ງານວາງສະແດງຜົນງານວິຈິດສິນຂອງສິນລະປິນລາວ-ຫວຽດນາມ.

          ສະມາຄົມວິຈິດສິນລາວ ຮ່ວມກັບສະມາຄົມວິຈິດສິນ ຫວຽດນາມ ແລະ ສູນວັດທະນາ ທໍາຫວຽດນາມປະຈໍາລາວ ຈັດງານ ວາງສະແດງຜົນງານວິຈິດສິນຂອງສິນລະປິນລາວ ແລະ ສິນລະປິນ ຫວຽດນາມ ວັນທີ 29 ກັນຍາ 2022 ທີ່ສູນວັດທະນາທໍາຫວຽດ ນາມ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຫງຽນບາຮຸ່ງ ເອກອັກຄະລັຖະທູດ ຫວຽດນາມປະຈໍາລາວ ທ່ານ ໄມ່ສິງ ຈັນບຸດດີ ປະທານສະມາຄົມ ວິຈິດສິນລາວ ແລະ ທ່ານ ເຊີນ ດວນ ປະທານສະມາຄົມວິຈິດສິນ ຫວຽດນາມ ພ້ອມດ້ວຍແຂກຖືກ ເຊີນຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ຈຸດປະສົງຂອງການຈັດງານວາງສະແດງຄັ້ງນີ້ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45ປີ ໃຫ້ມີຄວາມ ໝາຍເລີກເຊິິງ.

     ທ່ານ ໄມ່ສິງ ຈັນບຸດດີ ປະທານສະມາຄົມວິຈິດສິນລາວ ກ່າວວ່າ : ຫຼາຍສິບປີຜ່ານມາ ລາວ-ຫວຽດນາມ ແລະ ສະຖາບັນວິຈິດສິນແຫ່ງຊາດ ກົມວິຈິດສິນລາວ-ຫວຽດນາມໄດ້ມີການພົວພັນຮ່ວມມືທາງດ້ານວິຊາການວິຈິດສິນມາຍາວນານ, ມີການແລກປ່ຽນຄະນະຜູ້ແທນຂັ້ນນໍາ, ວິຊາການເພື່ອຢ້ຽມຢາມ ແລກປ່ຽນເຊິ່ງກັນ ແລະ ກັນ. ຕັ້ງຄ້າຍປະດິດຄິດແຕ່ງດ້ານວິຈິດສິນຂອງສອງປະເທດ ແລະ ລະດັບອາຊຽນ ຈັດງານວາງສະແດງຜົນງານວິຈິດສິນຮ່ວມກັນ ແລະ ອື່ນໆ.

        ງານວາງສະແດງສິນລະປະຮ່ວມສະໄໝຂອງສະມາຄົມວິຈິດສິນລາວ – ຫວຽດນາມ ໃນຄັ້ງນີ້ ມີຜົນງານຂອງສິນລະປິນສາມາຄົມວິຈິດສິນຫວຽດນາມຈໍານວນ 23 ຜົນງານ ໃນນັ້ນມີຮູບແຕ້ມຈິດຕະກໍາ ແລະ ຮູບແຕ້ມພາບພິມ ມີຜົນງານຂອງສິນລະປິນລາວ ຈຳນວນ 40 ຜົນງານ ລວມທັງໝົດ 63 ຜົນງານ ໃນນັ້ນມີຜົນງານຈິດຕະກໍາ ປະຕິມະກໍາ. ຜົນງານຮູບດັ່ງກ່າວແມ່ນແຕ້ມດ້ວຍສີນໍ້າ ສີອັກຄະລີລິກ ສີນໍ້າມັນ  ຮູບປັ້ນຫຼໍ່ ແລະ ຮູບແກະສະຫຼັກໄມ້. ງານວາງສະແດງຜົນງານວິຈິດສິນຂອງສິນລະປິນລາວ ແລະ ສິນລະປິນຫວຽດນາມຈະດໍາເນີນໄປຮອດວັນທີ 3 ຕຸລາ 2022 ທີ່ສູນວັດທະນາທໍາຫວຽດນາມ ນະຄອນຫຼວງວຽງຈັນ.

error: Content is protected !!