວພັນທາງການທູດ ໃນວັນທີ 27 ກໍລະກົດ 2002 ເປັນຕົ້ນມາ ຊຶ່ງຖືໄດ້ວ່າເປັນຂີດໝາຍປະຫວັດສາດໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຂອງພວກເຮົາ ທີ່ໄດ້ຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງຊາດ ຕະຫຼອດ 2 ທົດສະວັດແຫ່ງການພົວພັນລະຫວ່າງສອງປະເທດໄດ້ເພີ່ມທະວີການພົວພັນມິດຕະພາບຢ່າງເລິກເຊິ່ງໃນລະດັບຕ່າງໆທັງລັດຖະບານ ແລະ ປະຊາຊົນຕໍ່ປະຊາຊົນ ການແລກປ່ຽນການຢ້ຽມຢາມທາງລັດຖະກິດລະດັບສູງຂອງບັນດາການນຳ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ຄວາມເຂົ້າໃຈ ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.

    ນອກຈາກນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ ຕີມໍ-ເລສເຕ ປະສົບຜົນສຳເລັດໃນພາລະກິດກະກຽມຂໍ້ມູນເຂົ້າເປັນສະມາຊິກ ASCC ແລະ AEC ທີ່ນຳໄປສູ່ການຮັບຮອງເອົາຖະແຫຼງການຂອງບັນດາຜູ້ນຳອາຊຽນທີ່ກອງປະຊຸມສຸດຍອດຄັ້ງທີ 40 ແລະ 41 ທີ່ກຳປູເຈຍ ກ່ຽວກັບການຮັບຮອງເອົາ ຕີມໍ-ເລສເຕ ເຂົ້າເປັນສະມາຊິກອາຊຽນ ທີ່ໄດ້ເຫັນດີເປັນເອກະສັນກັນໃນຫຼັກການອະນຸມັດການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍ-ເລສເຕ ແລະ ສປປ ລາວ ພ້ອມແລ້ວ ທີ່ຈະສະໜັບສະໜູນ ຕີມໍ-ເລສເຕ ເພື່ອບັນລຸການເຂົ້າເປັນສະມາຊິກອາຊຽນຢ່າງເຕັມສ່ວນໃນອະນາຄົດອັນໃກ້ນີ້ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ຕີມໍ-ເລສເຕ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ການຮ່ວມມືທີ່ດີຕະຫຼອດມາ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງຊາດລາວ ເເລະ ຕີມໍ-ເລສເຕ ຈົ່ງສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ.

error: Content is protected !!