ວັນທີ 29 ກັນຍາ 2022 ທີ່ອົງການກາແດງແຫ່ງຊາດລາວ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການແຫ່ງຊາດລາວ ໃນຖານະທີ່ເປັນປະທານຄະນະກຳມາທິການປະສານງານຂອງ ສປປ ລາວ ສຳລັບທຶນຊ່ວຍເຫຼືອລ້າຈາກກອງທຶນໂລກ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານນາງ ດຣ ໂຣຢິງຣູ ແຈັກກະຣິນ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳລາວ ຄົນໃໝ່ ໃນໂອການທີທ່ານມາຮັບໜ້າທີ່ໃໝ່ ເປັນຜູ້ຕາງໜ້າອົງການອະນາໄມໂລກຄົນໃໝ່ ແລະ ທັງມາປະຕິບັດໜ້າທີ່ເປັນປະທານຮ່ວມຂອງຄະນະກຳມາທິການດັ່ງກ່າວ.

ໃນໂອກາດນີ້ ທ່ານຮສ ດຣ ພູທອນ ເມືອງປາກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານນາງ ດຣ ໂຮຢິງຣູ ແຈັກກະລິນ ພ້ອມດ້ວຍຄະນະ ໄດ້ເຂົ້າມາພົບປະຢຽ້ມຢາມ ໃນໄລຍະຜ່ານມາ ອົງການດັ່ງກ່າວໄດ້ປະກອບສ່ວນສະໜັບສະໜູນຊ່ວຍເຫຼືອໃນຫຼາຍໂຄງການ ໃນການພັດທະນາຊີວິດການຢູ່ຂອງປະຊາຊົນດີຂຶ້ນ.
ບັນຍາກາດພົບປະ ປຶກສາຫາລືທັງສອງຝ່າຍ ເຕັມໄປຄວາມສະໜິດສະໜົມ ເຂົ້າອົກເຂົ້າໃຈໃນຫຼາຍບັນຫາ ເປັນຕົ້ນແມ່ນ: ການກະກຽມສ້າງບົດສະເໜີໂຄງການ ເພື່ອສືບຕໍ່ຂໍທຶນຊ່ວຍເຫຼືອຈາກກອງທຶນໂລກຮອບໃໝ່ ໄລຍະແຕ່ 2024-2026 ຍຸດທະສາດກອງທຶນໂລກ ແຜນຕໍ່ສູ້ກັບການແຜ່ລະບາດຂອງພະຍາດເພື່ອສຸຂະພາບທີ່ດີ ແລະ ມີຄວາມສຸກຢູ່ໃນໂລກ ເຊິ່ງໄດ້ກຳນົດໃນວິໄສທັດທີ່ວ່າ: ” ໂລກທີ່ປາສະຈາກພະ ຍາດເອດສ໌ ວັນນະໂລກ ໄຂ້ຍຸງ ໂດຍມີຄວາມສະເໝີພາບ ແລະ ສຸຂະພາບ”.
ນັບແຕ່ 2003 ເປັນຕົ້ນມາ ກອງທຶນໂລກໃຫ້ການສະໜັບສະໜູນງົບປະມານໃຫ້ ສປປ ລາວ ເປັນຕົ້ນມາ ເພື່ອຫຼູດຜ່ອນ ກ້າວໄປເຖິງການຢຸດຕິພະຍາດເອດສ໌ ວັນນະໂລກ ແລະ ໄຂ້ມາລາເລຍ ຢູ່ໃນ ສປປ ລາວ ເຊິ່ງໄດ້ຕິດພັນກັບເບົ້າໝາຍສະຫັດສະວັດທີ່ຍືນຍົງເຖິງ 2030 ເຊີງອິກ 3 ປີ ຈະຕ້ອງໄດ້ທົບທວນຄືນ ຕົວຊີ້ວັດຄວາມຄືບໜ້າຂອງໂຄງການ ເພື່ອຮ່າງບົດສະເໝີໂຄງການຂໍງົບປະມານສະໜັບສະໜູນໂຄງການຮອບໃໝ່ອິກ ເພື່ອພັດທະນາສຸຂະພາບ ແລະ ຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.