ອົງການປົກຄອງ ນວ ສຸມໃສ່ຫຼາຍໜ້າວຽກ ໃນ 3 ເດືອນທ້າຍປີ 2022

    ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 16 ຈັດຂຶ້ນວັນທີ 30 ກັນຍາ 2022 ທີ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານຮອງເຈົ້າຄອງ ນວ ຫົວໜ້າຫ້ອງວ່າການປົກຄອງ ນວ ບັນດາສະມາຊິກອົງການປົກ ຄອງ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລືຫຼາຍບັນຫາສຳຄັນ ຈະໄດ້ຮັບຟັງການເຜີຍແຜ່ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານ ນວ ຄັ້ງທີ 7 (ສະໄໝທີ VII) ລາຍງານກ່ຽວກັບການຕີລາຄາການຈັດຕັ້ງປະຕິບັດວຽກງານ 9 ເດືອນຂອງອົງການປົກຄອງ ນວ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2022 ບັນຫາການມອບໝາຍຄວາມຮັບຜິດຊອບພາຍໃນສະມາຊິກອົງການປົກຄອງ ນວ ເພື່ອລາຍງານ ແລະ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນວ ຊຸດທີ II ສະໄໝທີ VII ບັນຫາກ່ຽວກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດຢູ່ ນວ ໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2022 ແລະ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ນວ ແລະ ການສະກັດກັ້ນ ແລະ ແກ້ໄຂຢາເສບຕິດຢູ່ ນວ ນອກນີ້ ຍັງຈະໄດ້ຮັບຟັງການລາຍງານກ່ຽວກັບບົດສະຫຼຸບຜົນການກວດຄືນ ກອງກໍ່ສ້າງສ້ອມແປງຂົວ-ທາງ ນວ ກ່ອນການມອບ-ຮັບໃຫ້ພະແນກ ຍທຂ ນວ ລາຍງານກ່ຽວກັບ “ຮ່າງ” ຂໍ້ຕົກລົງ ວ່າດ້ວຍການສ້າງນະຄອນຫຼວງວຽງຈັນສະອາດ ແຜນການກະກຽມຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈໍາປີ 2022 ແລະ ຄົ້ນຄວ້າຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຈັດສັນຕະຫຼາດກາງຄືນຢູ່ນະຄອນຫຼວງວຽງຈັນ.

     ສະເພາະວຽກງານຈຸດສຸມໃນ 3 ເດືອນທ້າຍປີ 2022 ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຕາມທິດທາງແຜນການ 3 ເດືອນທ້າຍປີ 2022 ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ແຜນງົບປະມານ 2023 ຂອງ ນວ ສຶບຕໍ່ແກ້ໄຂຂໍ້ຂັດແຍ່ງທີ່ດິນຂອງບັນດາໂຄງການ ພັດທະນາຕ່າງໆ ສຸມໃສ່ເຮັດວຽກອະນາໄມ ປະດັບປະດາ ໄຟເຍືອງທາງ ໄຟອຳນາດ ຄວາມສະອາດສວຍງາມ ເພື່ອກຽມຕ້ອນຮັບວັນສຳຄັນຂອງພັກຂອງຊາດ ສືບຕໍ່ເພີ່ມທະວີວຽກງານປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ສືບຕໍ່ກຳນົດກົນໄກການຮັກສາສະຖຽນລະພາບດ້ານສະບຽງ ອາຫານ ຈັດຕັ້ງປະຕິບັດວຽກງານດິນລັດ ແລະ ລວມໝູ່ ສືບຕໍ່ແກ້ໄຂວຽກງານຂໍ້ຂັດແຍ່ງກ່ຽວກັບທີ່ດິນ ຕາມແຜນຕົວຊີ້ວັດໃນປີ 2022 ຈຳນວນ 500 ຕອນ ສຶບຕໍ່ຄຸ້ມຄອງອຳນວຍການອອກອະນຸຍາດປຸກສ້າງ-ຖົມດິນ ແລະ ວາງແຜນຜັງເມືອງ ສຶບຕໍ່ນຳພາວຽກງານກະສິກຳ-ປ່າໄມ້ ການປູກຝັງ-ລ້ຽງສັດ  ຈັດຕັ້ງປະຕິບັດ ບັນດາກິດຈະກຳສົ່ງເສີມການທ່ອງທ່ຽວ ສືບຕໍ່ພັດທະນາສີມືແຮງງານໃນ ນວ ໃຫ້ມີຄຸນນະພາບສູງ ແລະ ສອດຄ່ອງກັບຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ພ້ອມທັງສືບຕໍ່ໂຄງສ້າງຄວາມອາດສາມາດໃນ ການຄຸ້ມຄອງ ແລະ ສົ່ງເສີມການພັດທະນາຕົວເມືອງ ພ້ອມທັງສືບຕໍ່ແກ້ໄຂນ້ຳຖ້ວມ ທີ່ນຳໃຊ້ງົບປະມານ 2,7 ຕື້ກີບ ສຸມໃສ່ຂະຫຍາຍສັນຍາບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ ສືບຕໍ່ປະສານງານກັບພາກສ່ວນກ່ຽວ ຂ້ອງ ກ່ຽວກັບການຮັບເອົາລົດດັບເພີງຊ່ວຍເຫຼືອຈາກນະຄອນບາງກອກ ລາຊະອານາຈັກໄທ ແລະ ສືບຕໍ່ປະ ສານກັບນະຄອນຊ້າວຢ່າງ ແຂວງຫູໜານ ສປ ຈີນ ກ່ຽວກັບການກະກຽມເຊັນໜັງສືແຈ້ງເຈດຈຳນົງ ວ່າດ້ວຍການສ້າງຕັ້ງເມືອງ/ນະຄອນມິດຕະພາບ ແລະ ພິທີມອບ-ຮັບ ລົດອະນາໄມຕົວເມືອງ ແລະ ສືບຕໍ່ຄົ້ນຄວ້າ ແລະ ຮ່າງໜັງສືສະເໜີໄປຍັງນະຄອນຫຼວງຮ່າໂນ້ຍ ເພື່ອແຈ້ງເຈດຈຳນົງແຜນພົບປະແລກ ປ່ຽນໃນຂົງເຂດອຸດສາຫະກຳ ແລະ ການຄ້າ ແລະ ເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມື.

# ຂ່າວ – ພາບ : ບຸນມີ

error: Content is protected !!