ຈັດກິດຈະກຳຫ້ອງຮຽນນໍ້າປະປາເພື່ອຊຸມຊົນ ໃຫ້ປະຊາຊົນບ້ານສ້າງໃສ-ນາຝາຍ

    ກິດຈະກຳຫ້ອງຮຽນນໍ້າປະປາເພື່ອຊຸມຊົມ ພາຍໃຕ້ໂຄງການພັດທະນາຄວາມສາມາດດ້ານການຄຸ້ມຄອງໃຫ້ພະນັກງານຂະແໝງການນໍ້າປະປາ ຈັດຂຶ້ນວັນທີ 27 ກັນຍາ 2022 ຢູ່ວັດບ້ານສ້າງໃສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສິງໄຊ ພົມມະສີ ຮອງຫົວໜ້າສາຂານໍ້າປະປາເມືອງປາກງື່ມ ທ່ານ ຄຳປານ ສີຫາລາດ ຮອງນາຍບ້ານສ້າງໃສ ທ່ານ ຕຸ ຫຼວງໄຊ ປກສ ບ້ານນາຝາຍ ພ້ອມດ້ວຍຜູ້ຕາງໜ້າໂຄງການ MaWaSu2 ບັນດາທີມງານນໍ້າປະປາ ແລະ ປະຊາຊົນບ້ານສ້າງໃສ ແລະ ບ້ານນາຝາຍ ເຂົ້າຮ່ວມ.

    ທ່ານ ກ່າວວ່າ: ຈຸດປະສົງເພື່ອເຮັດໃຫ້ປະຊາຊົນສອງບ້ານດັ່ງກ່າວ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກຽ່ວກັບຄວາມໝາຍຄວາມສຳຄັນຂອງວຽກງານນໍ້າປະປາ ເພາະນໍ້າຄືຊີວິດ ມີຄວາມໝາຍສຳຄັນບໍ່ພຽງແຕ່ໃຫ້ຄຸນປະໂຫຍດຕໍ່ການບໍລິໂພກ ແລະ ອຸປະໂພກ ຍັງເປັນສິ່ງຈຳເປັນໃນຊີວິດປະຈຳວັນ ເຊັ່ນ: ການນຳໃຊ້ເພື່ອດື່ມ ແຕ່ງກິນ ຊັກລ້າງ ປູກຝັງ-ລ້ຽງສັດ ຫຼື ເຮັດເປັນສິນຄ້າກ່ຽວກັບນໍ້າ ເຊິ່ງລ້ວນແຕ່ເປັນປະໂຫຍດອັນມະຫາສານແກ່ພວກເຮົາ ນໍ້າຕາມທຳມະຊາດ ມີຢ່າງຫຼວງຫຼາຍ ມີທັງນໍ້າຫ້ວຍ ນໍ້າເຊ ນໍ້າສ້າງ ນໍ້າບາດານ ເຊິ່ງແຫຼ່ງນໍ້າເຫຼົ່ານີ້ ໃນເມື່ອກ່ອນຍັງບໍລິສຸດເປັນສ່ວນໃຫຍ່ ເຊື້ອພະຍາດຈາກທຳມະຊາດ ແລະ ສານພິດອື່ນໆເຈື່ອປົນຍັງບໍ່ຫຼາຍ ການດື່ມ ແລະ ໃຊ້ແຫຼ່ງນໍ້າເຫຼົ່ານີ້ໂດຍກົງ ອາດບໍ່ເກີດອັນຕະລາຍທັນທີ ແຕ່ປັດຈຸບັນ ປະເທດຊາດໄດ້ຮັບການພັດທະນາທັງຕົວເມືອງ ແລະ ຊົນນະບົດ ການປູກຝັງເພື່ອການຄ້າ ຢາກໃຫ້ໄດ້ຜົນຜະລິດຫຼາຍ ກໍຕ້ອງໄດ້ນຳໃຊ້ຢາຂ້າແມງໄມ້ ປຸຍ ເຄມີ ແລະ ອື່ນໆ ສານເຄມີເຫຼົ່ານີ້ ລ້ວນແຕ່ເປັນພິດຕົກຄ້າງຕາມດິນ ຜັກ ຫຍ້າ ເຊິ່ງເປັນອາຫານສັດ ພ້ອມທັງຖືກນໍ້າຝົນຊຶມລົງໃຕ້ດິນໄປຫານໍ້າສ້າງ ນໍ້າບາດານ ຫ້ວຍ ຮ່ອງ ຄອງ ບຶງ ແລະ ແມ່ນໍ້າໃຫຍ່ ເຖິງຈະໃຊ້ນໍ້າທຳມະຊາດລ້າງກ່ອນ ກໍຍັງມີເຊື້ອພະຍາດ ແລະ ສານເຄມີເຈື່ອປົນຕິດຢູ່ ໂດຍທີ່ຄົນເຮົາບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ ສິ່ງດຽວທີ່ຈະຊ່ວຍແກ້ໄຂບັນຫານີ້ໄດ້ ກໍຄືການນຳໃຊ້ນໍ້າທີ່ປາສະຈາກເຊື້ອພະຍາດ ແລະ ສານພິດ ໂດຍຫັນມານຳໃຊ້ນໍ້າປະປາ ເພື່ອສຸຂະພາບທີ່ດີຂອງທຸກຄົນ ເພາະນໍ້າປະປາ ແມ່ນນໍ້າທີ່ສະອາດ ປອດໄພ ແລະ ຜ່ານການຜະລິດທີ່ໃຊ້ເຄື່ອງມືທັນສະໄໝມາທຳລາຍເຊື້ອພະຍາດ ແລະ ສານພິດເຫຼົ່ານີ້ໄດ້.

    ພັກ ແລະ ລັດຖະບານ ໄດ້ມີຄວາມເປັນຫວ່ງເປັນໄຍຕໍ່ບັນຫາດັ່ງກ່າວ ຈຶ່ງໄດ້ຊອກຫາແຫຼ່ງທຶນອັນມະຫາສານ ຈັດຫາເຄື່ອງມືທັນສະໄໝ ລວມທັງນັກວິຊາການທີ່ມີຄວາມສາມາດ ເພື່ອເຮັດໃຫ້ປະຊາຊົນ ບັນດາເຜົ່າທັງໃນຕົວເມືອງ ແລະ ຊົນນະບົດ ໃຫ້ໄດ້ຊົມໃຊ້ນໍ້າທີ່ສະອາດ ແລະ ປອດໄພ ຄ່າໃຊ້ຈ່າຍໃນການຊົມໃຊ້ນໍ້າປະປາຂອງແຕ່ລະຄົວເຮືອນ ຈຶ່ງເປັນການປະກອບສ່ວນທີ່ຈະຊ່ວຍໃຫ້ການຜະລິດນໍ້າປະປາ ສືບຕໍ່ຂະຫຍາຍຕົວ ສະໝອງນໍ້າໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນໄດ້ຢ່າງຍາວນານຈົນເຊັ່ນລູກເຊັ່ນຫຼານ ເຮັດໃຫ້ຊີວິດເຂົາເຈົ້າປາສະຈາກໂລກໄພໃຂ້ເຈັບທີ່ມາຈາກການໃຊ້ນໍ້າບໍ່ສະອາດ ແລະ ມີນໍ້າປະປາໃຊ້ແບບຢືນຍົງ.

# ຂ່າວ – ພາບ : ສະບາໄພ

error: Content is protected !!