ຖວທ ນວ ແລກປ່ຽນບົດຮຽນກັບພາກທຸລະກິດ ໃນການຄຸ້ມຄອງ ແລະ ດຳເນີນທຸລະກິດຕົວຈິງ

    ກອງປະຊຸມພົບປະລະຫວ່າງພາກລັດ ແລະ ເອກະຊົນ ກ່ຽວກັບການຟື້ນຟູການທ່ອງທ່ຽວ ແລະ ການດຳເນີນທຸລະກິດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຈັດຂຶ້ນວັນທີ 30 ກັນຍາ 2022 ທີ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ.ນວ) ເປັນປະທານຂອງທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ.ນວ ມີທ່ານ ເສກສັນຕິ ສຸມຸນທາ ຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖວທ.ນວ ພ້ອມຜູ້ປະກອບການທຸລະກິດຮ້ານບັນເທີງ ແລະ ຄາຣາໂອເກະທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມ.

   ທ່ານ ເສກສັນຕິ ສຸມຸນທາ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເປັນການພົບປະແລກປ່ຽນບົດຮຽນລະຫວ່າງພາກລັດ ແລະ ພາກະເອກະຊົນ ໃນການຄຸ້ມຄອງ ແລະ ການດຳເນີນທຸລະກິດຕົວຈິງ ພາຍຫຼັງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເກີດຢຸດຊະງັກໃນການເຄື່ອນໄຫວດຳເນີນທຸລະກິດ ມີຄວາມຫ່າງເຫີນລະຫວ່າງພາກລັດຜູ້ຄຸ້ມຄອງ ແລະ ເອກະຊົນຜູ້ດຳເນີນທຸລະກິດຕົວຈິງ ຂາດການປຶກສາຫາລື ຫຼື ພົບປະເຊິ່ງໜ້າ ອີກດ້ານໜຶ່ງ ອັນສຳຮອງ ກໍຢາກປຶກສາຫາລືຮ່ວມກັນໃນການຟື້ນຟູການທ່ອງທ່ຽວ ພາຍຫຼັງລັດຖະບານໄດ້ມີນະໂຍບາຍເປີດຕ້ອນຮັບນັກທ່ອງທ່ຽວໃນຕົ້ນປີ 2022 ແລະ ເປີດເຕັມຮູບແບບໃນເດືອນພຶດສະພາ 2022 ໂດຍເນັ້ນໃສ່ການສ້າງກິດຈະກຳສົ່ງເສີມການທ່ອງທ່ຽວໃຫ້ມີຫຼາຍຮູບຫຼາຍສີ ແລະ ລາຍການທ່ອງທ່ຽວທີ່ສ້າງຄວາມສົມໃຈ ແລະ ດຶງດູດນັກທ່ຽວໃຫ້ສາມາດແກ່ຍາວໄລຍະພັກແຮມ ໃຊ້ຈ່າຍສູງຂຶ້ນ.  

     ສໍາລັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ານການທ່ອງທ່ຽວ ຢູ່ໃນນະຄອນຫຼວງວຽງຈັນໄລຍະຜ່ານມາ ພະແນກ ຖວທ.ນວ ແມ່ນປະຕິບັດຕາມກົນໄກຄຸ້ມຄອງລັດຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍ ໂດຍມີການແບ່ງຂັ້ນຄຸ້ມຄອງຢ່າງລະອຽດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ປະຕິບັດຕາມນະໂຍບາຍຂອງລັດຖະບານເປັນແຕ່ລະໄລຍະ ມາຮອດປັດຈຸບັນ ຢູ່ໃນ ນວ ມີຮ້ານໄນຄຣັບ 2 ແຫ່ງ ຮ້ານດິສໂກເທັກ 17 ແຫ່ງ ແລະ ຮ້ານຄາຣາໂອເກະ 25 ແຫ່ງ ທີ່ຂຶ້ນກັບພະແນກ ຖວທ.ນວ ຄຸ້ມຄອງ ແລະ ອອກອະນຸຍາດ ໃນໄລຍະຜ່ານມາ ໄດ້ປະຕິບັດມາດຕະການຕໍ່ທຸລະກິດທີ່ເຄື່ອນໄຫວບໍ່ຖືກຕ້ອງຄື: ຮ້ານບັນເທີງ 1 ແຫ່ງ ຄາຣາໂອເກະ 1 ແຫ່ງ ຕິດພັນກັບບັນຫາຝ່າຝືນຄໍາສັ່ງຄະນະສະເພາະກິດຕ້ານພະຍາດໂຄວິດ-19 ແລະ ບັນຫາຢາເສບຕິດ.

    ໂອກາດນີ້ ທ່ານ ຄຳຄູນ ໃບລາຕຣີ ໄດ້ມີຄຳເຫັນ ແລະ ສະເໜີໃຫ້ຜູ້ເຂົ້າຮ່ວມໃນກອງປະຊຸມທັງໝົດ ຈົ່ງພ້ອມກັນປຶກສາຫາລືຮ່ວມກັນ ກ່ຽວກັບສະພາບການດຳເນີນທຸລະກິດໃນໄລຍະຜ່ານມາຂອງຕົນ ໂດຍສະເພາະຄວາມຫຍຸ້ງຍາກໃນການດຳເນີນທຸລະກິດຂອງຮ້ານບັນເທີງໃຫຍ່ ແລະ ຄາຣາໂອເກະ ຢາກໃຫ້ພາກລັດນັ້ນຊ່ວຍພາກທຸລະກິດຄືແນວໃດ ແລະ ຈະມີການຮ່ວມມືກັນໃນຕໍ່ໜ້າຄືແນວໃດ ເພື່ອຈະດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວຢູ່ ນວ ໃຫ້ຫຼາຍຂຶ້ນເຊັ່ນ: ການຈັດຈິດຈະກຳຕ່າງໆ ໂດຍຕິດພັນກັບບຸນປະເພນີ ແລະ ອື່ນໆ.

# ຂ່າວ – ພາບ :   ຊີລິການດາ

error: Content is protected !!