*******************************************
ໃນວັນທີ 16 ພະຈິກ 2022 ທີ່ສູນກາງແນວລາວສ້າງຊາດ (ສນຊ) ທ່ານ ຄະນອງລິດ ສີສົມບູນ ຄະນະປະຈໍາ ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ ເຈສສິກ້າ ປັນຈະທາ ເຈົ້າໜ້າທີ່ການເມືອງ ແລະ ເລຂານຸການ 2 ພະແນກການເມືອງ-ເສດຖະກິດ ສະຖານທູດສະຫະລັດ ອາເມຣິກາ ປະຈໍາລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານມາດໍາລົງຕໍາແໜ່ງໃໝ່ໃນ ສປປ ລາວ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ຄະນອງລິດ ສີສົມບູນ ໄດ້ຕີລາຄາສູງ ແລະ ສະແດງຄວາມຍີນດີຕ້ອນຮັບທ່ານນາງ ເຈສສິກ້າ ປັນຈະທາ ພ້ອນດ້ວຍຄະນະຢ່າງອົບອຸ່ນ ພ້ອມດຽວກັນນີ້ ທ່ານໄດ້ຍົກໃຫ້ເຫັນເຖີງພາລະບົດບາດ ສິດໜ້າທີ່ຂອງແນວລາວສ້າງຊາດ ໃຫ້ທ່ານນາງ ເຈສສິກ້າ ປັນຈະທາ ຮັບຊາບວ່າ: ແນວລາວສ້າງຊາດເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າ ສ້າງຄວາມເຂັ້ມແຂງ ແລະ ປັບປຸງກໍາລັງແຮງທົ່ວປວງຊົນ ສຶກສາອົບຮົມ ປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເສີມຂະຫຍາຍສິດເປັນເຈົ້າໃນການປົກປັກຮັກສາວັດທະນະທໍາ ຮີດຄອງປະເພນີອັນງາມ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ.

ໂອກາດນີ້ ທ່ານ ນາງ ເຈສສິກ້າ ປັນຈະທາ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ທ່ານ ຄະນອງລິດ ສີສົມບູນ ທີ່ໄດ້ເສຍສະຫຼະເວລາມາຕ້ອນຮັບທ່ານພ້ອມຄະນະໃນຄັ້ງນີ້ ພ້ອມກັນນັ້ນ ສອງຝ່າຍໄດ້ປຶກສາຫາລື ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາຕ່າງໆໃນ ສປປ ລາວ ຕື່ມອີກ.
