ຮອງ ລມຕ ກະຊວງ ຜທ ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງເຢຍລະມັນ

   ໃນວັນທີ 29 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ຢໍເຄິນ ຟລາສບາດ (Jochen Flasbarth) ຮອງລັດຖະມົນຕີກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາແຫ່ງສາທາລະນະລັດ ສະຫະພັນເຢຍລະມັນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ຜທ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 1 ຕຸລາ 2022.

    ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ລາວ-ເຢຍລະມັນ ທີ່ໄດ້ມີມູນເຊື້ອສາຍພົວພັນອັນດີງາມ ແໜ້ນແຟ້ນ ສະເໝີຕົ້ນສະເໝີປາຍ ນັບແຕ່ປີ 1963 ເປັນຕົ້ນມາ ລັດຖະບານເຢຍລະມັນເປັນຄູ່ຮ່ວມພັດທະນາທີ່ໄດ້ຢູ່ຄຽງບ່າຄຽງໄຫຼ່ກັບລັດຖະບານ ສປປ ລາວ ເປັນເວລາດົນນານ ທັງສອງຝ່າຍ ໄດ້ເປັນເອກະພາບກ່ຽວກັບແນວທາງຍຸດທະສາດການຮ່ວມມືໃນຂອບເຂດການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເຊິ່ງສຸມໃສ່ການຫຼຸດຜ່ອນຄວາມທຸກຍາກ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ.

    ສຳລັບ ການຢ້ຽມຢາມຂອງທ່ານ ຢໍເຄີນ ຟລາສບາດ ໃນຄັ້ງນີ້ ເປັນການຢ້ຽມຢາມຄັ້ງທີ 2 ໃນຮອບ 4 ປີ ຂອງຄະນະຜູ້ແທນຂັ້ນສູງເຢຍລະມັນ ພາຍຫຼັງທີ່ທ່ານ ນໍແບດ ບາດເລີ (Norbert Barthle) ເລຂາລັດຖະສະພາ ຮອງລັດຖະມົນຕີກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ແຫ່ງ ສສ.ເຢຍລະມັນ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນປີ 2019.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!