ກຕສ-ມະຫາວິທະຍາໄລກິວລ່ອງ ຮ່ວມມືສ້າງສູນສິດສອນພາສາຫວຽດນາມ ທີ່ ສປປ ລາວ

    ວັນທີ 29 ກັນຍາ 2022 ທີ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດງານວາງສະແດງການສຶກສາລະດັບມະຫາວິທະຍາໄລລະຫວ່າງສອງປະເທດ ລາວ-ຫວຽດນາມ ຫວຽດນາມ-ລາວ ແລະ ເພື່ອເປັນການຜັນຂະຫຍາຍການຮ່ວມມືວຽກງານກໍ່ສ້າງບຸຄະລາກອນລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ມະຫາວິທະຍາໄລກິວລອງ ສສ.ຫວຽດນາມ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສ້າງຕັ້ງສູນສິດສອນພາສາຫວຽດນາມມິດຕະພາບ ມະຫາວິທະຍາໄລກີ່ວລ່ອງ-ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກຕສ ໂດຍການລົງນາມລະຫວ່າງທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກຕສ ແລະ ທ່ານນາງ ເລືອງ ໝິງກື ອະທິການບໍດີ ມະຫາວິທະຍາໄລກີ່ວລ່ອງ.

    ໃນວັນດຽວກັນ ກຕສ ຮ່ວມກັບມະຫາວິທະຍາໄລກິວລອງ ໄດ້ເປີດສູນສິດສອນພາສາຫວຽດນາມມິດຕະພາບ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ມີທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີ ກຕສ ທ່ານ ຫງຽນ ວັນ ຟຸກ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ ທ່ານ ຫງຽນ ທິ ກຽນ ແທ່ງ ຮອງເຈົ້າແຂວງວິງລອງ ສສ ຫວຽດນາມ ແລະ ພ້ອມດ້ວຍບັນດາຫົວໜ້າກົມ ສະຖາບັນ ສູນ ອົງການ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ສູນສິດສອນພາສາຫວຽດນາມມິດຕະພາບ ແມ່ນການຮ່ວມມືລະຫວ່າງມະຫາວິທະຍາໄລກິວລ່ອງ ແລະ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກຕສ ສ້າງຂຶ້ນເພື່ອສິດສອນ ເຝິກອົບຮົມຍົກລະດັບພາສາຫວຽດນາມໃຫ້ແກ່ຖັນແຖວພະນັກງານຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງທີ່ກ່ຽວຂ້ອງ ຍົກລະດັບໃຫ້ແກ່ບັນດານັກຮຽນ ນັກສຶກສາທີ່ກະກຽມໄປສຶກສາຕໍ່ທີ່ ສສ ຫວຽດນາມ ພ້ອມດ້ວຍປະຊາຊົນລາວທີ່ມີຄວາມສົນໃຈຢາກສຶກສາພາສາຫວຽດນາມທີ່ນະຄອນຫຼວງວຽງຈັນ ສູນຈະຊ່ວຍສ້າງການຮຽນຮູ້ນັບເເຕ່ເບື້ອງຕົ້ນຈົນເຖິງລະດັບສູງ ແລະ ໄດ້ຮັບໃບຢັ້ງຢືນຜ່ານລະດັບພາສາຫວຽດນາມ ທີ່ສາມາດຮັບປະກັນໃຫ້ແກ່ການໄປຮຽນຕໍ່ທີ່ປະເທດຫວຽດນາມໄດ້ໂດຍກົງ ໂດຍບໍ່ຈຳເປັນຕ້ອງໄປຍົກລະດັບຢູ່ ສສ ຫວຽດນາມອີກ ເຮັດໃຫ້ຜູ້ຮຽນສາມາດເຂົ້າເຖິງ ແລະ ແລກປ່ຽນຄວາມຮູ້ ວັດທະນະທຳ ລະຫວ່າງສອງປະເທດລາວ-ຫວຽດນາມ.

    ໂອກາດນີ້ ທ່ານ ສັນຕິສຸກ ສິມມະລາວົງ ກ່າວວ່າ: ສູນສິດສອນພາສາຫວຽດນາມ ໄດ້ເລີ່ມລົງມືມາແຕ່ເດືອນ ມິຖຸນາ ປີ 2022 ໂດຍ ກຕສ ໄດ້ມີການກະກຽມ ແລະ ປັບປຸງອາຄານສະຖານທີ່ຂອງສູນສິດສອນດັ່ງກ່າວໃນຂົງເຂດສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມທັງໄດ້ຕິດຕັ້ງຄອມພີວເຕີ ເຄື່ອງຟັງສຽງ ລະບົບເຊື່ອມຕໍ່ອິນເຕີເນັດ ແລະ ອຸປະກອນອື່ນໆໃສ່ຫ້ອງຮຽນຄົບຊຸດຕາມມາດຖານຂອງຫຼັກສູດທີ່ໄດ້ກໍານົດໄວ້ ໃນນັ້ນມະຫາວິທະຍາໄລກີວລ່ອງ ຍັງໄດ້ສົມທົບດ້ານອຸປະກອນການຮຽນຄອມພີວເຕີ ເຄື່ອງຟັງສຽງຈໍານວນໜຶ່ງ ແລະ ຫຼັກສູດການຮຽນ-ການສອນ ພ້ອມທັງຈະສົ່ງຄູອາຈານເພື່ອມາສິດສອນໃນຫຼັກສູດດັ່ງກ່າວໃຫ້ໄດ້ຮັບໝາກຜົນທັງດ້ານປະລິມານ ແລະ ຄຸນນະພາບສູງ ຫຼັງຈາກເປີດສູນສິດສອນພາສາຫວຽດນາມນີ້ແລ້ວ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ມະຫາວິທະຍາໄລກີວລ່ອງ ຍັງຈະສືບຕໍ່ຮ່ວມມື-ແລກປ່ຽນບົດຮຽນກັນ ເພື່ອສ້າງແຜນພັດທະນາຊັບພະຍາກອນມະນຸດ ແລະ ຫຼັກສູດໃຫ້ມີຄວາມເຂັ້ມແຂງດີຂຶ້ນໃນຂົງເຂດຄົ້ນຄວ້ານຳໃຊ້ວິທະຍາສາດ ແລະ ຖ່າຍທອດເຕັກໂນໂລຊີຕ່າງໆຕາມຍຸກການປະຕິວັດອຸດສາຫະກຳ 4.0.

error: Content is protected !!