ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ (7 ຕຸລາ 1994 – 7 ຕຸລາ 2022) ທີ່ຈະມາເຖິງນີ້ ທ່ານນາງ ບົວວັນ ສີດາລາ ຜູ້ອຳນວຍການໂຮງຮຽນລ້ຽງເດັກອະນຸບານສີດາລາ ໄດ້ໃຫ້ສຳພາດວ່າ: ໂຮງຮຽນລ້ຽງເດັກອະນຸບານສີດາລາ ຕັ້ງຢູ່ບ້ານສາລາຄຳເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນຄູແຫ່ງຊາດ 7 ຕຸລາ 2022 ຄົບຮອບ 28 ປີນີ້ ທາງໂຮງຮຽນຂອງພວກເຮົາແມ່ນຈະໄດ້ຈັດກິດຈະກຳຕ່າງໆເພື່ອເປັນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວເຊັ່ນ: ພິທີກາບໄຫວ້ຄູ ມອບຊໍ່ດອກໄມ້ໃຫ້ຄູ ແລະ ຮັບຟັງປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ຊົມສິລະປະການສະແດງຂອງນັກຮຽນ ແຂ່ງຂັນກກີລາພື້ນບ້ານ ປະເພດຕ່າງໆເຊັ່ນ: ດຶງເຊືອກ ແລ່ນໄຖ່ ແລ່ນຍາວ 30-60 ແມັດ ໂຍນບານໃສ່ກະຕ່າ ຮ່າຍນ້ຳໃສ່ແກ້ວ ເຕະບານເຂົ້າປະຕູ ແລະ ອື່ນໆ.

ທ່ານຍັງໄດ້ໃຫ້ຮູ້ວ່າ: ປັດຈຸບັນ ມີຄູ-ອາຈານ 7 ຄົນ ເປັນຍິງທັງໝົດ ແລະ ມີນັກຮຽນທັງໝົດ 115 ຄົນ ໃນໜຶ່ງປີຜ່ານມາ ໂຮງຮຽນໄດ້ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເຊັ່ນ: ດ້ານການຮຽນ-ການສອນ ແມ່ນຄົບຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກີລາວາງອອກຂອງຊັ້ນອະນຸບານ ວຽກງານການປ້ອງກັນການລະບາດຂອງພະຍາດໂຄວິດ-19 ພາຍໃນໂຮງຮຽນແມ່ນເຮັດໄດ້ 95% ບໍໍ່ມີການແຜ່ລະບາດພາຍໃນໂຮງຮຽນ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ສົກຮຽນ 2021-2022 ພາກຮຽນທີ 1 ແມ່ນໄດ້ປີດການຮຽນ-ການສອນ ແຕ່ທາງໂຮງຮຽນໄດ້ສອນທາງອອນລາຍ ເພື່ອໃຫ້ນັກຮຽນໄດ້ຈື່ຈຳບົດຮຽນ.

ສຳລັບສົກຮຽນປີ 2022-2023 ພວກເຮົາກໍໄດ້ເປີດການຮຽນ-ການສອນເປັນປົກກະຕິ ຄູ-ອາຈານ ພ້ອມນັກຮຽນແມ່ນມີຄວາມກະຕືລືລົ້ນໃນການຮຽນ-ການສອນ ໄປຕາມຫຼັກສູດທີ່ທາງກະຊວງສຶກສາທິການ ແລະ ກີລາວາງອອກ ຈຸດເດັ່ນຂອງໂຮງຮຽນ ແມ່ນໄດ້ສິດສອນເດັກຜ່ານການຫຼິ້ນເກມ ເຮັດໃຫ້ການຮຽນ-ການສອນມີຊີວິດຊີວາ ແລະ ເດັກກໍມ່ວນກັບການຮຽນໃນແຕ່ລະວັນ ຄຳຂວັນຂອງການຫຼິ້ນເກມ ກໍຄືການພັດທະນາການຂອງເດັກ ຄູທຸກໆຄົນຕ້ອງມີຄວາມອົດທົນສູງ ມີນ້ຳໃນຮັກອາຊີບຮັກແພງເດັກ ແລະ ສິດສອນເດັກ ເມດຕາ ຮັກເດັກຄືກັບລູນຫຼານຂອງຕົນເອງ ຈະປັບປຸງໂຄງລ່າງພື້ນຖານ ຂະຫຍາຍຊັ້ນຮຽນປະຖົມສຶກສາຕື່ມອີກ ເພື່ອຮອງຮັບນັກຮຽນທີ່ຈະຈົບຊັ້ນອະນຸບານ 3 ແລະ ສົ່ງເສີມຍົກລະດັບຄວາມຮູ້ໃຫ້ຄູຢູ່ພາຍໃນ ແລະ ຕ່າງປະເທດ ຕາມຄວາມສາມາດ ເພື່ອໃຫ້ຄູ-ອາຈານໄດ້ຄວາມຮູ້ສິ່ງໃໝ່ໆ ມາສິດສອນນັກຮຽນໃຫ້ໄດ້ປະສິດທິພາບດີຂຶ້ນກວ່າເກົ່າ.

ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ ທີ່ຈະມາເຖິງນີ້ ຂ້າພະເຈົ້າ ຕາງໜ້າໃຫ້ພະນັກງານຄູ-ອາຈານພາຍໃນໂຮງຮຽນ ຂໍອວຍພອນໄຊໃຫ້ຄູ-ອາຈານທຸກຄົນໃນທົ່ວປະເທດ ຈົ່ງມີສຸຂະພາບພະລານາໄມແຂງແຮງສົມບູນ ບຸກບືນຫ້າວຫັນ ປະຕິບັດຕາມລະບຽບລັດຖະກອນຄູ ເອົາໃຈໃສ່ຕັ້ງໜ້າສິດສອນນັກຮຽນໃຫ້ເປັນນັກຮຽນດີ-ຮຽນເກ່ງ ມີຄວາມຮູ້-ຄວາມສາມາດ ຂໍໃຫ້ຄູ-ອາຈານທຸກທ່ານເອົາໃຈໃສ່ພັດທະນາຕົນເອງໃຫ້ກ້າວໜ້າຂຶ້ນໄປເລື້ອຍໆ ເພື່ອປະຕິບັດຕາມ 3 ຂໍ້ແຂ່ງຂັນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງກະຊວງສຶກສາວາງອອກ (ນ້ຳໃຈ ວັນທີ 7 ຕຸລາ ໝັ້ນຍືນ!).
