ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນເຢຍລະມັນ

    ໃນວັນທີ 29 ກັນຍາ 2022 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ Jochen Flasbarth ຮອງລັດຖະມົນຕີກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາເຢຍລະມັນ (BMZ) ແຫ່ງສາທາລະນະລັດ ສະຫະພັນເຢຍລະມັນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.

    ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນເຢຍລະມັນ ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ລາວ-ເຢຍລະມັນ ທີ່ສືບຕໍ່ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງລັດຖະບານເຢຍລະມັນ ໄດ້ປະກາດສືບຕໍ່ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາແກ່ ສປປ ລາວ ໃນຫຼາຍຂະແໜງການ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ ການສຶກສາວິຊາຊີບ ການພັດທະນາຊົນນະບົດ ການພັດທະນາເສດຖະກິດແບບຍືນຍົງ ການປົກປັກຮັກສາສິ່ງແວດລ້ອມ ການພັດທະນາພື້ນຖານໂຄງລ່າງ ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບດີຂຶ້ນເທື່ອລະກ້າວ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງລັດຖະບານ ແລະ ປະຊາຊົນເຢຍລະມັນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານເຢຍລະມັນຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະ ແມ່ນການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2024 ພ້ອມດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ຄະນະຜູ້ແທນເຢຍລະມັນ ປະສົບຜົນສຳເລັດໃນການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

    ຂະນະດຽວກັນ ທ່ານຮອງລັດຖະມົນຕີ Jochen Flasbarth ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຖືໂອກາດນີ້ ສະແດງຄວາມຊົມເຊີຍທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່ ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ເຢຍລະມັນ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວອັນໃໝ່ ໂດຍສະເພາະແມ່ນການຊ່ວຍເຫຼືອສະໜັບສະໜູຸນ ສປປ ລາວ ໃຫ້ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026

error: Content is protected !!