ສະຫຼອງວັນຄູແຫ່ງຊາດໃຫ້ເຕັມໄປດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ

    ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 – 7 ຕຸລາ 2022) ທີ່ໄດ້ໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງເປັນວັນທີ່ມີຄວາມໝາຍ ຄວາມສຳຄັນສຳລັບຄູລາວ ກໍຄືປວງຊົນ ລາວທັງຊາດ ເພາະບໍ່ມີໃຜກ້າປະຕິເສດໄດ້ວ່າ ບໍ່ມີຄູເປັນຜູ້ສິດສອນສົ່ງຄວາມຮູ້ ແມ່ນແຕ່ຜູ້ທີ່ບໍ່ໄດ້ເຂົ້າສຶກ ສາຮ່ຳຮຽນຢູ່ໃນໂຮງຮຽນກໍຕາມ ກໍຍັງມີພໍ່ແມ່ຜູ້ປົກຄອງເປັນຜູ້ສິດສອນ ເພາະທຸກຊັ້ນຄົນທີ່ມີວຽກເຮັດງານທຳ ເປັນຜູ້ນຳຂັ້ນສູງ ພະນັກງານລັດຖະກອນ ທະຫານ ຕຳຫຼວດ ນັກທຸລະກິດ ບັນຢາຊົນ ກໍລ້ວນແຕ່ມີຄູເປັນຜູ້ສິດ ສອນ ໃຫ້ຄວາມຮູ້ມາ.

    ໂອກາດວັນທີ່ມີຄວາມໝາຍ ຄວາມສຳຄັນດັ່ງກ່າວ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກ ສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ໃນຖານະຜູ້ບໍລິຫານການສຶກສາ ກໍຄືຄູຄົນໜຶ່ງ ຮູ້ສຶກສາພາກພູມໃຈຫຼາຍ ທີ່ມີໂອກາດໃນການປະຕິບັດໜ້າທີ່ຄຳວ່າ: ຄູ ເຖິງແມ່ນປັດຈຸບັນບໍ່ໄດ້ປະຕິບັດໜ້າທີ່ ສິດສອນໂດຍກົງ ແຕ່ກໍໄດ້ນຳພາສະມາຊິກ ພະນັກງານຄູ-ອາຈານໃນທົ່ວນະຄອນຫຼວງ ສຸມໃສ່ການປະຕິບັດໜ້າ ທີ່ວິຊາສະເພາະ ຄຳວ່າ: ແມ່ພີມຂອງຊາດຢ່າງສຸດກົກສຸດປາຍ ຫຼາຍທ່ານກາຍເປັນຄູ ຊໍານານງານ ຄູດີເດັ່ນ ໄດ້ຮັບການຍ້ອງຍໍຈາກພັກ-ລັດຖະບານຫຼາຍຂັ້ນ ແລະ ສືບຕໍ່ປະຕິບັດໜ້າທີ່ຂອງຕົນ ແມ່ນຈະພົບກັບອຸປະສັກນາໆ ປະການ ທັງການແຜ່ລະບາດຂອງພະຍາດໂຄວິດ-19 ສະພາບການເສດຖະກິດ-ສັງຄົມ ແລະ ປາກົດການຫຍໍ້ທໍ້ ຕ່າງໆຈາກສະພາບແວດລ້ອມອ້ອມຂ້າງ ແຕ່ຄູ-ອາຈານທຸກທ່ານ ກໍໄດ້ອອກແຮງທຸ່ມເທຄວາມຮູ້ ຄວາມສາມາດ ຂອງຕົນ ຖ່າຍຖອດວິຊາຄວາມຮູ້ ສິດສອນ ອົບຮົມ ບົ່ມສອນລູກສິດຂອງຕົນເຮັດສຳເລັດໜ້າທີ່ອັນມີກຽດ ຂອງພັກປະຊາຊົນມອບໝາຍໃຫ້ ພ້ອມກັນກ້າວເດີນໄປຍາດເອົາໄຊຊະໃໝ່ໃຫ້ໃຫຍ່ຫຼວງກວ່າເກົ່າ.

