ກວດກາການຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ

    ເພື່ອຈັດຕັ້ງຜັນຂະຫຍາຍດຳລັດຂອງລັດຖະບານ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ແລະ ຄຳແນະນຳຂອງກະຊວງການເງິນ ກ່ຽວກັບການຄຸ້ມຄອງ ແລະ ການນຳໃຊ້ລົດບໍລິຫານຂອງລັດ ສະບັບເລກທີ 0393/ກງ ໃນວັນທີ 29 ກັນຍາ 2022 ທີ່ສູນກາງແນວລາວສ້າງຊາດ ທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການສູນກາງແນວລາວສ້າງຊາດ ຄະນະຮັບຜິດຊອບການຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ຂອງສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຮັດວຽກກັບທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກອະສັງຫາລິມະຊັບ ກົມຄຸ້ມຄອງຊັບສິນແຫ່ງລາດ ກະຊວງການເງິນ ຄະນະຮັບຜິດຊອບຊຸກຍູ້ ຕິດຕາມ ກວດກາການຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ແລະ ເກັບກຳບັນຊີສະຖິຕິລົດຂອງລັດໃນຂອບເຂດທົ່ວປະເທດ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສົມບູນ ແກ່ນປະເສີດ ໄດ້ສະເໜີຈຸດປະສົງໃນການລົງມາເຮັດວຽກໃນຄັ້ງນີ້ ເພື່ອເປັນການຈັດຕັ້ງຜັນຂະຫຍາຍດຳລັດ 599/ລບ ຄຳແນະນຳເລກທີ 02/ຫສນຍ ຄຳແນະນຳເລກທີ 0393/ກງ ເປັນການເກັບກຳຂໍ້ມູນສະຖິຕິພາຫະນະທຸກປະເພດທີ່ເປັນຊັບສິນຂອງລັດ   ເພື່ອຄຸ້ມຄອງການນຳໃຊ້ຢ່າງເປັນລະບົບ   ແລະ   ເທດເໝາະກັບສະພາບຕົວຈິງ ພ້ອມກັນນັ້ນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການພັດທະນາໂປຣແກຣມໃໝ່ ໃນການຄຸ້ມຄອງບັນຊີພາຫານະແບບທັນສະໄໝ ແລະ ຮັດກຸມ ທ່ານຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງຜັນຂະຫຍາຍດຳລັດ 599/ລບ ຢູ່ ສູນກາງແນວລາວສ້າງຊາດ ພ້ອມກັນນີ້ ທັງສອງຝ່າຍໄດ້ພ້ອມກັນແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງສ້າງສັນ ເພື່ອແນໃສ່ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງໃນຂອບເຂດທົ່ວປະເທດ.

error: Content is protected !!