ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຢ້ຽມຄຳນັບປະທານາທິບໍດີແຫ່ງ ສ ສິງກະໂປ

    ໃນໂອກາດເດີນທາງຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2022 ທີ່ທໍານຽບປະທານາທິບໍດີ Istana ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເຂົ້າຢ້ຽມຄຳນັບທ່ານ ນາງ ຮາລິມາ ຢາຄອບ ປະທານາທິບໍດີແຫ່ງ ສາທາລະນະລັດ ສິງກະໂປ.

    ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ການພັດທະນາແບບກ້າວກະໂດດຂັ້ນຂອງສິງກະໂປ ທີ່ເປັນຕົວແບບຂອງການພັດທະນາແບບຍືນຍົງ ແລະ ສີຂຽວ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີຂອງສອງປະເທດໃນຕະຫຼອດໄລຍະ 48 ປີ ຜ່ານມາ ທີ່ໄດ້ສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວເປັນກ້າວໆມາ.

    ຖືໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະ ໃນຂົງເຂດວຽກງານການພັດທະນາຊັບພະຍາກອນມະນຸດ ໂຄງການອາສາສະໝັກສິງກະໂປ ອັນເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ທັງເປັນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງຊາດ ລາວ ແລະ ສິງກະໂປ ຕື່ມອີກ.

    ພ້ອມດຽວກັນນີ້ ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງຈຸດປະສົງການຢ້ຽມຢາມໃນຄັ້ງນີ້ໃຫ້ທ່ານປະທານາທິບໍດີ ໄດ້ຮັບຊາບ ແລະ ສະແດງຄວາມຫວັງຢ່າງຍິ່ງວ່າ ກອງປະຊຸມພົບປະສອງຝ່າຍຮ່ວມກັບທ່ານນາຍົກລັດຖະມົນຕີ ລີ ຊຽນ ລຸງ ຈະເປັນການປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງລາວ-ສິງກະໂປ ກ້າວຂຶ້ນສູ່ລະດັບໃໝ່ ແລະ ຍັງຍົກໃຫ້ເຫັນວ່າ ໂດຍອີງໃສ່ທ່າແຮງຂອງສອງປະເທດ ລາວ-ສິງກະໂປ ຍັງສາມາດເພີ່ມທະວີການຮ່ວມມືໃຫ້ຫຼາຍຂຶ້ນຕື່ມ ເປັນຕົ້ນ ດ້ານການຄ້າ-ການລົງທຶນ ການບໍລິການ ສາທາລະນະສຸກ ແລະ ອື່ນໆ.

    ນອກຈາກນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວວ່າ ປັດຈຸບັນ ລັດຖະບານລາວໄດ້ປັບປຸງກົນໄກການຄຸ້ມຄອງການລົງທຶນໂດຍກົງຂອງຕ່າງປະເທດ ໂດຍໄດ້ມີການປັບປຸງບັນດານິຕິກໍາ ແລະ ຂັ້ນຕອນການອະນຸມັດການລົງທຶນໃຫ້ກະທັດຮັດຍິ່ງຂຶ້ນ ເພື່ອອໍານວຍຄວາມສະດວກໃຫ້ນັກລົງທຶນຕ່າງປະເທດ ລວມທັງໄດ້ສ້າງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເຂດນິຄົມອຸດສາຫະກໍາ ແລະ ທ່າບົກ ເພື່ອຕອບຮັບກັບຍຸດທະສາດການຫັນເອົາປະເທດໄປສູ່ການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ນອກຈາກນັ້ນ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຖິງທ່ານປະທານາທິບໍດີແຫ່ງ ສ ສິງກະໂປ ໄປຢ້ຽມຢາມ ສປປ  ລາວ  ໃນໂອກາດອັນເໝາະສົມ.

    ໃນໂອກາດດຽວກັນ ທ່ານ ປະທານາທິບໍດີແຫ່ງ ສາທາລະນະລັດ ສິງກະໂປ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມສິງກະໂປ ຂອງຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ລາວ-ສິງກະໂປ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

error: Content is protected !!