    ສຳລັບກິດຈະກຳການສະເຫຼີມສະຫຼອງວັນຄູແຫ່ງຊາດໃນປີນີ້ ກໍຄືກັບທຸກໆປີ ໂດຍປະຕິບັດຕາມແຈ້ງການ ຂອງກະຊວງສຶກສາທິການ ແລະ ກີລາ ໃນການສະເຫຼີມສະຫຼອງວັນຄູ ເພື່ອເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດມີເນື້ອໃນ ແລະ ມີຄວາມໝາຍອັນເລິກເຊິ່ງ ເປັນການຈາລຶກເຖິງບຸນຄຸນ ແລະ ຜົນງານຂອງຄູທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການສຶກສາ ແລະ ກີລາ ກໍຄືພັດທະນາຊັບພະຍາກອນມະນຸດຂອງຊາດ ຮັບປະກັນເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ໄປຕາມທິດປະຢັດມັດທະຍັດ ເປັນການສຸມໃສ່ຈັດຕັ້ງປະຕິບັດການຮຽນ-ການສອນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ທາງພະແນກໄດ້ຈັດຕັ້ງການຢ້ຽມຢາມອວຍພອນຄະນະນຳ ຜູ້ບໍລິຫານການສຶກສາຕາມສຳນັກງານ ອົງການ ແລະ ອະດີດນັກວິຊາການ ຄູອາວຸໂສບໍານານ ຕະຫຼອດຮອດຄູສອນໃນເຂດຫ່າງໄກສອກຫຼີກ ຕາມສະພາບເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ ສ້າງຂະບວນການແຂ່ງຂັນຖາມ-ຕອບວິທະຍາສາດ ກິດຈະກໍາກີລາ ເພື່ອສຸຂະພາບ ແລະ ແຂ່ງຂັນສິລະປະ-ວັນນະຄະດີ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ໃນການພັດທະນາຊັບພະຍາກອນມະນຸດ ແລະ ການປະກອບສ່ວນຂອງຖັນແຖວຄູອາຈານຕໍ່ວຽກງານດັ່ງກ່າວ ກໍຈັດຕາມເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ.

    ເນື່ອງໃນວັນຄູແຫ່ງຊາດຄົບຮອບ 28 ປີ ເຊິ່ງເປັນວັນຂອງບັນດາເພື່ອນຄູອາຈານສະຫຼີມສະຫຼອງ ທັງເປັນການຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງແຕ່ລະຂົງເຂດ ແຕ່ລະສະຖາບັນການສຶກສາໃນນະຄອນຫຼວງຈັນ ໃນນາມຄູ ໃນນາມສ່ວນຕົວ ຂໍອວຍພອນການນຳພັກ-ລັດ ຜູ້ບໍລິຫານການສຶກສາທຸກທົ່ວໜ້າໃນຂອບ ເຂດທົ່ວປະເທດ ກໍຄືນະຄອນຫຼວງວຽງຈັນ ລວມທັງຜູ້ປະກອບການ ຫ້າງຮ້ານທຸລະກິດ ອົງການຈັດຕັ້ງ ທາງສັງຄົມທີ່ໃຫ້ການສະໜັບສະໜູນວຽກງານຂະແໜງການສຶກສາຕະຫຼອດມາ ຈົ່ງປະສົບແຕ່ຄວາມສຸກ ປະສົບຜົນສຳເລັດໃນໜ້າທີ່ການງານ ຝາກເຖິງບັນດາພໍ່ແມ່ປະຊາຊົນ ຜູ້ປົກຄອງນັກຮຽນ ໃນການຂໍຄວາມຮ່ວມ ມືສົ່ງລູກຫຼານນັກຮຽນໄດ້ເຂົ້າຮຽນ ແລະ ຊຸກຍູ້ລູກຫຼານໄດ້ຮຽນຢ່າງມີຄຸນນະພາບນໍາຄູ-ອາ ຈານ ຫຼີກລ່ຽງປາກົດການຫຍໍ້ທໍ້ຕ່າງໆ ສໍາລັບນັກຮຽນກໍຂໍໃຫ້ກາຍເປັນລູກຫຼານນັກຮຽນທີ່ດີຂອງຄູ ພ້ອມສະແດງຄວາມກະຕັນຍູຮູ້ບຸນຄຸນແກ່ຄູ ສໍາລັບຄູ ກໍຕ້ອງສູ້ຊົນພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງຂຶ້ນກ່ອນເກົ່າ ຂໍອວຍພອນໃຫ້ແກ່ຜູ້ບໍລິຫານການສຶກສາທຸກຂັ້ນ ເພື່ອນຄູອາຈານທຸກສະຫາຍຈົ່ ງມີແຕ່ຄວາມສຸກ ມີຜົນສໍາເລັດທຸກປະການ.

error: Content is protected !!