ມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ແກ່ທ່ານໝໍ 300 ກວ່າທ່ານ

    ພິທີມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ແກ່ທ່ານໝໍ ທັນຕະແພດ ພະຍາບານ ແລະ ຜະດຸງຄັນ ຂອງໂຮງໝໍມິດຕະພາບ ຈັດຂຶ້ນວັນທີ 29 ກັນຍາ 2022 ທີ່ໂຮງມິດຕະພາບ ເປັນກຽດເຂົ້າຮ່ວມຂອງທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ພ້ອມດ້ວຍຄະນະສະພາຄຸ້ມຄອງວິຊາຊີບປິ່ນປົວ ຜູ້ຕາງໜ້າໂຮງໝໍສູນກາງ ພະນັກງານແພດໝໍ ແລະ ແຂກຖືກເຊີນ.

    ເພື່ອເປັນການຍົກສູງຄຸນນະພາບຂອງວຽກງານບໍລິການສຸຂະພາບ ເຊິ່ງວຽກງານດັ່ງກ່າວ ເປັນຈຸດໃຈກາງສຳຄັນຂອງການປະຕິຮູບວຽກງານສາທາລະນະສຸກ ເມື່ອເວົ້າເຖິງອົງປະກອບຂອງວຽກງານຄຸນນະພາບການບໍລິການປິ່ນປົວ ມັນໄດ້ຮຽກຮ້ອງໃຫ້ມີມາດຕະຖານດ້ານສະຖານທີ່ ບຸຄະລາກອນ ອຸປະກອນການແພດ ລະບອບແບບແຜນໃນການບໍລິຫານຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ ໃນນັ້ນ ມາດຖານດ້ານບຸຄະລາກອນ ແມ່ນປັດໄຈສຳຄັນໃນການຕັດສິນຊີ້ຂາດຄຸນນະພາບຂອງການບໍລິການ ຖ້າຢາກໄດ້ບຸຄະລາກອນທີ່ມີຄວາມຮູ້ຄວາມສາມາດ ຄວາມຊໍານານງານເປັນມືອາຊີບ ມີຈັນຍາບັນ ຈັນຍາທຳ ຄຸນສົມບັດ ສິນທຳປະຕິວັດ ຕ້ອງມີລະບົບການກໍ່ສ້າງດ້ວຍການຄັດເລືອກເພື່ອເຂົ້າສຶກສາ ຕິດຕາມປະເມີນຂີດຄວາມສາມາດຕາມມາດຕະຖານການຮຽນ-ການສອນທັງພາກທິດສະດີ ແລະ ພາກປະຕິບບັດຕົວຈິງ.

    ເພື່ອເປັນການຢັ້ງຢືນມາດຕະຖານດ້ານຄວາມສາມາດຂອງຜູ້ປະກອບການວິຊາຊີບປິ່ນປົວ ທ່ານໝໍ ທັນຕະແພດ ພະຍາບານ ຜະດຸງຄັນ ຈຶ່ງໄດ້ອອກໃບຢັ້ງຢືນຕາມເງື່ອນໄຂ ຂອບເຂດ ມາດຖານ ຈັນຍາບັນຂອງແຕ່ລະສາຂາວິຊາຊີບວາງອອກຢ່າງເຂັ້ມງວດ ເຊິ່ງການໄດ້ຮັບໃບອະນຸຍາດດັ່ງກ່າວ ແມ່ນຂີດໝາຍສຳຄັນທີ່ຢັ້ງຢືນວ່າບັນດາຜູ້ປະກອບວິຊາຊີບປິ່ນປົວ ໄດ້ພຽບພ້ອມໄປດ້ວຍເງື່ອນໄຂ ແລະ ມາດຖານຄວາມຮູ້ ຄວາມສາມາດ ຄວາມຊໍານານ ສາມາດເຄື່ອນໄຫວວິຊາຊີບຂອງຕົນຖືກຕ້ອງຕາມລະບຽບກົດໝາຍ ຈັນຍາບັນ ຈັນຍາທຳ ສຳລັບຜູ້ໄດ້ຮັບໃບຢັ້ງຢືນວິຊາຊີບປິ່ນປົວຄັ້ງນີ້ ມີ 337 ທ່ານ ໃນນັ້ນ ທ່ານໝໍ 167 ທ່ານ ທັນຕະແພດ 18 ທ່ານ ພະຍາບານ 141 ທ່ານ ແລະ ຜະດຸງຄັນ 11 ທ່ານ ເຊິ່ງບັນດາຜູ້ໄດ້ຮັບໃບຢັ້ງຢືນຄັ້ງນີ້ ແມ່ນຜູ້ເຮັດວຽກງານປິ່ນປົວຄົນເຈັບໂດຍກົງ ໃບຢັ້ງຢືນນີ້ ມີອາຍຸການນຳໃຊ້ 5 ປີ ເມື່ອໄດ້ຮັບໃບອະນຸຍາດແລ້ວ ຜູ້ປະກອບວິຊາຊີບຈະໄດ້ເຄື່ອນໄຫວວຽກງານການປິ່ນປົວຖືກຕ້ອງຕາມລະບຽບກົດໝາຍ ແລະ ຜູ້ປະກອບວິຊາຊີບປິ່ນປົວ ຈະໄດ້ສືບຕໍ່ຍົກລະດັບຄວາມຮູ້ ຄວາມສາມາດ ປະສົບການຢູ່ຕະຫຼອດເວລາ ສະສົມຄະແນນ ແລະ ຜົນງານຕາມຂະບວນການພັດທະນາວິຊາຊີບປິ່ນປົວຢ່າງຕໍ່ເນື່ອງ ທັງນີ້ ກໍເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການສຸຂະພາບ ຕອບສະໜອງໄດ້ຕາມນະໂຍບາຍ 5 ດີ 1 ພໍໃຈ ທີ່ກະຊວງສາທາລະນະສຸກວາງອອກ.

 # ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!