ລະດູຝົນ ຄວນເອົາໃຈໃສ່ ພ້ອມກັນອະນາໄມທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ

    ພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ເປັນພະຍາດໜຶ່ງທີ່ມັກຈະເກີດການແຜ່ລະບາດໃນໄລຍະລະດູຝົນເພາະໄລຍະນີ້ ຈະມີຝົນຕົກ ເຊິ່ງນໍ້າຝົນທີ່ຕົກລົງມານີ້ ອາດຈະໄປຄ້າງຢູ່ໃນພາຊະນະຕ່າງໆຢູ່ບໍລິເວນອ້ອມຂ້າງເຮືອນ ເຮັດໃຫ້ຍຸງມາວາງໄຂ່ໃສ່ ເກີດມີໜອນນໍ້າ ກາຍເປັນຍຸງໂຕແກ່ມາກັດຄົນເຮົາ ດັ່ງນັ້ນ ໃນໄລຍະນີ້ ທຸກຄອບຄົວຄວນເອົາໃຈໃສ່ເກັບມ້ຽນພາຊະນະຕ່າງໆ ລວມທັງຂີ້ເຫຍື້ອທີ່ເປັນກະໂປະ ກະປ່ອງ ຢາງຕີນລົດ ກະຕຸກນໍ້າ ແກ້ວຊະນິດຕ່າງໆ ແລະ ອື່ນໆ ດ້ວຍການອະນາໄມເປັນປະຈຳທຸກໆອາທິດ ຄວນຖອກນໍ້າອອກຈາກພາຊະນະທີ່ມີນໍ້າຄ້າງ ເພື່ອຕັດວົງຈອນໜອນນໍ້າ ບໍ່ມີໜອນນໍ້າ ບໍ່ມີຍຸງລາຍ ບໍ່ມີໄຂ້ເລືອດອອກ.

    ອີງຕາມການລາຍງານຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໃນວັນທີ 29 ກັນຍາ 2022 ວ່າ: ການຕິດເຊື້ອພະຍາດໄຂ້ຍຸງລາຍ ຍັງມີກໍລະນີລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍໃໝ່ໃນແຕ່ລະວັນ ສຳລັບວັນດັ່ງກ່າວມີຜູ້ຕິດເຊື້ອໃໝ່ທົ່ວປະເທດ 52 ຄົນ ເຮັດໃຫ້ມີຕົວເລກຕິດເຊື້ອສະສົມໃນທົ່ວປະເທດນັບມາແຕ່ຕົ້ນປີນີ້ມາເຖິງວັນທີ 29 ກັນຍາ 2022 ມີຜູ້ຕິດເຊື້ອໄຂ້ຍຸງສະສົມທັງໝົດ 26.580 ກໍລະນີ ເສຍຊີວິດ 19 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 13.363 ກໍລະນີ ເສຍຊີວິດ 5 ຄົນ ຫຼວງນໍ້າທາ 3.793 ກໍລະນີ ເສຍຊີວິດ 2 ຄົນ ອັດຕະປື 1.491 ກໍລະນີ ເສຍຊີວິດ 6 ຄົນ ສາລະວັນ 1.360 ກໍລະນີ ເສຍຊີວິດ 3 ຄົນ ສະຫວັນນະເຂດ 1.144 ກໍລະນີ ຫຼວງພະບາງ 1.110 ກໍລະນີ ເຊກອງ 1.035 ກໍລະນີ ວຽງຈັນ 856 ກໍລະນີ ອຸດົມໄຊ 700 ກໍລະນີ ເສຍຊີວິດ 1 ຄົນ ຄຳມ່ວນ 459 ກໍລະນີ ໄຊຍະບູລີ 457 ກໍລະນີ ຈຳປາສັກ 247 ກໍລະນີ ບໍລິຄຳໄຊ 128 ກໍລະນີ ຜົ້ງສາລີ 110 ກໍລະນີ ຊຽງຂວາງ 104 ກໍລະນີ ເສຍຊີວິດ 2 ຄົນ ໄຊສົມບູນ 90 ກໍລະນີ ບໍ່ແກ້ວ 80 ກໍລະນີ ຫົວພັນ 21 ກໍລະນີ.

    ເພື່ອບໍ່ໃຫ້ມີກໍລະນີຕິດເຊື້ອໃໝ່ເກີດຂຶ້ນ ທຸກຄອບຄົວຄວນພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດດັ່ງທີ່ກ່າວມາຂ້າງເທິງນັ້ນ ໄປຄຽງຄູ່ກັບການເອົາໃຈໃສ່ປະຕິບັດຫຼັກການ 5 ປ ຖ້າທຸກຄົນພ້ອມກັນຈັດຕັ້ງປະຕິບັດກໍຈະສາມາດຫຼຸດຈຳນວນການຕິດເຊື້ອໃໝ່ ແລະ ກ້າວໄປຫາບໍ່ມີຜູ້ຕິດເຊື້ອພະຍາດພະຍາດໄຂ້ຍຸງລາຍໃໝ່ໃນແຕ່ລະວັນເລີຍກໍໄດ້.

error: Content is protected !!